ທົບທວນຄວາມຄືບໜ້າການສະເໜີປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ

163

ໃນວັນທີ 18 ກັນຍາ 2019 ນະຄອນຫຼວງວຽງຈັນ, ທ່ານ ປີເຕີ ຊາດີ ( Peter Shadie ) ຜູ້ອຳນວຍການຄົນໃໝ່ ຂອງໂຄງການມໍລະດົົກໂລກຂອງ IUCN ເຂົ້າຮ່ວມກອງປະຊຸມດ້ານວິຊາການສະເພາະກິດ ເພື່ອທົບທວນຄືນຄວາມຄືບໜ້າຫຼ້າສຸດ ກ່ຽວກັບການສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ທາງທຳມະຊາດຂອງ ສປປ ລາວ.

ທ່ານ ຊາດີ ໄດ້ກ່າວວ່າ: “ ອົງການ IUCN ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ເຫັນຄວາມມຸ່ງໝັ້ນຢ່າງແຮງກ້າຂອງລັດຖະບານລາວ ໃນທຸກລະດັບທີ່ເຮັດວຽກຮ່ວມກັບຄູ່ຮ່ວມງານຢ່າງໃກ້ຊິດ ເພື່ອກຽມຄວາມພ້ອມໃນການສະເໜີປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເຂົ້າໃນບັນຊີມໍລະດົກໂລກ; ພວກເຮົາຫວັງວ່າຈະໄດ້ເຫັນການສະເໜີດັ່ງກ່າວເຂົ້າສູ່ຂະບວນການປະເມີນຜົນຢ່າງເປັນທາງການຂອງພວກເຮົາ ”.

ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ ເຊິ່ງເປັນປະທານກອງປະຊຸມວິຊາການດັ່ງກ່າວ ໄດ້ກ່າວວ່າ:“ ເນື່ອງຈາກມີການແລກປ່ຽນ ແລະ ການຮ່ວມມືຢ່າງຕໍ່ເນື່ອງ ລະຫວ່າງ ສອງລັດຖະບານລາວ ແລະ ຫວຽດນາມ, ຂ້າພະເຈົ້າເຊື່ອໝັ້ນວ່າ ການສະເໜີປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ຮ່ວມຊາຍແດນ ຮ່ວມກັບອຸທິຍານແຫ່ງຊາດ ຟອງຍາແກບັງ ຈະປະສົບຜົນສຳເລັດ ແລະ ຈະເຮັດໃຫ້ພື້ນທີ່ດັ່ງກ່າວກາຍເປັນພູມສັນຖານຮ່ວມຊາຍແດນທາງດ້ານພູມີສາດ ແລະ ຊີວະວິທະຍາທີ່ໂດດເດັ່ນທີ່ສຸດໃນໂລກ ”.

ທ່ານ ເຢນສ໌ ລັກເຄັນເຮີມ ( Jens Luetkenherm ) ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ໄດ້ກ່າວ:  “ ມັນເປັນສິ່ງທີ່ໜ້າປະທັບໃຈຫຼາຍ ທີ່ເຫັນວ່າລັດຖະບານລາວ ໄດ້ມີຄວາມຄືບໜ້າຫຼາຍຕໍ່ການສະເໜີ ປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ຂອງອົງການຢູເນັສໂກ ເພື່ອເຮັດໃຫ້ການສະເໜີປະສົບຜົນສຳເລັດ ມັນມີຄວາມສຳຄັນຫຼາຍທີ່ປ່າສະຫງວນດັ່ງກ່າວ ຈະຖືກຍົກລະດັບໃຫ້ເປັນອຸທິຍານແຫ່ງຊາດ ແລະ ມີຄວາມຈຳເປັນທີ່ຈະຕ້ອງມີພະນັກງານ ແລະ ງົບປະມານໃນການດຳເນີນງານທີ່ພຽງພໍສຳລັບການຄຸ້ມຄອງ ເຂດຫີນໜາມໜໍ່ໃຫ້ມີປະສິດທິພາບ; ລັດຖະບານເຢຍລະມັນ ມີຄວາມພາກພູມໃຈທີ່ໄດ້ເປັນຄູ່ຮ່ວມງານກັບລັດຖະບານລາວ ໃນການດຳເນີນການ ”.

ກົມມໍລະດົກ ແລະ ກົມປ່າໄມ້ ແມ່ນໄດ້ຮ່ວມມືກັນຢ່າງໃກ້ຊິດ ເພື່ອໃຫ້ບັນລຸການສະເໜີຊື່ປະສົບຜົນສຳເລັດ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານເຢຍລະມັນ ຜ່ານໂຄງການ “ ການປົກປ້ອງ ແລະ ການນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ ” ( ProFEB ), ຈັດຕັ້ງປະ ຕິບັດໂດຍ Deutsche GesellschaftfürInternationaleZusammenarbeit ( GIZ ) GmbH.

ກອງປະຊຸມດ້ານວິຊາການສະເພາະກິດດັ່ງກ່າວ ໄດ້ເປີດໂອກາດເພື່ອໃຫ້ໄດ້ຮັບຜົນປະໂຫຍດຈາກການປະກອບສ່ວນໂດຍກົງຂອງຜູ້ຊ່ຽວຊານມໍລະດົກໂລກຊັ້ນນຳຂອງໂລກໃນລະດັບສາກົນ ເພື່ອປຶກສາຫາລືກ່ຽວກັບສິ່ງທ້າທາຍທາງດ້ານເຕັກນິກ, ທົບທວນແຜນການສະເໜີຊື່ ແລະ ທຳຄວາມເຂົ້າໃຈຈຸດສຳຄັນຕ່າງໆຂອງຂະບວນການສະເໜີດັ່ງກ່າວ. ທັງໝົດນີ້ຈະຊ່ວຍໃຫ້ຄະນະປະຕິບັດງານດ້ານວິຊາການສະເພາະກິດ ຈະສາມາດນຳພາຂະບວນການໄປໃນທິດທາງທີ່ຖືກຕ້ອງ ແລະ ສາມາດຄຸ້ມຄອງໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ທ່ານ ຊາດີ ມີຄວາມຮູ້ຄວາມຊ່ຽວຊານ ກ່ຽວກັບຂົງເຂດພາກພື້ນເປັນຢ່າງດີ ແລະ ທ່ານຍັງເປັນຜູ້ຂຽນກ່ຽວກັບ “ ການປະເມີນຄວາມພ້ອມດ້ານມໍລະດົກໂລກຂອງອົງການຢູເນັສໂກ ສຳລັບປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ” ( ເດືອນກຸມພາ ປີ 2017 ). ທ່ານໄດ້ນຳເອົາ ຄວາມຮູ້ທີ່ເລິກເຊິ່ງ ທີ່ທ່ານມີກ່ຽວກັບພື້ນທີ່ ແລະ ຄວາມຊ່ຽວຊານໃນຂະບວນການຂອງຢູເນັສໂກແລກປ່ຽນຢູ່ໃນກອງປະຊຸມ. ຈາກກອງປະຊຸມດັ່ງກ່າວ, ທີມງານດ້ານວິຊາການສະເພາະກິດ ສາມາດໄດ້ຮັບຜົນປະໂຫຍດຈາກປະສົບການ ແລະ ຄວາມຊ່ຽວຊານດ້ານມໍລະດົກໂລກຂອງທ່ານ ເພື່ອທົບທວນຄວາມຄືບໜ້າຕາມຄຳແນະນຳ 50 ຂໍ້ທີ່ ທ່ານ ຊາດີ ໄດ້ກ່າວໄວ້ໃນປີ 2017 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຫີນໜາມໜໍ່ ໃຫ້ມີສະຖານະພາບມໍລະດົກໂລກ.

ການມາຢ້ຽມຢາມຂອງ ທ່ານ Shadie ພ້ອມທັງຜູ້ຕາງໜ້າ ຈາກອົງການ IUCN ທ່ານອື່ນໆ ໃນຄັ້ງນີ້ແມ່ນໄດ້ກຳນົດການພຽງສອງອາທິດ ຫຼັງຈາກກອງປະຊຸມຄະນະກຳມະການຊີ້ນຳມໍລະດົກລະດັບຊາດ ຄັ້ງທີ 8 ທີ່ກ່າວເຖິງການສະເໜີຊື່ຂອງຫີນໜາມໜໍ່ ເຂົ້າໃນບັນຊີມໍລະດົກໂລກ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ຄວາມທຸ່ມເທຂອງລັດຖະບານລາວ ແລະ ເປັນສິ່ງຢືນຢັນເຖິງການສະໜັບສະໜູນລະດັບນາໆຊາດຢ່າງຕໍ່ເນື່ອງ ໃນການສົ່ງເສີມ ແລະ ປົກປ້ອງມໍລະດົກທາງທຳມະຊາດຂອງລາວ ຖ້າການສະເໜີຊື່ເຂົ້າເປັນມໍລະດົກໂລກປະສົບຜົນສຳເລັດ, ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງຍາແກບັງ ຂອງຫວຽດນາມ ກໍຈະກາຍເປັນມໍລະດົກໂລກທຳມະຊາດ ຮ່ວມຊາຍແດນແຫ່ງທຳອິດໃນອາຊີຕາເວັນອອກສ່ຽງໃຕ້.

[ ຂ່າວ: ພຸດຕີ້ – ສົມລົດ; ຮູບ: ຈີໄອແຊັດ )