ລາວສະເໜີນະໂຍບາຍເຂດເສດຖະກິດພິເສດ ດຶງດູດການລົງທຶນ

115

ໃນກອງປະຊຸມຂອບການຮ່ວມມືແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ຄັ້ງທີ 3 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ນຳສະເໜີນະໂຍບາຍເຂດເສດຖະກິດພິເສດ ເພື່ອດຶງດູດເອົາການລົງທຶນຈາກປະເທດສະມາຊິກ.

ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຂອບການຮ່ວມມືແມ່ນ້ຳຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ຂຶ້ນໃນວັນທີ 9 ຕຸລາຜ່ານມາ ທີ່ໂຮງແຮມລາວ ພລາຊາ ນະຄອນຫວງວຽງຈັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ພູວຽງ ພົງສາ ວ່າການແທນຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Wang Qihui ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ, ສະຖານທູດຈີນ ປະຈຳນະຄອນຫຼວງວຽງຈັນ, ມີບັນດາຄະນະຜູ້ແທນຈາກປະເທດກຳປູເຈຍ, ມຽນມາ, ສສ ຫວຽດນາມ ແລະ ໄທ ເຂົ້າຮ່ວມ.

ທ່ານ ພູວຽງ ພົງສາ ກ່າວວ່າ: ກອງປະຊຸມຂອບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ເຊິ່ງມີ 6 ປະເທດເຂົ້າຮ່ວມ CLMVT ຄື: ກໍາປູເຈຍ, ສປປ ລາວ, ມຽນມາ,    ສສ ຫວຽດນາມ, ໄທ ແລະ     ສປ ຈີນ ໂດຍທີ່ປະຊຸມໄດ້ເນັ້ນປຶກສາຫາລືສະຫຼຸບແຜນການພັດທະນາ 5 ປີທໍາອິດ ( 2018 – 2022 ) ເພື່ອສົ່ງເສີມການຮ່ວມມືລະ ຫວ່າງປະເທດສະມາຊິກໃນດ້ານການຄ້າ, ການລົງທຶນ ແລະ ການຮ່ວມມືທາງດ້ານເສດຖະກິດໃນຮູບແບບຕ່າງໆ ເພື່ອສະໜັບສະໜູນການດຳເນີນງານຕາມແຜນທີ່ໄດ້ກຳນົດໄວ້ໃນຖະແຫຼງການ ຊານຍາ ( Sanya ) ແລະ ຖະແຫຼງການພະນົມເປັນ ທີ່ຄະນະຜູ້ແທນຮັບຮອງ, ຫາລືການຄ້າຂ້າມແດນໃນບັນດາປະເທດສະມາຊິກ ໂດຍສະເພາະແມ່ນ ສປ ຈີນ ທີ່ວ່າເປັນປະເທດຫົວເຮືອໃນການລະດົມການປຶກສາຫາລື ເພື່ອວາງແຜນ 5 ປີ ເຊິ່ງກວມເອົາຫຼາຍຂົງເຂດທີ່ຈະໄດ້ມີການຮັບຮອງເອົາ ເຊັ່ນ: ເລື່ອງການຂົນສົ່ງ, ພະລັງງານໄຟຟ້າ, ການຄ້າອອນລາຍ, ກະສິກໍາ, ອຸດສາຫະກໍາ ແລະ ເລື່ອງການຝຶກອົບຮົມໃຫ້ແກ່ພະນັກງານທີ່ຫຼາຍປະເທດຍັງບໍ່ທັນໄດ້ຮັບຮອງ.

ທ່ານຍັງໄດ້ຮູ້ວ່າ: ສຳລັບ ສປປ ລາວ ໃນນາມເຮົາເປັນປະທານຈັດກອງປະຊຸມໃນຄັ້ງນີ້ ກໍໄດ້ສະເໜີນະໂຍບາຍໃນການສ້າງເຂດເສດຖະກິດພິເສດ ເຊິ່ງໄດ້ເຊີນຕາງໜ້າຂອງເຂດເສດຖະກິດພິເສດ ມານຳສະເໜີວ່າມີນະໂຍບາຍຫຍັງແດ່ໃນການດຶງດູດນັກລົງທຶນ ສປ ຈີນ ຫຼື ໃນປະເທດສະມາຊິກ ເພື່ອໃຫ້ເຂົ້າມາລົງທຶນໃນເຂດດັ່ງກ່າວ. ໃນຕອນທ້າຍກອງປະຊຸມບັນດາຄະນະຜູ້ແທນປະເທດສະມາຊິກ ກໍໄດ້ມີການເຊັນບົດບັນທຶກການປຶກສາຫາລື ແລະ ຂໍ້ຕົກລົງຮ່ວມກັນ.

[ ຂ່າວ: ສັນຕິ; ຮູບ: ສຸກສະຫວັນ ]