ລາວ – ຮົງກາຣີ ປຶກສາຫາລືເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ

76

ປະທານາທິບໍດີ ຮົງກາຣີ ໄດ້ເດີນທາງຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 24 – 27 ຕຸລາ 2019 ໂອກາດດັ່ງກ່າວກໍໄດ້ພົບປະຫາລືເສີມຂະຫຍາຍການຮ່ວມມືດ້ານເສດຖິດ ລວມເຖິງການຊ່ວຍເຫຼືອເງິນກູ້ ໄລຍະ 4 ສໍາລັບໂຄງການກໍ່ສ້າງໂຮງໝໍແຂວງໄຊຍະບູລີ ຂອງກະຊວງສາທາລະນະສຸກ ແລະ ໂຄງການວຽກງານສະຖິຕິແຫ່ງຊາດ ຂອງກະຊວງແຜນການ ແລະ ການລົງທຶນ.

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ຢາໂນສ ອາແດຣ ປະທານາທິບໍດີ ແຫ່ງສາທາລະນະລັດຮົງກາຣີ  ພ້ອມດ້ວຍພັນລະຍາ ແລະ ຄະນະຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະ ຫວ່າງວັນທີ 24 – 27 ຕຸລາ 2019 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດຮົງກາຣີ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ.

ໃນຕອນເຊົ້າຂອງວັນທີ 25 ຕຸລາ 2019 ທີ່ທໍານຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ບັນດາຜູ້ແທນຂັ້ນສູງຂອງລາວ ໄດ້ຈັດພິທີຕ້ອນຮັບ ທ່ານ ຢາໂນສ ອາແດຣ ປະທານາທິບໍດີແຫ່ງ ສາທາລະນະລັດຮົງກາຣີ ຢ່າງເປັນທາງການ ແລະ ສົມກຽດ.

ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍການນຳຂັ້ນສູງຂອງລາວ ໄດ້ດຳເນີນການພົບປະສອງຝ່າຍກັບ ທ່ານ ຢາໂນສ    ອາແດຣ ແລະ ຄະນະຜູ້ແທນຂັ້ນສູງຂອງ ສ.ຮົງກາຣີ ໃນການພົບປະຄັ້ງນີ້ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານປະທານາທິບໍດີ ຢາໂນສ ອາແດຣ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສ.ຮົງກາຣີ ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ – ຮົງກາຣີ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ສອງຝ່າຍໄດ້ປຶກສາຫາລື ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະ ຫວ່າງສອງປະເທດ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ຂະຫຍາຍກວ້າງອອກໃນຫຼາຍດ້ານ. ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນເດືອນກັນຍາ ປີ 1962 ເປັນຕົ້ນມາ ເຊິ່ງສະແດງອອກໃນການພົວພັນທາງດ້ານການເມືອງ ລະຫວ່າງສອງປະເທດສືບຕໍ່ໜັກແໜ້ນ, ມີການແລກປ່ຽນຄະນະຜູ້ແທນໃນຫຼາຍລະດັບ ນັບແຕ່ການນໍາລັດຖະບານລົງຮອດຂັ້ນວິຊາການ ເພື່ອແລກປ່ຽນຄໍາຄິດເຫັນ ແລະ ຖອດຖອນບົດຮຽນນໍາກັນ ແລະ ຮັດແໜ້ນຄວາມສາມັກຄີທີ່ມີມູນເຊື້ອລະຫວ່າງສອງປະເທດ, ສອງຝ່າຍມີຄວາມເຂົ້າອົກເຂົ້າໃຈອັນເລິກເຊິ່ງ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.

ນອກຈາກນີ້, ລັດຖະບານລາວ ໄດ້ຕີລາຄາສູງຕໍ່ ລັດຖະບານຮົງກາຣີ ທີ່ໄດ້ສືບຕໍ່ຊ່ວຍເຫຼືອດ້ານວິຊາການໃນຂະແໜງກະສິກຳ, ການສຶກສາ ລວມທັງໃຫ້ເງິນກູ້ຢືມທີ່ບໍ່ມີດອກເບ້ຍ. ໃນນັ້ນ, ຮົງກາຣີ ໄດ້ສືບຕໍ່ໃຫ້ທຶນການສຶກສາແກ່ ສປປ ລາວ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກເພີ່ມຂຶ້ນ ເຊິ່ງໃນປັດຈຸບັນມີນັກສຶກສາລາວຮຽນຢູ່ ຮົງກາຣີ ຈໍານວນທັງໝົດ 185 ຄົນ. ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືທິດທາງເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະແມ່ນການຮ່ວມມືດ້ານການເມືອງ, ການທູດ, ກະສິກຳ, ການສຶກສາ, ການຄ້າ – ການລົງທຶນ, ການເງິນ, ວິທະຍາສາດ – ເຕັກໂນໂລຊີ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລວມທັງການຄຸ້ມຄອງນໍ້າແບບຍືນຍົງ ແລະ ຂະແໜງການອື່ນໆທີ່ທັງສອງຝ່າຍມີທ່າແຮງ ພ້ອມທັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ.

ໃນໂອກາດດຽວກັນນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງ ຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຮົງກາຣີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະໃນປີ 2018 ລັດຖະບານຮົງກາຣີ ໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກໃຫ້ແກ່ ສປປ ລາວ ໂດຍສະໜອງ ແລະ ຕິດຕັ້ງເຄື່ອງກອງນໍ້າສະອາດຈໍານວນໜຶ່ງໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດທໍາມະຊາດອັນຮ້າຍແຮງ ແລະ ບໍ່ເຄີຍມີມາກ່ອນ ຢູ່ແຂວງອັດຕະປື ກໍຄືການສະແດງຄວາມເສຍໃຈ ແລະ ເຫັນໃຈຕໍ່ປະຊາຊົນໃນບັນດາແຂວງພາກໃຕ້ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພອັນຮ້າຍແຮງເມື່ອບໍ່ດົນມານີ້ ແລະ ຄໍາສະເໜີອັນມີມະນຸດສະທໍາ ແລະ ເອື້ອເຟື້ອເພື່ອແຜ່ຂອງລັດຖະບານຮົງກາຣີ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອບັນເທົາທຸກແກ່ປະຊາຊົນລາວໃນແຂວງດັ່ງກ່າວ.

ໃນວັນດຽວກັນ, ທ່ານ ຢາໂນສ ອາແດຣ ພ້ອມດ້ວຍຄະນະຍັງໄດ້ພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍທີ່ໄດ້ຮັບການເສີມຂະຫຍາຍໃນຫຼາຍດ້ານໃນໄລຍະ 50 ກວ່າປີຜ່ານມາ ເປັນຕົ້ນ: ທາງດ້ານການເມືອງ, ການທູດ, ການພົບປະແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງທັງສອງຝ່າຍ, ການຮ່ວມມືດ້ານກະສິກຳ, ການສຶກສາ ແລະ ເງິນກູ້ບໍ່ມີດອກເບ້ຍ ( Tied Aid Credit ) ສຳລັບ 3 ໄລຍະ ມູນຄ່າ 198,6 ລ້ານໂດລາສະຫະລັດ ເປັນຕົ້ນແມ່ນ: ໂຄງການກະສິກຳ,ໂຄງການບໍາບັດນໍ້າເປື້ອນແບບລວມສູນຢູ່ນະຄອນຫຼວງວຽງຈັນ ແລະ ໂຄງການຄຸ້ມຄອງປະຊາກອນແບບທັນສະໄໝ ເຊິ່ງມີ ຄວາມສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າລັດຖະບານຮົງກາຣີ ຈະສືບຕໍ່ພິຈາລະນາການສະໜັບສະໜູນທາງດ້ານເງິນກູ້ໄລຍະ 4 ສໍາລັບໂຄງການກໍ່ສ້າງໂຮງໝໍແຂວງໄຊຍະບູລີ ຂອງກະຊວງສາທາລະນະສຸກ ແລະ ໂຄງການວຽກງານສະຖິຕິແຫ່ງຊາດ ຂອງກະຊວງແຜນການ ແລະ ການລົງທຶນ, ຊຸກຍູ້ການຮ່ວມມືເພື່ອສົ່ງເສີມ SME, MSME ໃນ ສປປ ລາວ ເຊິ່ງເຫັນວ່າ ຮົງກາຣີ ມີປະສົບການ ແລະ ປະສົບຜົນສໍາເລັດໃນຂະແໜງການດັ່ງກ່າວ.

ຫຼັງຈາກນັ້ນ, ທ່ານ ຢາໂນສ ອາແດຣ ພ້ອມດ້ວຍຄະນະຍັງໄດ້ພົບປະກັບ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ທີ່ສະພາແຫ່ງຊາດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ລາວ – ຮົງກາຣີ ໃຫ້ກ້າວຂຶ້ນສູ່ລະດັບໃໝ່.

ນອກຈາກເຄື່ອນໄຫວພົບປະກັບການນໍາຂັ້ນສູງຂອງ ສປປ ລາວ ແລ້ວ ທ່ານປະທານາທິບໍດີ ຢາໂນສ ອາແດຣ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມພິທີວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ ແລະ ໄປຢ້ຽມຢາມຟາມເພາະພັນປານໍ້າຫຸມ ເຊິ່ງເປັນໜຶ່ງໃນບັນດາໂຄງການຮ່ວມມື   ລາວ – ຮົງກາຣີ, ພົບປະກັບສະມາຄົມມິດຕະພາບ   ລາວ – ຮົງກາຣີ ແລະ ອະດີດນັກສຶກສາລາວທີ່ຮຽນຈົບມາຈາກ ຮົງກາຣີ ແລະ ໄດ້ທ່ຽວຊົມສະຖານທີ່ປະຫວັດສາດ ແລະ ວັດທະນະທຳຈຳນວນໜຶ່ງ ທີ່ນະຄອນຫຼວງວຽງຈັນ ແລະ ໄດ້ເດີນທາງໄປຢ້ຽມຢາມແຂວງຫຼວງພະບາງ ຕື່ມອີກ.

ການຢ້ຽມຢາມຄັ້ງນີ້ເປັນຄັ້ງປະຫວັດສາດຂອງຜູ້ນຳຂັ້ນສູງສຸດຂອງ ຮົງກາຣີ ແລະ ໄດ້ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ໄດ້ຮັບຜົນສໍາຢ່າງຈົບງາມ ເຊິ່ງໄດ້ເປັນນິມິດໝາຍອັນສຳຄັນ ນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ລາວ – ຮົງກາຣີ ໃຫ້ໜັກແໜ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

( ຂ່າວ: ກະຊວງການຕ່າງປະເທດ, ຮູບ: ພູວຽງຄຳ )