ພາຍຸໄຕ້ຝຸ່ນຮາກິບິສ ໃກ້ເຄື່ອນທີ່ຂຶ້ນຝັ່ງປະເທດຍີ່ປຸ່ນ ໃນທ້າຍອາທິດນີ້

77

ພາຍຸໄຕ້ຝຸ່ນ “ຮາກິບິສ” ທີ່ກຳລັງພັດຜ່ານເຄື່ອນທີ່ຂຶ້ນຝັ່ງເກາະປະເທດຍີ່ປຸ່ນ ໃນທ້າຍອາທິດນີ້ ການຂົນສົ່ງຄົມມະນາຄົມທາງລົດໄຟ ແລະ ສາຍການບິນປິດໃຫ້ບໍລິການຊົ່ວຄາວຈົນເຖິງວັນາທິດ.

ในภาพอาจจะมี 5 คน, รองเท้า, หน้าจอ และสถานที่ในร่ม

ສຳນັກຂ່າວເອພີລາຍງານຈາກເມືອງຊູຊູກະ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 11 ຕຸລາ ວ່າ ກົມອຸຕຸນິຍົມວິທະຍາຍີ່ປຸ່ນ ຖະແຫຼງການວ່າ ພາຍຸໄຕ້ຝຸ່ນ “ຮາກິບິສ” ຄາດວ່າຈະເຄື່ອນທີ່ພັດຜ່ານເຂົ້າສູ່ຝັ່ງພາກຕາເວັນຕົກ ແລະ ພາກຕາເວັນອອກຂອງປະເທດຍີ່ປຸ່ນ ລະຫວ່າງວັນເສົາທີ 12 ເຖິງ ວັນອາທິດ ວັນທີ 13 ຕຸລາ ນີ້ ແລະ ໄດ້ແຈ້ງເຕືອນໃຫ້ປະຊາຊົນມີສະຕິລະມັດລະວັງໄພທຳມະຊາດຮຸນແຮງຄັ້ງນີ້ ເຊິ່ງກ່ອນໜ້ານີ້ ສຳນັກງານອຸຕຸນິຍົມຍີ່ປຸ່ນ ຄາດການວ່າ ຈະສົ່ງຜົນກະທົບຕໍ່ການຂົນສົ່ງ ທັງລົດໄຟ, ຍົນ. ໂດຍເບື້ອງຕົ້ນມີລາຍງານວ່າ ສາຍການບິນເອັນເອເອັນ ແລະ ສາຍການບິນເຈແປນ ແອຣ໌ໄລນ໌ ທັງ 2 ສາຍການບິນ ໄດ້ປະກາດຍົກເລີກ ຖ້ຽວບິນທັງພາຍໃນ ແລະ ຕ່າງປະເທດ ລວມທັງໝົດ 955 ຖ້ຽວບິນ ຕັ້ງແຕ່ວັນສຸກ ທີ 11 ເຖິງ ວັນອາທິດ ທີ 13 ຕຸລາ ນີ້.

ในภาพอาจจะมี สถานที่กลางแจ้ง, น้ำ และธรรมชาติ

ในภาพอาจจะมี ท้องฟ้า, เมฆ, สถานที่กลางแจ้ง, น้ำ และธรรมชาติ

ນອກຈາກນີ້, ລົດໄຟຊິນຄັນເຊັນ ເສັ້ນທາງໂຕກຽວ – ນາໂກຢາ ລວມເຖິງເສັ້ນທາງ ນາໂກຢາ-ຊິນໂອຊາກ້າ ຈະໂຈະການໃຫ້ບໍລິການ ຕັ້ງແຕ່ເຊົ້າວັນເສົາ ທີ 12 ຕຸລາ ເປັນຕົ້ນໄປ.