ພຣູເດັນໂຊລ໌ ລາວ ມອບເງິນ 60 ລ້ານກີບ ແກ່ຄອບຄົວ ທ່ານ ນາງ ສັ້ນ ສຸກທະວີ ທີ່ຊື້ປະກັນຊີວິດນຳບໍລິສັດ

160

ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ( ລາວ ) ຈຳກັດ ໄດ້ມີການມອບເງິນທົດແທນປະກັນໄພຊີວິດ ຈຳນວນ 60 ລ້ານກີບ ໃຫ້ແກ່ຄອບຄົວຂອງ ທ່ານ ນາງ ສັ້ນ ສຸກທະວີ ຜູ້ເປັນພັນລະຍາ ແລະ ຜູ້ໄດ້ຮັບຜົນປະໂຫຍດຂອງ ທ່ານ ອ໋ອດ ສຸກທະວີ.

ພິທີມອບໄດ້ມີຂຶ້ນໃນວັນທີ 27 ສິງຫາຜ່ານມາ ທີ່ໜ່ວຍບໍລິການ ບໍລິສັດ ພຣູເດັນໂຊລ໌ ປະຈຳທະນາຄານເອຊີລີດາ ສາຂາແຂວງຄຳມ່ວນມອບໂດຍ ທ່ານ ອິນປັນ ແສນຄຳຕາ ຫົວໜ້າພະແນກຝ່າຍຂາຍ ພຣູເດັນໂຊລ໌ ປະກັນໄພຊີວິດລາວ.

ທ່ານ ອິນປັນ ແສນຄຳຕາ ໄດ້ກ່າວວ່າ: “ ຂ້າພະເຈົ້າຕາງໜ້າ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ( ລາວ ) ຂໍສະແດງຄວາມເສຍໃຈມາຍັງຄອບຄົວ ທ່ານ ນາງ ສັ້ນ ສຸກທະວີ ທີ່ໄດ້ສູນເສຍສາມີທີ່ເປັນຫົວໜ້າຄອບຄົວ ແລະ ເສົາຫຼັກຂອງຄອບຄົວ. ໂຊກດີທີ່ ທ່ານ ອ໋ອດ ໄດ້ຊື້ປະກັນຊີວິດນຳ ບໍລິສັດ ພຣູເດັນໂຊລ໌ ເມື່ອ 2 ປີກ່ອນ ເຊິ່ງໃນການສູນເສຍຄັ້ງນີ້ ທາງບໍລິສັດຂອງພວກເຮົາມີຄວາມຍິນດີມອບເງິນທົດແທນປະກັນໄພຊີວິດແກ່ຄອບຄົວຂອງຜູ້ກ່ຽວ ຕາມທີ່ໄດ້ລະບຸໄວ້ໃນເງື່ອນໄຂຂອງການຄຸ້ມຄອງທີ່ ທ່ານ ອ໋ອດ ສຸກທະວີ ( ຜູ້ເສຍຊີວິດ ) ໄດ້ເຮັດສັນຍາປະກັນໄພຊີວິດກັບ ບໍລິສັດ ພຣູເດັນໂຊລ໌ ເປັນເວລາ 2 ປີ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຄອບຄົວ ທ່ານ ນາງ ສັ້ນ ທີ່ໃຫ້ຄວາມໄວ້ວາງໃຈ ບໍລິສັດ ພຣູເດັນໂຊລ໌ ໄດ້ເຮັດໜ້າທີ່ດູແລ ແລະ ຄຸ້ມຄອງຄອບຄົວຜູ້ກ່ຽວ ”.

ໃນປັດຈຸບັນ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ( ລາວ ) ໄດ້ສ້າງຍຸດທະສາດການຂາຍປະກັນໄພຊີວິດ ໂດຍຜ່ານຊ່ອງທາງພັນທະມິດທຸລະກິດ ແລະ ໄດ້ຈຳໜ່າຍຜະລິດຕະພັນປະກັນໄພຊີວິດ ໂດຍຜ່ານທຸກສາຂາຂອງທະນາຄານເອຊີລີດາ ( ລາວ ), ເລີ່ມຈາກນະຄອນຫຼວງວຽງຈັນ ແລະ ໄດ້ຂະຫຍາຍທົ່ວປະເທດ ເພື່ອຕອບສະໜອງຄວາມຕ້ອງການຂອງຄົນລາວ.
ທະນາຄານເອຊີລີດາ ( ACLEDA Bank ) ເຊິ່ງເປັນໜຶ່ງໃນທະນາຄານທີ່ໜ້າເຊື່ອຖື ແລະ ມີຫຼາຍກວ່າ 40 ສາຂາໃນທົ່ວປະເທດ.

ກ່ຽວກັບ ພຣູເດັນໂຊລ໌ ປະກັນໄພຊີວິດ ( ລາວ ) ຈໍາກັດ ( ພຣູເດັນໂຊລ໌ ລາວ ) ໄດ້ເປີດຫ້ອງການຕາງໜ້າທີ່ນະຄອນຫຼວງວຽງຈັນ ໃນເດືອນມີນາ 2015 ແລະ ໄດ້ຮັບໃບຢັ້ງຢືນການດຳເນີນທຸລະກິດຢ່າງເປັນທາງການ ໂດຍກະຊວງການເງິນ ໃນເດືອນເມສາ 2016.

ບໍລິສັດ ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນພຶດສະພາ 2016 ແລະ ນໍາເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປັດຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານທະນາຄານເອຊີລີດາ ເຊິ່ງເປັນທະນາຄານທີ່ມີຄວາມໜ້າເຊື່ອຖື ແລະ ມີຫຼາຍກວ່າ 40 ສາຂາທົ່ວປະເທດ.

ສາມາດອ່ານຂໍ້ມູນເພີ່ມຕື່ມໄດ້ທີ່ www.prudential.la ກ່ຽວກັບ ພຣູເດັນໂຊລ໌ ລາວ.
ສອບຖາມຂໍ້ມູນເພີ່ມຕື່ມກະລຸນາຕິດຕໍ່:
ບໍລິສັດ ພຣູເດັນໂຊລ໌ ລາວ ຫຼື ຕິດຕໍ່ຫາ ທ່ານ ວຽງວາດສະໜາ ວົງທອງຈິດ ຫົວໜ້າຝ່າຍການຕະຫຼາດ viengvatsana.vongthongchith@prudential.la
ໂທລະສັບ: + 856 21 211 140,
ມືຖື: + 856 20 5551 5700.