ຮູ້ຈັກສາວນ້ອຍໄວໃສ ນ້ອງ ອິນທິລາ ຈັນທະຈັກ Miss Teen Body Perfect

162

ຂໍແນະນໍານ້ອງ ອິນທິລາ ຈັນທະຈັກ Miss Teen Body Perfect ຈາກເວທີປະກວດ Miss Teen Laos 2019 ອາຍຸ 16ປີ, ປັດຈຸບັນຮຽນຢູ່ ໂຮງຮຽນ ມສ ວຽງຈັນ

.

.

ເຖິງອາຍຸພຽງ 16 ປີແຕ່ຄວາມສາມາດໃນເວທີປະກວດບໍ່ນ້ອຍໜ້າລຸ້ນໃຫຍ່ເລີຍ ເພາະນ້ອງ ເຄີຍປະກວດມາ 3 ເວທີແລ້ວ, ເວທີທຳອິດ miss lamere2019 ນາງສາວໜ້າໃສ ໄດ້ລາງວັນ 2nd runner up ຮອງອັນດັບ 2, ເວທີ ທີ2 Smart boy and girls2019 ໜຸ່ມສາວສຸຂະພາບດີໄດ້ລາງວັນ 1st runner up ແລະ ເວທີ ທີ3 ແມ່ນ Miss teen laos 2019 ໄດ້ເຂົ້າຮອບ Top11 ແລະ ໄດ້ລາງວັນພິເສດ Miss teen body perfect … ບອກເລີຍວ່າອານາຄົດໃນວົງການບັນເທີງໄກແນ່ນອນ

.

.

ນ້ອງ ອິນທິລາບອກກັບທີມຂ່າວພວກເຮົາວ່າ: ເຫດຜົນທີ່ຢາກເຂົ້າປະກວດເພາະນ້ອງຢາກເກັບກ່ຽວປະສົບການ ແລະ ສະແດງຄວາມຮູ້ຄວາມສາມາດໃຫ້ທຸກຄົນໄດ້ເຫັນແລະຢາກພັດທະນາຕົນເອງໃຫ້ດີຂຶ້ນເລື້ອຍໆ

.

.

ຜົນງານດ້ານການບັນເທີງທີ່ຜ່ານມາມີການຖ່າຍແບບ ຖ່າຍໂຄສະນາ ແລະໄດ້ລາງວັນການປະກວດຕ່າງໆ
ເຄັດລັບໃນການຮັກສາສຸຂະພາບຂອງນ້ອງແນ່ນອນຕ້ອງກິນອາຫານໃຫ້ຄົບ 5ໝູ່, ອອກກຳລັງກາຍຢ່າງສະໝໍ່າສະເໝີ, ດື່ມນົມກ່ອນນອນທຸກໆມື້ທີ່ສຳຄັນແມ່ນພັກຜ່ອນໃຫ້ພຽງພໍນັ້ນເອງ

.

.

ເວລາຫວ່າງສ່ວນຫຼາຍນ້ອງມັກຈະຮຽນຫນັງສື ແລະ ອອກກຳລັງກາຍ ໃນບາງຄັ້ງກໍອອກໄປເຮັດກິດຈະກຳກັບໝູ່ເພື່ອນ
ຜູ້ຊາຍໃນສະເປັກຂອງນ້ອງຕ້ອງເປັນຄົນທີ່ມີທັດສະນະຄະຕິດີມີຄວາມເປັນຜູ້ນຳ, ເປັນຄົນດີ,ຮັກຄອບຄົວ ຮູ້ໃຫ້ກຽດເຊິ່ງກັນແລະກັນ ແຕ່ຕອນນີ້ນ້ອງຂໍໂຟກັສເລື່ອງຮຽນໄປກ່ອນ

.

ປັດຈຸບັນຢູ່ບ້ານ ດົງສະຫວາດ ເມືອງຫາດຊາຍຟອງ ນະຄອຍຫຼວງວຽງຈັນ ມີອ້າຍເອື້ອຍນ້ອງ 3 ຄົນ ແລະ ນ້ອງເປັນລູກຄົນທີ 2 , ສໍາລັບເປົ້າໝາຍໃນອະນາຄົດຂອງນ້ອງແມ່ນຈະຕັ້ງໃຈຮຽນໃຫ້ດີທີ່ສຸດເມື່ອຮຽນຈົບຈະໄດ້ມີວຽກເຮັດງານທຳທີ່ດີເພື່ອທີ່ຈະຕອບແທນບຸນຄຸນພໍ່ແມ່,ຄູບາ ອາຈານ,ຜູ້ອາວຸໂສທີ່ໃຫ້ຄວາມຮູ້ກັບນ້ອງແລະນ້ອງຈະດູແລ,ຮັກແລະໃສ່ໃຈພວກເພິ່ນໃຫ້ສຸກກາຍສະບາຍໃຈ

.

.