ນັກທ່ອງທ່ຽວຈີນ ຂົນເງິນໄປໃຊ້ຢູ່ຕ່າງປະເທດກວ່າໜຶ່ງຮ້ອຍຕື້ໂດລາ

202

ຄົນຈີນໃຊ້ເງິນທ່ຽວຢູ່ຕ່າງປະເທດກວ່າ 127 ຕື້ໂດລາ ໃນໄລຍະ 6 ເດືອນຕົ້ນປີ 2019.

ສໍານັກງານບໍລິຫານເງິນຕ່າງປະເທດລາຍງານວ່າ: ປະຊາຊົນຈີນໃຊ້ເງິນໃນການເດີນທາງທ່ອງທ່ຽວຢູ່ຕ່າງປະເທດນັບຕັ້ງແຕ່ເດືອນມັງກອນ – ເດືອນມິຖຸນາທີ່ຜ່ານມາ ຄິດເປັນມູນຄ່າກວ່າ 127 ຕື້ໂດລາລາຍງານຂ່າວໃຫ້ຮູ້ວ່າ: ກວ່າເຄິ່ງໜຶ່ງຂອງຕົວເລກດັ່ງກ່າວເປັນການໃຊ້ຈ່າຍໃນປະເທດແຖວອາຊີຮອງລົງມາຄືອາເມຣິກາ ແລະ ເອີຣົບ.

ຂະນະດຽວກັນລາຍງານໃຫ້ຮູ້ຕື່ມວ່າ: ຝຣັ່ງ, ອິຕາລີ, ອັງກິດ ແລະ ສະວິດ ເປັນສະຖານທີ່ທ່ອງທ່ຽວຍອດນິຍົມໃນເຂດເອີຣົບ.

ນອກຈາກນີ້, ນັກທ່ອງທ່ຽວຈີນໃຊ້ເງິນມູນຄ່າ 14,9 ຕື້ໂດລາ ໃນບັນດາປະເທດເສັ້ນທາງສາຍໄໝໃນໄລຍະຕົ້ນປີນີ້.

ສໍານັກຂ່າວຊິນຮວາ ລາຍງານວ່າ: ນັກທ່ອງທ່ຽວຈີນໃຊ້ບັດເຄຣດິດໃນການໃຊ້ຈ່າຍເພື່ອການພັກຜ່ອນຢ່ອນໃຈໃນຕ່າງປະເທດຫຼາຍທີ່ສຸດ, ຂະນະທີ່ການຊໍາລະເງິນດ້ວຍມືຖືມີຈໍານວນຫຼາຍຂຶ້ນເຖິງ 100% ເມື່ອປຽບປີຕໍ່ປີ.