ແຂວງສາລະວັນ ເຜີຍແຜ່ການນຳໃຊ້ສື່ອອນລາຍໄປໃນທາງທີ່ຖືກຕ້ອງໃຫ້ນັກຮຽນ

48

ຄະນະໂຄສະນາອົບຮົມແຂວງ  ສາລະວັນ ຮ່ວມກັບພະແນກການທີ່ກ່ຽວຂ້ອງ ລົງເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງ, ເປັນປະໂຫຍດ ແລະ ຕອບຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ແລະ ໄດ້ຈັດຂຶ້ນເປັນຄັ້ງທໍາອິດ ທີ່ໂຮງຮຽນມັດທະຍົມສົມບູນສາລະວັນ ແລະ ໂຮງຮຽນມັດທະຍົມສົມບູນອົງແກ້ວ ໃນວັນທີ 24 ກັນຍາ 2019 ໂດຍການເຂົ້າຮ່ວມຂອງ ທ່ານ ສີເຮັງ ຫອມສົມບັດ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຕາງໜ້າພະແນກການທີ່ກ່ຽວຂ້ອງ, ຄະນະອໍານວຍການໂຮງຮຽນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ, ຄູ – ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ທ່ານ ສີເຮັງ ຫອມສົມບັດ ໃຫ້ຮູ້ວ່າ: ປັດຈຸບັນນີ້ ໂລກເຮົາມີການພັດທະນາດ້ານເຕັກໂນໂລຊີຂໍ້ມູນ – ຂ່າວສານຢ່າງໄວວາ ເປັນຕົ້ນແມ່ນການນໍາໃຊ້ສືື່ສັງຄົມອອນລາຍ ຄື: ເຟສບຸ໊ກ, ຢູທູບ, ວັອດແອັບ ແລະ ອື່ນໆ ທີ່ສາມາດນໍາໃຊ້ສື່ສານ ແລະ ຮ່ວມເຮັດກິດຈະກໍາຕ່າງໆໄດ້ຢ່າງງ່າຍດາຍ ເຊິ່ງມີທັງດ້ານດີ ຖ້າເຮົານໍາໃຊ້ເຂົ້າໃນການຊອກຮູ້ຮໍ່າຮຽນເອົາສິ່ງໃໝ່ໆມາປະດິດຄິດແຕ່ງທີ່ເກີດປະໂຫຍດຕໍ່ຕົນເອງ, ສັງຄົມ ແລະ ປະເທດຊາດ. ຄຽງຄູ່ກັນນັ້ນ, ກໍຍັງສົ່ງຜົນເສຍຫຼາຍດ້ານ ຖ້າຫາກເຮົານໍາໃຊ້ໄປໃນທາງທີ່ຜິດ ເປັນຕົ້ນແມ່ນການໃສ່ຮ້າຍປ້າຍສີ, ສະແດງສິ່ງລາມົກອານາຈານຜ່ານສື່ສັງຄົມອອນລາຍ ແລະ ສິ່ງອື່ນໆທີ່ເຫັນວ່າຂັດຕໍ່ລະບຽບກົດໝາຍທີ່ກໍານົດໄວ້.

ສະນັ້ນ, ຄູ – ອາຈານ ແລະ ນັກຮຽນຮູ້ປັນຍາຊົນ ເຊິ່ງເປັນຄົນຮຸ່ນໃໝ່ທີ່ພວມສະແຫວງຫາຄວາມຮູ້ໃນດ້ານສື່ສັງຄົມອອນລາຍດັ່ງກ່າວ ຕ້ອງຈໍາໃຫ້ໄດ້ອັນໃດເປັນຂໍ້ມູນເທັດ, ອັນໃດເປັນຂໍ້ມູນຄວາມຈິງ ເພື່ອຕອບໂຕ້ກຸ່ມຄົນທີ່ຫວັງມ້າງເພທໍາລາຍ ແລະ ໂຄ່ນລົ້ມໂຈມຕີພັກ ແລະ ລັດຖະບານ. ທັງນີ້, ແມ່ນແນໃສ່ເພື່ອຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ການເຜີຍແຜ່ຄັ້ງນີ້ ນັກຮຽນໄດ້ຮຽນຮູ້ກ່ຽວກັບບັນດາກົດໝາຍ, ດໍາລັດທີ່ກ່ຽວຂ້ອງ ຕິດພັນກັບການກະທໍາຜິດຜ່ານສື່ສັງຄົມອອນລາຍ, ກົດໝາຍສື່ມວນຊົນ, ກົດລະບຽບຈະລາຈອນຕາມເສັ້ນທາງຫຼວງ, ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ເອກະສານນໍາພາແນວຄິດການໃຊ້ສື່ສັງຄົມອອນລາຍ ທັງໄດ້ມີການຮຽກຮ້ອງໃຫ້ນັກຮຽນຮູ້ນຳໃຊ້ໃຫ້ເກີດປະໂຫຍດແກ່ຕົນເອງ, ຄອບຄົວ, ໝູ່ຄູ່, ການສຶກສາຮ່ຳຮຽນ ແລະ ສັງຄົມ, ຫຼີກລຽງການນຳໃຊ້ສື່ໄປໃນທາງທີ່ຜິດ, ຄວນພິຈາລະນາ ແລະ ໄຕ່ຕອງໃຫ້ເປັນຢ່າງດີ. ຈາກນັ້ນ, ກໍໄດ້ຈັດກິດຈະກໍາຖາມ – ຕອບຄວາມຮູ້ຕ່າງໆອີກດ້ວຍ.

ການເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍຄັ້ງນີ້, ພາຍຫຼັງທີ່ໄດ້ສໍາເລັດການເຜີຍແຜ່ຢູ່ໂຮງຮຽນມັດທະຍົມສົມບູນສາລະວັນ ແລະ ໂຮງຮຽນມັດທະຍົມສົມບູນອົງແກ້ວແລ້ວ ຍັງມີແຜນເຄື່ອນໄຫວເຜີຍແຜ່ຢູ່ໂຮງຮຽນ ມສ ດ່ານ, ມຕ ກະຊະ, ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ ແລະ ມສ ນາຂ້ອຍສາວ.

( ຂ່າວ: ທິດລານີ ໂຄດໂຍທາ )