ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງພຽງ ຄັ້ງທີ VIII ເຊິ່ງເລືອກເອົາ ສະຫາຍ ເສີດ ແສງສຸລິນ ເປັນເລຂາຄະນະບໍລິຫານງານພັກເມືອງ

170

ກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນອົງຄະນະພັກເມືອງພຽງ ແຂວງໄຊຍະບູລີ ທີ່ດຳເນີນມາເປັນເວລາ 2 ວັນເຕັມ ໄດ້ສໍາເລັດລົງໃນຕອນບ່າຍວັນທີ 23 ກັນຍາ 2019 ນີ້ ທີ່ສະໂມສອນຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ເສີດ ແສງສຸລິນ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ-ເມືອງ ພຽງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະບໍລິຫານງານພັກ 10 ເມືອງທົ່ວແຂວງ, ກອງພົນທະຫານຮາບທີII, ພະນັກງານອາວຸໂສບຳນານ, ມີນັກທຸລະກິດ, ຜູ້ປະກອບການ, ຜູ້ແທນສົມບູນທີ່ມາຈາກຄະນະພັກຮາກຖານ ແລະ ໜ່ວຍພັກທົ່ວເມືອງ, ແຂກຮັບເຊີນທີ່ມາຈາກສູນກາງ ແລະ ແຂວງ ເຂົ້າຮ່ວມ 200 ກວ່າສະຫາຍ.

ກອງປະຊຸມດັ່ງກ່າວໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາຂະແໜງການ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກຊຸດເກົ່າ, ພ້ອມທັງໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການ ຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ 5 ປີຜ່ານມາ, ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ 5 ປີ ນັບແຕ່ປີ 2020 ຮອດ 2024 ເຊິ່ງມີເນື້ອໃນຕົ້ນຕໍເຊັ່ນ: ການພັດທະນາເສດຖະກິດຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບສະເລ່ຍ 9,3% ຕໍ່ປີ, ລວມຍອດລາຍຮັບໄດ້ 1.293 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 20,70 ລ້ານກີບ ຫຼື ເທົ່າກັບ 2.588 ໂດລາສະຫະລັດ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນຢ່າງຕັ້ງໜ້າຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ.

ໃນນັ້ນ: ກະສິກໍາເພີ້ມຂື້ນ 7,2%, ກວມເອົາ 32%, ອຸດສາຫະກຳເພີ້ມຂື້ນ 5,8%, ກວມເອົາ 21%, ການບໍລິການເພີ້ມຂື້ນ 13,8%, ກວມເອົາ 47% ຂອງລວມຍອດລາຍຮັບທັງໝົດ, ໄດ້ເອົາໃຈໃສ່ຍົກລະດັບຄຸນນະພາບການສຶກສາ, ການບໍລິການສາທາລະນະສຸກ ໃນນີ້ ຖືສໍາຄັນການພັດທະນາຊັບພະຍາກອນມະນຸດເປັນໃຈກາງ; ສຸມໃສ່ສ້າງຄອບຄົວ ແລະ ບ້ານຕາມທິດນຳ 3 ສ້າງ ເພື່ອບັນລຸການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ກອງປະຊຸມໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງທັງໝົດ 31 ສະຫາຍ, ຍິງ 6 ສະຫາຍ ແລະ ເລືອກໄດ້ 27 ສະຫາຍ,ຍິງ 6 ສະຫາຍ, ອາຍຸສູງສຸດ 57 ປີ, ຕໍ່າສຸດ 29 ປີ ແລະ ອາຍຸສະເລ່ຍ 48 ປີ, ຜູ້ແທນສົມບູນທີ່ມີສິດປ່ອນບັດທັງໝົດ 129 ສະຫາຍ, ຍິງ 18 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວເມືອງພຽງ ຈຳນວນ 2.085 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເລືອກເອົາ ສະຫາຍ ເສີດ ແສງສຸລິນ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ນາງ ແສງອາພອນ ແກ້ວບົວໂຮມ ແລະ ສະຫາຍ ສຸວັນທອງ ພູມມາວົງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ຕົກລົງເລືອກຕັ້ງເອົາປະທານ, ຮອງປະທານກວດກາພັກເມືອງ ໃນນີ້ຕົກລົງເລືອກເອົາ ສະຫາຍ ນາງ ແສງອາພອນ ແກ້ວບົວໂຮມ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ພັນ ທຳມະໂນລາ ແລະ ສະຫາຍ ນາງ ວັນດີ ດີນ້ອຍ ເປັນຮອງປະທານຄະນະກວດກາພັກເມືອງ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາພັກແຂວງ, ຊິ່ງສະຫາຍໄດ້ເນັ້ນໜັກບາງບັນຫາສໍາຄັນເຊັ່ນ: ຄະນະພັກຂັ້ນຕ່າງໆ ຕ້ອງຖືສໍາຄັນຄົ້ນຄວ້າ, ເຊື່ອມຊຶມກໍາແໜ້ນ ແລະ ຮູ້ຜັນຂະຫຍາຍ ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ນິຕິກໍາຕ່າງໆ ຂອງຂັ້ນເທີງ ກາຍເປັນອັນລະອຽດຂອງຄະນະພັກຕົນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ນໍາພາຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ, ເພີ່ມທະວີໃນການສຶກສາອົບຮົມ ໃຫ້ແກ່ຖັນແຖວພະນັກງານ – ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມໜັກແໜ້ນ ທາງດ້ານ, ສ້າງເມືອງພຽງ ໃຫ້ກາຍເປັນເມືອງຜະລິສະບຽງອາຫານຕິດພັນກັບການປຸງແຕ່ງເພື່ອສົ່ງອອກ, ພັດທະນາການບໍລິການທາງຜ່ານ ແລະ ການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ, ເສີມຂະຫຍາຍຄວາມສາມັກຄີພາຍໃນພັກ ໃຫ້ມີຄວາມໜັກແໜ້ນ ເປັນຄັນທຸງເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງນີ້ ໃຫ້ບັນລຸສໍາເລັດຕາມຄາດໝາຍວາງໄວ້.

ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ