ຍີ່ປຸ່ນ ຈັດສັນງົບສຳຮອງ ກວ່າ 40 ພັນຕື້ກີບ ຟື້ນຟູທົ່ວປະເທດ ທີ່ໄດ້ຮັບຜົນກະທົບຂອງພາຍຸຮາກິບິສ

72

ລັດຖະບານຍີ່ປຸ່ນໄດ້ສຳຮອງງົບປະມານໄວ້ຢ່າງໜ້ອຍ 40 ພັນຕື້ກີບ ເພື່ອໃຫ້ການຊ່ວຍເຫຼືອທຸກໆດ້ານໃຫ້ແກ່ “ທຸກພາກພື້ນ ແລະ ປະຊາຊົນທຸກຄົນ” ທີ່ໄດ້ຮັບຄວາມເດືອດຮ້ອນຈາກອິດທິພົນຂອງພາຍຸໄຕ້ຝຸ່ນ “ຮາກິບິສ” ເຊິ່ງມີຜູ້ເສຍຊີວິດເກືອບ 70 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນອັງຄານ ທີ 15 ຕຸລາ ວ່າ ນາຍົກລັດຖະມົນຕີຊິນໂຊະ ອາເບະ ຖະແຫຼງເມື່ອວັນອັງຄານ ທີ 15 ຕຸລາ ໃຫ້ຮູ້ວ່າ ອິດທິພົນຂອງພາຍຸໄຕ້ຝຸ່ນຮາກິບິສ ບໍ່ແມ່ນແຕ່ສ້າງຄວາມເສຍຫາຍເປັນພື້ນທີ່ກວ້າງຂອງປະເທດເທົ່ານັ້ນ ແຕ່ສົ່ງຜົນກະທົບຕໍ່ເສດຖະກິດຂອງຍີ່ປຸ່ນໃນໄລຍະຍາວອີກດ້ວຍ ຜູ້ນຳຍີ່ປຸ່ນກ່າວວ່າ ຜົນການປະເມີນຄວາມເສຍຫາຍໃນເບື້ອງຕົ້ນໃຫ້ຮູ້ວ່າ ບາງພື້ນທີ່ບາງແຫ່ງ ໂດຍສະເພາະເກາະຮົນຊູ “ທີ່ຄາດຈະບໍ່ໄດ້ຮັບຜົນກະທົບຫຼາຍ” ຈາກການອ່ອນກຳລັງຂອງພາຍຸຫົວນີ້ ແຕ່ກໍ່ປະສົບຄວາມເສຍຫາຍຢ່າງໜັກ. ຢ່າງໃດກໍ່ຕາມ, ກະຊວງການເງິນໄດ້ສຳຮອງງົບປະມານໄວ້ແລ້ວຢ່າງໜ້ອຍ 500 ຕື້ເຢນ (ປະມານ 40,8 ພັນຕື້ກີບ) ເພື່ອໃຫ້ການຊ່ວຍເຫຼືອໃນທຸກດ້ານໃຫ້ແກ່ “ທຸກໆພາກພື້ນ ແລະ ປະຊາຊົນທຸກຄົນ” ແລະ ລັດຖະບານກາງພ້ອມຈັດສັນເງິນຈຳນວນດັ່ງກ່າວໄດ້ທັນທີ.

.

ທັງນີ້, ລາຍງານຂອງທຳນຽບລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ ພາຍຸໄຕ້ຝຸ່ນຮາກິບິສ ສ້າງຄວາມເສຍຫາຍ 36 ແຂວງ ຈາກ 47 ແຂວງທົ່ວປະເທດ ລະດັບນໍ້າໃນແມ່ນ້ຳຢ່າງໜ້ອຍ 176 ສາຍ ຍັງມີທ່າອ່ຽງທີ່ຈະຍຶ່ງລົ້ນຕາຝັ່ງ ຂະນະທີ່ບ້ານເຮືອນຢ່າງໜ້ອຍ 34 ພັນຄົວເຮືອນ ບໍ່ມີໄຟຟ້າໃຊ້ ແລະ ປະມານ 133.000 ຄົວເຮືອນ ບໍ່ມີນໍ້າສະອາດໃຊ້ ສ່ວນໜ່ວຍກູ້ໄພຫຼາຍກວ່າ 110.000 ຄົນ ລວມທັງຕຳຫຼວດ ແລະ ກຳລັງປ້ອງກັນຕົນເອງຂອງຍີ່ປູ່ນ ໄດ້ກະຈາຍກຳລັງໃຫ້ຄວາມຊ່ວຍເຫຼືອຜູ້ປະສົບໄພ ເຊິ່ງລວມເຖິງການອົບພະຍົບປະຊາຊົນອອກຈາກບ້ານເຮືອນໄປສູນພັກເຊົາຊົ່ວຄາວທີ່ທາງການກຽມໄວ້ໃຫ້ “ການຊ່ວຍເຫຼືອປະຊາຊົນທີ່ເດືອດຮ້ອນທຸກຄົນ” ຫຼັງຈາກມີລາຍງານວ່າ ຊາຍໄຮ້ບ້ານ 2 ຄົນ ບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປອາໄສຢູ່ສູນພັກເຊົາຊົ່ວຄາວແຫ່ງໜຶ່ງ.

.

ຈຳນວນຜູ້ເສຍຊີວິດຈາກພາຍຸຮາກິບິສໃນຄັ້ງນີ້ ມີຢ່າງໜ້ອຍ 66 ຄົນ ແລະ ບາດເຈັບຫຼາຍກວ່າ 200 ຄົນ ແຕ່ມີທາງອ່ຽງວ່າ ຄວາມສູນເສຍຈະເພີ່ມຂື້ນຕື່ມ ເນື່ອງຈາກຍັງມີຜູ້ສູນຫາຍ “ອີກຫຼາຍສິບຄົນ”.

.