ປະທານາທິບໍດີ ແຫ່ງຮົງກາຣີ ຢ້ຽມຢາມ ສປປ ລາວ ສ້າງສາຍສຳພັນການຮ່ວມມື

140

ໂດຍຕອບສະໜອງຕາມຄຳເຊື້ອເຊີນ ຂອງທ່ານ ບຸນຍັງ ວໍລິຈິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ຢາໂນສ ອາແດຣ ປະທານນາທິບໍດີ ແຫ່ງສາທາລະນະລັດ ຮົງກາຣີ, ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນແລ້ວ ໃນຄໍ່າຄືນຂອງວັນທີ 24 ຕຸລາ 2019 ເພື່ອຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 24-27 ຕຸລາ 2019.

ໃຫ້ກຽດຕ້ອນທີ່ສະໜາມບິນສາກົນ ວັດໄຕ ໂດຍ ທ່ານ ຄຳເມິງ ພົງທະດີ ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ (ລັດຖະມົນຕີກຽດຕິຍົດ), ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ Szilveszter Bus ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກສອງຝ່າຍ.

ຈາກນັ້ນ, ໃນວັນທີ 25 ຕຸລາ 2019 ນີ້ຢູ່ທຳນຽບປະທານປະເທດ, ​ນະຄອນຫຼວງວຽງຈັນ ກໍ່ໄດ້ມີພິທີຕ້ອນຮັບ ທ່ານ ຢາໂນສ ອາແດຣ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຮົງກາຣີ, ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນໂອກາດຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ໂດຍການຕ້ອນຮັບຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະລັດຖະບານ.

ພ້ອມດຽວກັນນັ້ນ, ທ່ານ ປະທານາທິບໍດີ ຮົງກາຣີ ພ້ອມຄະນະ ໄດ້ເຂົ້າພົບປະກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ທີ່ສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ເພື່ອເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ຮົງກາຣີ ໃຫ້ດີຂຶ້ນກວ່າເກົ່າ.

ທີ່ມາ: ຂປລ