ປາກຽວ ທ້າ ຟລອຍ ລ້າງຕາຮອບ 2

85

ແມນນີ ປາກຽວ ນັກມວຍຊາວຟີລິບປິນ ອອກມາປະກາດຂ່າວໃນວັນທີ 27 ຕຸລາ 2019 ຂໍທ້າ ຟລອຍ ເມເວດເທີຈູເນຍ ອະດີດນັກມວຍລະດັບໂລກ ໃຫ້ກັບມາຊົກກັນອີກຄັ້ງ.

ປາກຽວ ກັບ ຟລອຍ ເຄີຍໄດ້ຮັບການຍົກຍ້ອງວ່າເປັນ 2 ນັກມວຍທີ່ເກັ່ງທີ່ສຸດ ແລະ ພວກເຂົາກໍໄດ້ຊົກກັນ 1 ຄັ້ງ ເຊິ່ງເປັນ ຟລອຍ ທີ່ເອົາຊະນະ. ຢ່າງໃດກໍຕາມ, ແຟນມວຍຫຼາຍຄົນກໍຢາກໃຫ້ພວກເຂົາກັບມາຊົກກັນອີກຄັ້ງ.

ຫຼ້າສຸດ ປາກຽວ ໂພສຄລິບຕອນທີ່ຕົວເອງໄປຊ້ອມກັບ ແຈັກມາ ມະຫາເສດຖີຊາວຈີນ ລົງທະວິດເຕີ ເຄືອຂ່າຍສັງຄົມອອນລາຍ ວ່າ: “ ຟລອຍ ເມເວດເທີ ຖ້າເຈົ້າຢາກໄດ້ການຕໍ່ສູ້ທີ່ແທ້ຈິງກໍມາສູ້ກັບຂ້ອຍ ແຕ່ຖ້າຢາກຂຶ້ນຊົກກັບ ໄຟທ໌ພິເສດແລ້ວ ໝູ່ຂອງຂ້ອຍຄົນນີ້ ແຈັກມາ ຈະຮັບມືກັບເຈົ້າເອງ ນີ້ຄືທີມ ແມນນີ ທີ່ແທ້ຈິງ ”.

( ຄໍາສອນ; ຮູບຈາກ: AP )