ອາຊີຈະແຊງ ອາເມຣິກາ ເປັນຖານຮ່ວມລົງທຶນໂລກ

114
Stock exchange board on business abstract background

ທະວີບອາຊີຈະແຊງທະວີບອາເມຣິກາ ກາຍເປັນຖານຮ່ວມລົງທຶນໂລກ ໂດຍປີກ່ອນກອງທຶນທຸລະກິດຮ່ວມລົງທຶນໃນອາຊີມີຊັບສິນພາຍໃຕ້ການບໍລິຫານຈັດການ ຄິດເປັນມູນຄ່າ 323.000 ລ້ານໂດລາ.

ຜົນການສຶກສາຂອງ ເທມາເສັກ ຊີ້ບອກວ່າ: ອາຊີ ແຊງ ອາເມຣິກາ ໃນຖານະເປັນສູນກາງການລົງທຶນຂອງທຸລະກິດຮ່ວມລົງທຶນໃນປີໜ້າ, ຂະນະທີ່ທຸລະກິດໜ້າໃໝ່ຂະຫຍາຍຕົວຢ່າງກ້າວກະໂດດທັງ ແກຣັບ ແລະ ໂກເຈັກ ຊ່ວຍເພີ່ມຄວາມສົນໃຈຂອງນັກລົງທຶນໃນທຸລະກິດຮ່ວມລົງທຶນໃນອາຊີໄດ້ຫຼາຍຂຶ້ນ.

ທຸລະກິດຮ່ວມລົງທຶນໃນອາຊີ ນໍາໂດຍ ຈີນ ຈະແຊງ ອາເມຣິກາ ກ້າວຂຶ້ນມາເປັນສູນກາງການເຮັດທຸລະກິດຮ່ວມລົງທຶນໂລກຢ່າງໄວວາໃນປີໜ້າ ໂດຍເມື່ອປີກ່ອນກອງທຶນຂອງທຸລະກິດຮ່ວມລົງທຶນໃນອາຊີມີຊັບສິນພາຍໃຕ້ການບໍລິຫານຈັດການ ຄິດເປັນມູນຄ່າ 323.000 ລ້ານໂດລາ, ຂະນະທີ່ທຸລະກິດຮ່ວມລົງທຶນໃນ ອາເມຣິກາເໜືອ ມີການບໍລິຫານຈັດການກອງທຶນຕ່າງໆທີ່ມີມູນຄ່າການລົງທຶນໂດຍລວມຢູ່ທີ່ 397.000 ລ້ານໂດລາ.

ທັງນີ້, ຫາກທຸລະກິດຮ່ວມລົງທຶນໃນອາຊີຍັງຂະຫຍາຍຕົວຕໍ່ໄປ ຈະມີມູນຄ່າກາຍ ອາເມຣິກາ ຢ່າງແນ່ນອນ ພາຍໃນປີ 2020.