ປັນຈັກສີລັດລາວ ເກັບຕົວທີ່ ຫວຽດນາມ 45 ວັນ ກ່ອນລຸຍ ຊີເກມ ຫວັງຍາດຫຼຽນຄໍາປະຫວັດສາດ

134

ຄູຝຶກ ແລະ ນັກກີລາປັນຈັກສີລັດ ທີມຊາດລາວ ລວມທັງໝົດ 15 ຄົນ ແບ່ງເປັນ ຄູຝຶກ 3 ຄົນ ແລະ ນັກກີລາ 12 ຄົນ ( ຍິງ 3 ຄົນ ) ອອກເດີນທາງໄປເກັບຕົວທີ່ ສສ ຫວຽດນາມ ລະຫວ່າງວັນທີ 8 ຕຸລາ ຫາ 23 ພະຈິກ 2019 ເພື່ອກຽມຄວາມພ້ອມສ້າງຜົນງານໃຫ້ໄດ້ຕາມມາດຕະຖານ ແລະ ຫວັງສູ້ຊົນຍາດຫຼຽນຄໍາປະຫວັດສາດໃນຊີເກມ 2019 ທີ່ປະເທດຟີລິບປິນ.

ເມື່ອວັນທີ 9 ຕຸລາ 2019 ທັບນັກກີລາປັນຈັກສີລັດລາວ ເດີນທາງໄປປະເທດຫວຽດນາມ ເພື່ອເກັບໄປເກັບຕົວຝຶກຊ້ອມທີ່ສູນຝຶກຊ້ອມທີ່ນະຄອນໂຮ່ຈິມິນ    ສສ ຫວຽດນາມ; ກ່ອນເດີນທາງ ທ່ານ ວັນໄຊ ອຸດົມຜົນ ເປັນທັງຄູຝຶກ ແລະ ກໍາມະການຕັດສິນທີມຊາດປັນຈັກສີລັດລາວ ລາຍງານຕໍ່ທີມຂ່າວ ເສດຖະກິດ – ການຄ້າ ວ່າ: ຫຼັງຈາກທີ່ທັບນັກກີລາ ປັນຈັກສີລັດລາວ ຄວ້າ 3 ຫຼຽນເງິນ ແລະ 3 ຫຼຽນທອງ ໃນການແຂ່ງຂັນປັນຈັກສີລັດຊີງແຊັມໂລກ ຫາດຊາຍ ຄັ້ງທີ 1 ທີ່ປະເທດໄທ ໃນອາທິດຜ່ານມາ ກໍໄດ້ເດີນທາງໄປເກັບຕົວທີ່ສູນຝຶກ ນະຄອນໂຮ່ຈິມິນ ປະເທດຫວຽດນາມ ໄລຍະເວລາ 45 ວັນ ຈົນເຖິງວັນທີ 23 ພະຈິກ ຈຶ່ງກັບມາ ສປປ ລາວ ກຽມພ້ອມໄປແຂ່ງຂັນໃນຊີເກມ 2019.

ສໍາລັບການເດີນທາງໄປເກັບຕົວຄັ້ງນີ້ ພວກເຮົາສົ່ງໄປ 15 ຄົນ ແບ່ງເປັນຄູຝຶກ 3 ຄົນ ແລະ ນັກກີລາ 12 ຄົນ. ໃນນັ້ນ, ມີຍິງ 3 ຄົນ. ຊຸດຊີເກມ 2019 ນີ້ ພວກເຮົາຕັ້ງຄວາມຫວັງຮັກສາຜົນງານບໍ່ໃຫ້ຫຼຸດໃນຊີເກມຄັ້ງທີ່ຜ່ານມາ ແລະ ຈະພະຍາຍາມສູ້ຊົນຍາດຫຼຽນຄໍາປະຫວັດສາດໃຫ້ໄດ້ ”, ທ່ານ ວັນໄຊ ກ່າວ.

ສໍາລັບຊີເກມ 2017 ທີ່ປະເທດມາເລເຊຍ ປັນຈັກສີລັດລາວ ຍາດໄດ້ 3 ຫຼຽນທອງຈາກປະເພດຕໍ່ສູ້ 2 ຫຼຽນ ແລະ ປະເພດຟ້ອນ 1 ຫຼຽນ.

ສ່ວນປີນີ້ ປັນຈັກສີລັດລາວ ຈະສົ່ງປະເພດຕໍ່ສູ້ປະກອບມີ: ຮຸ່ນ 50 ກິໂລຊາຍ ທະນະພົນ ສີມພິງາວົງ, ຮຸ່ນ 55 ກິໂລຊາຍ ໂບ້ ທໍາມະວົງສາ, ຮຸ່ນ 65 ກິໂລຊາຍ ມີໂນ່ ສົງພັກດີ, ຮຸ່ນ 45 ກິໂລຍິງ ນາງ ມ໊ອດລະຍາ ສົງພັກດີ ແລະ ຮຸ່ນ 55 ກິໂລ    ຍິງ ນາງ ອໍລະໄທ ສູນທະວົງ, ສ່ວນປະເພດຟ້ອນປະກອບມີ ດ່ຽວຊາຍ ສຸກສະຫວັນ ຈັນທິລາດ, ດ່ຽວຍິງ ນາງ ປຸກກີ່ ສະເຫຼີມບຸຜາ, ຄູ່ຊາຍ ອາລິສັກ ສິງສຸວົງ ກັບ ອຳພົນ ຂຸນຈະເລີນ ແລະ ປະເພດທີມຊາຍ ປະກອບມີ: ວັນໄຊ ບຸນຍາວົງ, ວິລະໄຊ ພັນໃບ ແລະ ແຟ້ງ ວົງພັກດີ.

( ຄໍາສອນ )