ອຸດສາຫະກໍາຊີ້ນງົວໂລກສ່ຽງຖືກເກັບພາສີ

39

ສູນວິໄຈ ຟິດໂຊລູຊັນ ປະເມີນວ່າ ອຸດສາຫະກໍາຊີ້ນງົວໂລກຈະພົບກັບຄວາມສ່ຽງເພີ່ມຂຶ້ນ ເພາະຫຼາຍປະເທດຕັ້ງຄໍາຖາມວ່າຄວນໃຊ້ນະໂຍບາຍການເກັບພາສີກັບຊີ້ນງົວ ຫຼື ບໍ່ ຫຼັງມີລາຍງານຊີ້ວ່າອຸດສາຫະກໍາລ້ຽງສັດຂະໜາດໃຫຍ່ເປັນຕົວການປ່ອຍອາຍພິດເຮືອນແກ້ວ.

ນອກຈາກນີ້, ອາດຈະເຮັດໃຫ້ຊີ້ນງົວ ຫຼື ຊີ້ນແປຮູບຖືກຈັດເປັນສິນຄ້າທີ່ຕ້ອງເກັບພາສີແບບດຽວກັບຢາສູບ ແລະ ເຄື່ອງດື່ມ. ຄວາມເຄື່ອນໄຫວຫຼ້າສຸດນີ້ສອດຄ່ອງກັບບົດລາຍງານອົງການສະຫະປະຊາຊາດ ຫຼື ສປຊ ທີ່ສະຫຼຸບວ່າອຸດສາຫະກໍາຊີ້ນສັດ ແລະ ການເຮັດຟາມສັດຂະໜາດໃຫຍ່ເຮັດໃຫ້ເກີດແກ໊ສມີເທນຈໍານວນຫຼາຍໃນຊັ້ນບັນຍາກາດເປັນໜຶ່ງໃນສາເຫດພາວະໂລກຮ້ອນ.

ກ່ອນໜ້ານີ້ໃນປີ 2016 ປະເທດດານມາກ ແລະ ຊູແອັດ ໄດ້ສະເໜີນະໂຍບາຍພິຈາລະນາເກັບພາສີຊີ້ນງົວ ແລະ ຜະລິດຕະພັນແປຮູບຈາກຊີ້ນງົວ ເຊິ່ງຂະບວນການພິຈາລະນາຍັງບໍ່ສໍາເລັດ ແຕ່ກະແສຫຼຸດການບໍລິໂພກຊີ້ນງົວ ແລະ ການລ້ຽງສັດຂະໜາດໃຫຍ່ໃນກຸ່ມປະເທດເອີຣົບຕາເວັນຕົກກໍາລັງມາແຮງຂຶ້ນເລື້ອຍໆຈົນມີຄວາມເປັນໄປໄດ້ສູງທີ່ລັດຖະບານປະເທດເຫຼົ່ານີ້ຈະຊຸກຍູ້ໃຫ້ເກີດສະຖານະການເກັບພາສີດັ່ງກ່າວ.

ຢ່າງໃດກໍຕາມ, ການເກັບພາສີຊີ້ນງົວ ແລະ ອຸດສາຫະກໍາຊີ້ນສັດຈະຍິ່ງເຮັດໃຫ້ຕົວເລືອກດ້ານອາຫານຂອງຄົນທົ່ວໂລກຫຼຸດໜ້ອຍລົງກວ່າເກົ່າ ແລະ ຄົນທີ່ທຸກຍາກຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ.