ມື້ນີ້, ອາກາດຈະເຢັນ ຫາໜາວເຢັນຢູ່ໄຊສົມບູນ ແລະ ປາກຊ່ອງບໍລິເວນຮອດ 12 ອົງສາ

60

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນອາກາດປະຈໍາວັນທີ 21 ຕຸລາ 2019ວ່າ: ຄວາມກົດດັນສູງຂອງອາກາດເຢັນໄດ້ມີກຳລັງປານກາງຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ -ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ , ພ້ອມຈະມີຝົນຕົກຄ່ອຍຢູ່ບາງທ້ອງຖິ່ນ. ສ່ວນພາກກາງ ຫາ ພາກໃຕ້ອາກາດຮ້ອນໃນ ຕອນບ່າຍ ແລະ ມີລົມພັດແຮງເປັນບາງໂອກາດໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ,​ຊຳເໜືອ ແລະ ຊຽງຂວາງ) ອາກາດເຢັນ ຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີຝົນຕົກຄ່ອຍ ຢູ່ບາງທ້ອງຖິ່ນໂດຍສະເພາະ ແຂວງ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 14-26 ອົງສາ.

ພາກເໜືອດ້ານຕາເວັນຕົກ (ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ບໍ່ແກ້ວ, ເມືອງ ສິງ, ເມືອງວຽງພູຄາ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດເຢັນໃນຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຄ່ອຍຢູ່ບາງທ້ອງຖິ່ນແຂວງ ຫຼວງນໍ້າທາ ແລະ ບໍ່ແກ້ວ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 18-34 ອົງສາ.

ພາກກາງ (ໂພນໂຮງ, ຫຼັກ20, ປາກຊັນ, ເມືອງວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ ແລະ ເຊໂນ) ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນໃນຕອນເຊົ້າ, ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ທາງພາກຕາເວັນອອກຂອງພາກ. ອຸນຫະພູມໃນລະຫວ່າງ 21-33 ອົງສາ. ສະເພາະແຂວງ ໄຊສົມບູນ ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 12-27 ອົງສາ. ສຳລັບນະຄອນຫຼວງວຽງຈັນ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 24-34 ອົງສາ.

ພາກໃຕ້ ( ປາກເຊ, ປາກຊ່ອງ, ນິຄົມ 34, ສາລະວັນ, ເຊກອງ, ທ່າແຕງ, ດາກຈຶງ ແລະ ອັດຕະປື) ມີເຝື້ອປົກຄຸມເປັນບາງສ່ວນ ແລະ ອາກາດຮ້ອນໃນຕອນບ່າຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 21-36 ອົງສາ. ສຳລັບເຂດພູພຽງບໍລິເວນ ອາກາດໜາວເຢັນ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 12-26 ອົງສາ.