ພິມມະສອນ ຈາກແດນໃຕ້ ຕົວແທນໜຸ່ມລາວປະກວດ Mr Working Men International 2019

124

ໜຸ່ມ ຕ້າ ພິມມະສອນ ສິງສະຫວັນ ໜຸ່ມຈາກແດນໃຕ້ ນະຄອນປາກເຊ, ແຂວງຈຳປາສັກ ທີ່ມີຕຳແໜ່ງຮອງອັນດັບ  Mr. The Barber Lao 2019 ແລະ Mr. Working Men International Laos 2019 ຈະເປັນຕົວແທນຂອງປະເທດລາວເຂົ້າຮ່ວມການແຂ່ງຂັນໃນເວທີສາກົນ Mr. Working Men International 2019

ສໍາລັບການໄປໃນຄັ້ງນີ້ ແມ່ນໃນລະຫວ່າງວັນທີ 15-21 ຕຸລາ 2019 ທີ່ກຸງເທບ, ປະເທດໄທ ເຊິ່ງມີຜູ້ເຂົ້າຮ່ວມການແຂ່ງຂັນຫຼາຍກວ່າ 25 ປະເທດ.

ຄັ້ງນີ້ໄດ້ Trainer Nunou SkyUp2u Fitness ປັ້ນຫຸ່ນນ້ອງເຕັມທີ່ດ້ວຍໄລຍະເວລາອັນສັ້ນໆໃຫ້ດູດີ ຟິດ ເຟິມກ່ອນເດີນທາງເຂົ້າຮ່ວມການປະກວດ.

ເຊິ່ງຜູ້ສະໜັບສະໜູນຫຼັກໃນການສົ່ງໜຸ່ມຕ້າເຂົ້າປະກວດ The Barber Lao by Souriyom Chandalasane, ຊຸດສູດເທ້ໆ ແລະ ຊຸດປະຈຳຊາດໃຫ້ນ້ອງສວມໃສໃນການປະກວດຈາກຫ້ອງເສື້ອ ຄຳເພົ້າ ສັ່ງໄດ້ ແລະ Borihane Coffee&bar ຮ້ານ ກາເຟບໍລິຫານ by Touy Overdance.