ປາກຊັນແຈ້ງ! ລາຄາປານິນ ສູງສຸດຕ້ອງບໍ່ເກີນ 22.000 ກີບ/ກິໂລ

292

ດ້ວຍສະພາບເສດຖະກິດໃນປັດຈຸບັນ ການງານການເງິນຝືດເຄືອງເຮັດໃຫ້ເງິນທີ່ຫາມາບໍ່ພໍກັບລາຍຈ່າຍ ແຕ່ໃນເວລາດຽວກັນສິນຄ້າໃຊ້ສອຍຕາມທ້ອງຕະຫຼາດພັດແພງຂຶ້ນກວ່າເດີມ ລັດຖະບານຈິ່ງໃຫ້ທຸກແຂວງຕິດຕາມໃກ້ສິດກ່ຽວກັບລາຄາສິນຄ້າຕາມທ້ອງຕະຫຼາດ, ຫຼ້າສຸດນີ້ຢູ່ເມືອງປາກຊັນແຂວງບໍລິຄຳໄຊ ໄດ້ອອກແຈ້ງການກຳນົດລາຄາປານິນສູງສຸດບໍ່ເກີນ 22.000 ກີບ.

ໂດຍອີງຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 474/ນຍ ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ອີງຕາມ ບົດລາຍງານຂອງຫ້ອງການອຸດສາຫະກຳ ແລະ ການຄ້າເມືອງປາກຊັນ ສະບັບເລກທີ 749/ມປຊ ລົງວັນທີ 22 ຕຸລາ 2019.

ດັ່ງນັ້ນ, ເຈົ້າເມືອງປາກຊັນ, ແຂວງ ບໍລິຄຳໄຊ ອອກແຈ້ງການເຖິງ ສະບັບເລກທີ 011/ມປຊ ລົງວັນທີ 25 ຕຸລາ 2019 ເຖິງກຸ່ມລ້ຽງປານິນເມືອງປາກຊັນ, ແມ່ຄ້າຂາຍປານິນຕະຫຼາດປາກຊັນ ຕະຫຼອດຮອດພະນັກງານ, ທະຫານ,ຕຳຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ທົ່ວເມືອງ ປາກຊັນ ເລື່ອງ ການກຳນົດລາຄາຂາຍຍົກປານິນໜ້າກະຊັງ,ສົ່ງເຖິງຕະຫຼາດ ແລະ ລາຄາຂາຍຍ່ອຍ ຢູ່ຕະຫຼາດປາກຊັນ.

ໂດຍໃນແຈ້ງການລະບຸວ່າ: ເຫັນດີກຳນົດລາຄາຂາຍຍົກປານິນໜ້າກະຊັງ ແລະ ສົ່ງເຖິງຕະຫຼາດ ບໍ່ເກີນລາຄາ 20.000 ກີບ/ກິໂລ ແລະ ລາຄາຂາຍຍ່ອຍຢູ່ຕະຫຼາດພາຍໃນເມືອງປາກຊັນ ບໍ່ເກີນລາຄາ 22.000 ກີບ/ກິໂລ.
ຫ້າມຜູ້ປະກອບການຂຶ້ນລາຄາຕາມລຳພັງໃຈ,ກັກຕຸນ, ປັ່ນປ່ວນ, ຢຸດ ຫຼື ປະຕິເສດ ການຈໍາໜ່າຍຢ່າງເດັດຂາດ. ກໍລະນີບໍ່ປະຕິບັດ ຫຼື ລະເມີດຈະໄດ້ໃຊ້ມາດຕະການປັບໃໝຕາມດຳລັດ ເລກທີ 474/ນຍ ລົງວັນທີ 18 ພະຈິກ 2010 ຢ່າງເຂັ້ມງວດ.

ກໍລະນີການຕອບສະໜອງປານິນໃນກະຊັງ ບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ແມ່ນໃຫ້ກຸ່ມລ້ຽງປານິນໃນກະຊັງເມືອງປາກຊັນ ສະເໜີຫ້ອງການອຸດສາຫະກຳ ແລະ ການຄ້າເມືອງປາກຊັນ ເພື່ອຄົ້ນຄວ້າພິຈາລະນານຳສະເໜີິຕໍ່ຂັ້ນເທິງ.

ສະນັ້ນ, ຈຶ່ງມອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງປາກຊັນ ເປັນເຈົ້າການຕິດຕາມ, ກວດກາ ແລະ ຄຸ້ມຄອງໃຫ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຈົນກວ່າຈະມີການປ່ຽນແປງຄັ້ງໃໝ່.