ພິທັກ ນັກເຕະຄວາມຫວັງກັບມາສົມທົບທີມຊາດລາວ ລຸຍ ຊີເກມ 2019

165

ພິທັກ ກອງມະທິລາດ ອີກນັກເຕະຄວາມຫວັງຂອງ ທີມຊາດລາວ ທັງເປັນນັກເຕະເກີນອາຍຸ 22 ປີຂອງທີມຊາດລາວ ເດີນທາງກັບມາຮອດ ສປປ ລາວ ໃນວັນທີ 28 ຕຸລາ 2019 ເພື່ອລົງຝຶກຊ້ອມກັບທີມຊາດລາວ ກຽມພ້ອມລຸຍການແຂ່ງຂັນບານເຕະ ໃນຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ໃນທ້າຍປີນີ້.

ຄວາມເຄື່ອນໄຫວຂອງທີມຊາດລາວ ຊຸດຊີເກມ 2019 ຫຼ້າສຸດຄັດຈາກ 40 ຄົນ ເຫຼືອ 27 ຄົນໃນປັດຈຸບັນ ແລະ ຈະສືບຕໍ່ຄັດໃຫ້ເຫຼືອ 23 ຄົນ ໃນວັນສຸກທີ 1 ພະຈິກ 2019 ເຊິ່ງ ພິທັກ ກໍມີຊື່ 1 ໃນ 27 ຄົນປັດຈຸບັນ ແລະ ເປັນນັກເຕະເກີນອາຍຸ 22 ປີເຊັ່ນດຽວກັບ ສຸກອາພອນ ວົງຈຽງຄໍາ ຕາມທີ່ກົດລະບຽບໃຫ້ມີນັກເຕະເກີນໄດ້ 2 ຄົນ ເລີ່ມຝຶກຊ້ອມກັບທີມຊາດລາວ ໃນວັນທີ 29 ຕຸລາ 2019.

ຫຼັງຈົບລະດູການກັບ ອະຍຸດທະຍາ ຢູໄນເຕັດ ທີມໃນໄທລີກ 2 ພິທັກ ກໍກັບມາ ສປປ ລາວ ກ່ອນເປີດເຜີຍກັບ ທີມຂ່າວໜັງສືພິມ ເສດຖະກິດ – ການຄ້າ ວ່າ: ການແຂ່ງຂັນໄທລີກ 2 ລະດູການທີ່ຫາກໍຈົບລົງ ນ້ອງໄດ້ໂອກາດລົງສະໜາມທັງໝົດ 34 ນັດ ( ຕົວຈິງ 28 ນັດ ) ສາມາດຍິງໄດ້ 1 ປະຕູ ແລະ ສົ່ງໃຫ້ໝູ່ຍິງ 5 – 6 ປະຕູ, ສ່ວນເລື່ອງສັນຍາໃໝ່ແມ່ນຈະມີຂ່າວດີໄວໆນີ້.

“ ແນ່ນອນຫຼັງຈົບການແຂ່ງຂັນນ້ອງກໍເດີນທາງກັບມາ ສປປ ລາວ ທັນທີ ເພື່ອມາຮ່ວມຝຶກຊ້ອມກັບທີມຊາດລາວ ກຽມພ້ອມລຸຍຊີເກມ 2019 ທີ່ປະເທດຟີລິບປິນ ໃນທ້າຍປີນີ້. ການແຂ່ງຂັນບານເຕະຊາຍໃນ ຊີເກມ 2019 ທີມຊາດລາວ ຮ່ວມສາຍໜັກ ໂດຍມີແຊັມເກົ່າ ໄທ ແລະ ຫວຽດນາມ. ຢ່າງໃດກໍຕາມ, ເຊື່ອວ່າການຝຶກຊ້ອມກັບເພື່ອນຮ່ວມທີມ ແລະ ປະສົບການທີ່ຜ່ານມາ ຈະສາມາດຊ່ວຍທີມໄດ້ ເຊິ່ງຕ້ອງເບິ່ງໄປນັດຕໍ່ນັດ ” ພິທັກ ກ່າວ.

ພິທັກ ກາຍເປັນນັກເຕະທີ່ແຈ້ງເກີດ ແລະ ເປັນຄວາມຫວັງຂອງທີມຊາດລາວຢ່າງເຕັມຕົວ ໂດຍສະເພາະໃນ ຊີເກມ 2017 ທີ່ມາເລເຊຍ ພິທັກ ຍິງ 3 ປະຕູ ຊ່ວຍໃຫ້ທີມຊາດລາວ ເອົາຊະນະ ບຣູໄນ 3 – 0 ເກັບໄຊຊະໄດ້ໃນຊີເກມນັດດຽວ. ຕ້ອງຕິດຕາມວ່າ ຊີເກມ 2019 ພິທັກ ຈະຊ່ວຍທີມຊາດລາວໄດ້ສໍ່າໃດ ໂດຍຖືກຈັບຢູ່ກຸ່ມ B ຮ່ວມກັບ ໄທ ແຊັມເກົ່າ, ອິນໂດເນເຊຍ ( ອັນດັບ 3 ຄັ້ງທີ່ຜ່ານມາ ), ຫວຽດນາມ, ສິງກະໂປ ແລະ ບຣູໄນ; ສ່ວນກຸ່ມ A ຟີລິບປິນ, ມາເລເຊຍ ຮອງແຊັມເກົ່າ, ມຽນມາ, ກຳປູເຈຍ ແລະ ຕີມໍ ເລັສເຕ.

ປັດຈຸບັດ ພິທັກ ອາຍຸ 23 ປີ ເລີ່ມຫຼິ້ນບານເຕະລາວພຣີເມຍລີກ 2013 ກັບສະໂມສອນ ກອງທັບ ເອັຟຊີ ຈົນເຖິງປີ 2015 ກ່ອນຍ້າຍໄປຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ແລະ ລ້ານຊ້າງ ຢູໄນເຕັດ, ປີ 2017 ໄປຫຼິ້ນໃຫ້ກັບ ກອງທັບ ເອັຟຊີ ອີກຄັ້ງຈົນເຖິງປີ 2018 ກ່ອນຍ້າຍໄປຫຼິ້ນໃຫ້ກັບອະຍຸດທະຍາ ຢູໄນເຕັດ ຈົນເຖິງປັດຈຸບັນ, ສ່ວນທີມຊາດແມ່ນຕິດຕັ້ງແຕ່ຊຸດເຍົາວະຊົນຈົນເຖິງຊຸດໃຫຍ່.

 

( ຄໍາສອນ )

( ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ )