ເຕັກນິກການຮັກສາສີລົດ

167

1 ຫ້າມເຊັດລົດທັນທີຫຼັງຂັບລົດແລ່ນ, ດິນເຈື່ອນ ຫຼັງຈາກທີ່ຂັບລົດເຖິງເຮືອນສ່ວນໃຫຍ່ມັກຈະເບິ່ງໃນແງ່ດີວ່າເປັນການລ້າງລົດໄປໃນຕົວ. ຈາກນັ້ນ, ຈຶ່ງໃຊ້ຜ້ານໍາມາເຊັດລົດທັນທີ ເຊິ່ງເປັນການເບິ່ງແຍງຮັກສາລົດໃນໄລຍະລະດູຝົນທີ່ບໍ່ຖືກຕ້ອງຢ່າງຍິ່ງ ແຖມຍັງເປັນການເບິ່ງແຍງສີລົດທີ່ຜິດວິທີອີກດ້ວຍ ເນື່ອງຈາກຂະນະທີ່ເຮົາກໍາລັງຂັບລົດລຸຍນໍ້າຝົນອາດຈະມີຂີ້ຕົມ, ໃບໄມ້ ຫຼື ເສດດິນ, ເສດແກ້ວຕິດລົດມານໍາ ຫາກທ່ານບໍ່ຮູ້ຈັກວິທີຮັກສາຄວາມສະອາດ, ການເຊັດລົດຫຼັງຝົນຕົກຢ່າງບໍ່ຖືກວິທີ ຈະເຮັດໃຫ້ເສດສິ່ງເປື້ອນເປິເຫຼົ່ານີ້ຂູດຂີດລົດຈົນເປັນຮອຍໄດ້.

2 ຄວນລ້າງລົດເຮັດ ຄວາມສະອາດທັນທີຫຼັງຝົນຕົກ ຫຼື ລຸຍນໍ້າຖ້ວມ? ຫຼັງຈາກລົດລຸຍນໍ້າຝົນມາແລ້ວ ເຈົ້າຂອງລົດຄວນເບິ່ງແຍງສີລົດໃນໄລຍະລະດູຝົນດ້ວຍການລ້າງທໍາຄວາມສະອາດລົດຢ່າງຖືກວິທີທັນທີ ແຕ່ບໍ່ຄວນລ້າງລົດໃນໄລຍະເວລາຕອນຄໍ່າ ແລະ ຄວນໃຊ້ຜ້າປົກລົດ ຫຼັງຈາກລ້າງລົດຮຽບຮ້ອຍແລ້ວ ຫາກຈອດລົດກາງແຈ້ງຕ້ອງເລືອກຜ້າປົກລົດກັນນໍ້າ.

ວິທີການເບິ່ງແຍງສີລົດໃນລະດູຝົນແບບງ່າຍໆ

1 ໝັ່ນລ້າງລົດຢ່າງສະໝໍ່າສະເໝີ ໂດຍສະເພາະຢ່າງຍິ່ງຫຼັງລຸຍນໍ້າຝົນ, ລຸຍຂີ້ຕົມ ເພື່ອຈະຊ່ວຍບໍ່ໃຫ້ເກີດຄາບຝັງແໜ້ນ ແຕ່ຖ້າເຮົາບໍ່ມີເວລາຫຼາຍແນະນໍາໃຫ້ໃຊ້ສາຍຢາງສີດລ້າງຝຸ່ນ, ຂີ້ຕົມ ແລະ ຄາບນໍ້າຝົນ.

2 ເມື່ອຂັບລົດລຸຍຝົນ – ລຸຍຂີ້ຕົມແລ້ວ ພະຍາຍາມຢ່າຈອດຕາກແດດ ເພາະຈະເຮັດໃຫ້ຄາບນໍ້າຝົນ, ຄາບຂີ້ຕົມແຫ້ງ ຫຼື ເປັນຄາບນໍ້າ ຈະຝັງໂຕແໜ້ນອາດຈະກັດເຖິງພື້ນຜິວສີໄດ້ ຖ້າເປັນຄາບນໍ້າທີ່ລ້າງບໍ່ອອກ ແນະນໍາໃຫ້ໄປຮ້ານອັດສີດກັບເຄືອບສີໂດຍດ່ວນ ຢ່າປະໄວ້ດົນເພາະອາດຈະຂັດບໍ່ອອກ

3 ບໍ່ຄວນນໍາຜ້າແຫ້ງມາເຊັດລົດຫຼັງຝົນຕົກ ຫຼື ລຸຍນໍ້າ ເພາະອາດເປັນສາເຫດໃຫ້ເກີດຮອຍໄດ້ເພາະຂະນະທີ່ຂັບລົດລຸຍຈະມີຝຸ່ນ, ດິນຊາຍຕິດມານໍາຜິວລົດ ເມື່ອເຊັດລົດດ້ວຍຜ້າແຫ້ງອາດເກີດຮ່ອງຮອຍໄດ້. ດັ່ງນັ້ນ, ຄວນສີດນໍ້າລ້າງຈະດີທີ່ສຸດ.

4 ບໍ່ຄວນລ້າງລົດເອງໃນໄລຍະໃກ້ຈະຄໍ່າ ເພາະບາງຄັ້ງນໍ້າທີ່ຕົກຄ້າງຢູ່ຕາມຫຼືບລົດອາດເປັນສາເຫດພາໃຫ້ລົດເຂົ້າໝ້ຽງໄດ້.

ຂໍ້ມູນຈາກ: ຫ້ອງຂາຍລົດມິດຊູບີຊິເຕສອງ