ນັກບູຮານຄະດີຄົ້ນພົບໄຂ່ມຸກເກົ່າແກ່ທີ່ສຸດໃນໂລກ

51

ກົມວັດທະນະທໍາ ແລະ ການທ່ອງທ່ຽວຂອງ ຢູເອອີ ແຈ້ງການວ່າ: ນັັກບູຮານຄະດີຄົ້ນພົບໄຂ່ມຸກຕາມທໍາມະຊາດເຊື່ອວ່າເປັນໄຂ່ມຸກທີ່ເກົ່າແກ່ທີ່ສຸດໃນໂລກອາຍຸປະມານ 8.000 ປີ.

ເມື່ອທ້າຍອາທິດທີ່ຜ່ານມາ, ກົມວັດທະນະທໍາ ແລະ ການທ່ອງທ່ຽວຂອງລັດອາບູດາບີ ສະຫະລັດອາຣັບເອເມເຣັດ ຫຼື ຢູເອອີ ແຈ້ງການວ່າ: ນັກບູຮານຄະດີໄດ້ຄົ້ນພົບໄຂ່ມຸກຕາມທໍາມະຊາດເມັດໜຶ່ງເຊື່ອວ່າເປັນໄຂ່ມຸກທີ່ເກົ່າແກ່ທີ່ສຸດໃນໂລກອາຍຸປະມານ 8.000 ປີ ພົບຢູ່ພື້ນຂອງຫ້ອງໜຶ່ງ ເຊິ່ງກໍາລັງເຮັດການສໍາຫຼວດທາງບູຮານຄະດີໃນດອນ ມາຣາວານ ນອກແຄມຝັ່ງນະຄອນຫຼວງອາບູດາບີ ລັດອາບູດາບີ ສະຫະລັດອາຣັບເອເມເຣັດ ຂະນະທີ່ກໍາລັງເຮັດການສໍາຫຼວດດ້ານສະຖາປັດຕະຍະກໍາໃນຍຸກຕົ້ນຂອງປະເທດ.

ກົມວັດທະນະທໍາ ແລະ ການທ່ອງທ່ຽວ ດັ່ງກ່າວໃຫ້ຮູ້ວ່າ: ການກວດກາດ້ວຍຄາບອນໃນຊັ້ນຂອງໄຂ່ມຸກພົບວ່າມີອາຍຸຢູ່ໃນໄລຍະປີ 5.800 – 5.600 ປີກ່ອນ ຄ.ສ ໃນຍຸກຫີນ ແລະ ການຄົ້ນພົບໄຂ່ມຸກເກົ່າແກ່ທີ່ສຸດໃນໂລກໃນ ອາບູດາບີ ເຮັດໃຫ້ເປັນທີ່ຮູ້ຈັກກັນດີວ່າປະຫວັດສາດຂອງ ຢູູເອອີ ຢັ່ງຮາກເລິກໄປຍຸກກ່ອນປະຫວັດສາດ.

ໄຂ່ມຸກເມັດນີ້ເອີ້ນກັນວ່າໄຂ່ມຸກ ອາບູດາບີ ຈະນໍາອອກມາສະແດງເປັນຄັ້ງທໍາອິດໃນງານສະແດງ 10.000 ປີ ແຫ່ງ ຄວາມສີວິໄລໃນວັນທີ 30 ເດືອນຕຸລານີ້ຢູ່ທີ່ ລູບ ອາບູດາບີ.