ອາເມຣິກາຂາດຄູຈໍາຕ້ອງຈ້າງຄູຕ່າງປະເທດມາສອນ

90

ເງິນເດືອນຄູທີ່ຕໍ່ບໍ່ໄດ້ອັດຕາສ່ວນກັບພາລະໜ້າທີ່ທີ່ໜັກທີ່ໜັກຫຼາຍຂອງຄູ່ເຮັດໃຫ້ປະຊາຊົນອາເມຣິກາຈໍານວນໜຶ່ງບໍ່ຢາກເປັນຄູ່ອີກຕໍ່ໄປຈົນໂຮງຮຽນອາເມຣິກາຕ້ອງຈ້າງຄົນຕ່າງປະເທດມາສອນແທນໂດຍສະເພາະຄູ່ຟີລິບປິນ.

 

ໂຮງຮຽນໃນອາເມຣິກາຂາດຄູສອນຈໍານວນຫຼາຍເຮັດໃຫ້ຫຼາຍໂຮງຮຽນແກ້ໄຂບັນຫາດ້ວຍການຈ້າງຄູ່ຈາກຕ່າງປະເທດມາສ່ອນໃນໂຮງຮຽນຂອງຕົນເອງເນື່ອງຈາກາເມຣິກາມີບັນຫາຂາດຄູທົ່ວປະເທດເນື່ອງຈາກນັກສຶກສາຈົບໃໝ່ບໍ່ຄ່ອຍເລືອກເຮັດອາຊີບຄູຢູ່ແລ້ວ.

 

ໃນປີ2018ອາເມຣິກາຂາດຄູເຖິງ112.000ຕໍາແໜ່ງໃນນັ້ນລັດແອຣິໂຊນາເປັນລັດດຽວທີ່ມີຕໍາແໜ່ງຄູວ່າງເຖິງ7.000ຕໍາແໜ່ງເຮັດໃຫ້ຫຼາຍໂຮງຮຽນຕ້ອງຮັບຄົນທີ່ບໍ່ມີໃບວິຊາຊີບຄູຫຼືຄູທີ່ມີຢູ່ກໍຕ້ອງເພີ່ມຊົ່ວໂມງການສອນຕໍ່ວັນເຂົ້າໄປ;ອີກທາງໜຶ່ງຫຼາຍໂຮງຮຽນເລືອກກໍຄືການຈ້າງຄູຕ່າງປະເທດດ້ວຍວີຊາ ເຈ-1ຫຼືວີຊາແລກປ່ຽນວັດທະນະທໍາ ແລະ ການສຶກສາເຊ່ິງຈະອະນຸຍາດໃຫ້ຄົນຕ່າງປະເທດເຫຼົ່ານີ້ຢູ່ໃນອາເມຣິກາໄດ້ຫຼາຍເຖິງ5ປີ.

ກະຊວງການຕ່າງປະເທດອາເມຣິກາລາຍງານວ່າ:ໃນໄລຍະທົດສະວັດທີ່ຜ່ານມາຈໍານວນຄູຟີລິບປິນທີ່ເຂົ້າມາສອນໃນອາເມຣິກາດ້ວຍວີຊາດັ່ງກ່າວເພີ່ມຂຶ້ນຈາກ21ຄົນມາເປັນເກືອບ800ຄົນ.