ມາສດ້າ ຮຸ່ນຊາວໜຸ່ມ ແລະ ຢູ 35 ຂຶ້ນນໍາຕາຕະລາງບານເຕະ ຊ້າງ ລີກຄັບ 2019

88

ມາສດ້າ ຈີບີ ເອັຟຊີ ດີກຣີແຊັມຂັນຈີເອັດແບັດເຕີຣີ 2019 ມາໃໝ່ໆໝາດໆ ທັງຮຸ່ນຊາວໜຸ່ມ ແລະ ອາວຸໂສ 35 ປີຂຶ້ນໄປ ລົງສະໜາມນັດທີ 2 ຍັງຮັກສາຟອມເກັ່ງ ເກັບໄຊຊະນະ 2 ນັດລວດ ມີ 6 ຄະແນນ ພ້ອມທັງແຊງໜ້າຄູ່ແຂ່ງຂຶ້ນເປັນທີມນໍາຕາຕະລາງໃນການແຂ່ງຂັນກີລາບານເຕະ 8 ຄົນ ຊີງຂັນສະໜາມເຕະບານຫຍ້າທຽມ ຊ້າງ ເອັຟຊີ ຫຼື ລາຍການ ຊ້າງ ລີກຄັບ 2019.

ເມື່ອທ້າຍອາທິດຜ່ານມາ ທີ່ສະໜາມເຕະບານຫຍ້າທຽມ ຊ້າງ ເອັຟຊີ 3 ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ສືບຕໍ່ແຂ່ງຂັນບານເຕະ 2 ຮຸ່ນ ກໍຄືຮຸ່ນທົ່ວໄປ ແລະ ຮຸ່ນ 35 ປີ ໃນລາຍການດັ່ງກ່າວ ໂດຍທີມທີ່ໜ້າຕິດຕາມເປັນ ມາສດ້າ     ຈີບີ ເອັຟຊີ ທັງສອງຮຸ່ນໂດຍລົງສະໜາມໃນມື້ດຽວກັນ ສາມາດເອົາຊະນະຄູ່ແຂ່ງໄປສະບາຍໆ ໂດຍຮຸ່ນຊາວໜຸ່ມ    ມາສດ້າ ຖະຫຼົ່ມເອົາຊະນະ ທີມຟຣາມເມີ ເອັຟຊີ 14 – 2 ປະຕູ ຂຶ້ນເປັນທີ 1 ຂອງກຸ່ມ ເອ, ສ່ວນຮຸ່ນ 35 ປີ ມາສດ້າ ກໍບໍ່ໜ້ອຍໜ້າທີມຊາວໜຸ່ມ ໄລ່ຖະຫຼົ່ມຊະນະ ທີມໜຶ່ງໃນດວງໃຈ 8 – 1 ປະຕູ ເກັບເພີ່ມ 6 ຄະແນນເປັນທີມນຳຂອງກຸ່ມ.

ສໍາລັບລາຍການດັ່ງກ່າວໄດ້ຮັບການອຸປະຖຳຫຼັກຈາກຜະລິດຕະພັນ ເບຍຊ້າງ ໂດຍນຳໃຊ້ສະໜາມຊ້າງ 3 ບ້ານຊ້າງຄູ້ ເມືອງໄຊທານີ ຈັດແຂ່ງຂັນເປັນຫຼັກ ສະເພາະຮຸ່ນທົ່ວໄປ ມີ 10 ທີມ ແບ່ງເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເອົາທີ 1 – 2 ຜ່ານເຂົ້າຮອບຕໍ່ໄປ, ສ່ວນຮຸ່ນ 35 ປີ ມີ 10 ທີມ ຈັດເປັນກຸ່ມດຽວ ແຂ່ງຂັນພົບກັນໝົດແບບລະບົບລີກ ( ແຂ່ງຂັນຮອບດຽວ ) ຄັດເອົາທີມທີ່ມີຄະແນນດີທີ່ສຸດໄດ້ແຊັມໄປຄອງ; ຂະນະທີ່ຮຸ່ນ 40 ປີຂຶ້ນໄປ ແມ່ນຈະດຳເນີນແຂ່ງຂັນໃນເດືອນພະຈິກທີ່ຈະມາເຖິງ.

( ຂ່າວ: ສົງການ, ຮຽບຮຽງ: ຄໍາສອນ )