ໝີ່ເຄິ່ງສໍາເລັດຮູບໄພຮ້າຍໃກ້ຕົວເດັກນ້ອຍອາຊີ

55

ໝີ່ເຄິ່ງສໍາເລັດຮູບໄພຮ້າຍໃກ້ຕົວເດັກນ້ອຍອາຊີ ໂດຍຄ່າສະເລ່ຍພາວະຂາດສານອາຫານໃນເດັກນ້ອຍອິນໂດເນເຊຍ, ຟີລິບປິນ, ມາເລເຊຍ 40%. ຂະນະທີ່ຄ່າສະເລ່ຍພາວະຂາດສານອາຫານເດັກນ້ອຍທົ່ວໂລກ 33%.

ຕ້ອງຍອມຮັບວ່າອາຫານເປັນປັດໄຈສໍາຄັນເຮັດໃຫ້ເດັກນ້ອຍໃຫຍ່ ແລະ ແຂງແຮງ, ການເພິ່ງພາອາຫານສະໄໝໃໝ່ລາຄາຖືກຢ່າງໝີ່ເຄິ່ງສໍາເລັດຮູບ ທີ່ໄດ້ຊ່ວຍໃຫ້ເດັກນ້ອຍອີ່ມທ້ອງ ແຕ່ບໍ່ມີສານອາຫານສໍາຄັນເຮັດໃຫ້ເດັກນ້ອຍອາຊີຫຼາຍລ້ານຄົນ ຕ້ອງຈ່ອຍແຫ້ງແຮງບໍ່ມີ ຫຼື ບໍ່ກໍນໍ້າໜັກເພີ່ມຂຶ້ນໄປເລີຍ.

ກອງທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ ຫຼື ຢູນິເຊບ ເຜີຍແຜ່ບົດລາຍງານທີ່ລະບຸວ່າ: ຟີລິບປິນ, ອິນໂດເນເຊຍ ແລະ ມາເລເຊຍ ທີ່ມີເສດຖະກິດຂະຫຍາຍຕົວຢ່າງໄວວາ, ມາດຕະຖານການດໍາລົງຊີວິດເພີ່ມຂຶຶ້ນ, ແຕ່ພໍ່ແມ່ກັບບໍ່ມີເວລາ, ບໍ່ມີເງິນ ຫຼື ຂາດຄວາມຮູ້ເລື່ອງອາຫານທີ່ບໍ່ດີຕໍ່ສຸຂະພາບ.

ບົດລາຍງານໃຫ້ຮູ້ວ່າ: ເດັກນ້ອຍອາຍຸບໍ່ກາຍ 5 ປີ ໃນ 3 ປະເທດມີພາວະຂາດສານອາຫານ ສະເລ່ຍ 40% ສູງກວ່າຄ່າສະເລ່ຍໂລກທີ່ 33%.