ບໍລິຄຳໄຊ-ບຶງການ ເຊັນບົດບັນທຶກຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ

125

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທລະຫວ່າງແຂວງ ບໍລິຄຳໄຊ ສປປ ລາວ-ຈັງຫວັດ ບຶງການ ລາຊາອານາຈັກໄທຄັ້ງທີ 5 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມສຳນັກງານຈັງຫວັດ ບຶງການ ຣາຊະອານາຈັກໄທ ໂດຍພາຍໃຕ້ການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ທ່ານ ນິລັດ ພົງສິດຖາວອນ ຜູ້ວ່າຣາຊະການຈັງຫວັດ ບຶງການ, ມີທ່ານ ສົມບັດ ເພັງພະຈັນ ກົງສູນໃຫຍ່ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຈັງຫວັດ ຂອນແກ່ນ, ຣາຊະອານາຈັກໄທ ພ້ອມດ້ວຍຄະນະກຳມະການຮວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທັງສອງຝ່າຍເຂົ້າຮ່ວມ.

ທີ່ປະຊຸມທ່ານ ນິລັດ ພົງສິດຖາວອນ ຜູ້ວ່າຣາຊະການຈັງຫວັດ ບຶງການໃນນາມເຈົ້າພາບໄດ້ກ່າວຕ້ອນຮັບພ້ອມແຈ້ງຈຸດປະສົງເນື້ອໃນກອງປະຊຸມໃນຄັ້ງນີ້ ທ່ານ ເຈົ້າແຂວງ ບໍລິຄຳໄຊໄດ້ສະແດງຄວາມຍິນດີຍ້ອງຍໍຊົມເຊີຍເຈົ້າພາບທີ່ໄດ້ຮັບຕ້ອນຮັບດ້ວຍໄມຕີຈິດມິດຕະພາບຢ່າງອົບອຸ່ນ.
ໃນພິທີຕາງໜ້າຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຂອງແຂວງ ບໍລິຄຳໄຊ ແລະ ຈັງຫວັດບຶງການໄດ້ພັດປ່ຽນກັນຜ່ານບົດທົບທວນ ໃນການຈັດຕັ້ງປະຕິບັດກອງປະຊຸມຄະນະກຳມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ລະຫວ່າງແຂວງ ບໍລິຄຳໄຊ -ຈັງຫວັດບຶງການ ຄັ້ງທີ 4 ປີ 2018 ຜ່ານມາ.
ໂດຍປະຕິບັດຕາມບົດບັນທຶກກອງປະຊຸມຄະນະເຈົ້າແຂວງ ແລະ ຜູ້ວ່າຣາດຊະການຈັງຫວັດລາວ-ໄທຄັ້ງທີ 10 ລະຫວ່າງ ວັນທີ 26-28 ກັນຍາ 2017 ທີ່ນະຄອນຫຼວງວຽງຈັນ ສປປລາວ,ບົດບັນທຶກໍາມະທິການຮ່ວມ ວ່າດ້ວຍການຮ່ວມມືລາວ-ໄທຄັ້ງທີ 20 ລະຫວ່າງວັນທີ 25-27 ຕຸລາ 2016, ທີ່ຈັງຫວັດຊຽງຣາຍ ຣາຊາອານາຈັກໄທ,ບົດບັນທຶກຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທຄັ້ງທີ 24 ລະຫວ່າງວັນທີ 18-21 ທັນວາ 2017 ທີ່ນະຄອນຫຼວງວຽງຈັນ

ສປປລາວ ແລະ ບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫົງບຮຽບຮ້ອຍຕາມຊາຍແດນແຂວງ ບໍລິຄຳໄຊ-ຈັງຫວັດ ບຶງການຄັ້ງທີ 3 ລົງວັນທີ 22 ທັນວາ 2016 ທີ່ຈັງຫວັດບຶງການ ບຶງການ ຣາຊາອານາຈັກໄທ.ພ້ອມນັ້ນກອງປະຊຸມຍັງໄດ້ຜ່ານຮ່າງບົດບັນທຶກຂອງຄະນະກຳມະການປະຈຳປີ 2019 ທີ່ຈະເປັນບ່ອນອິງໃນການຈັດຕັ້ງປະຕິບັດວຽກງານທັງສອງຝ່າຍໃນສະເພາະໜ້າ.
ສໍາລັບຮ່າງບົດບັນທຶກແມ່ນໄດ້ກໍານົດເອົາເນື້ອໃນທີ່ສຳຄັນຫຼາຍດ້ານທີ່ເປັນລາຍລັກອັກສອນໃຫ້ແກ່ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ລະຫວ່າງແຂວງ ບໍລິຄຳໄຊ – ຈັງຫວັດບຶງການໄດ້ຈັດຕັ້ງປະຕິບັດໃຫ້ມີຄວາມສອດຄ່ອງ ແລະ ມີຜົນສຳເລັດໃນແຕ່ລະດ້ານເຊັ່ນ:ດ້ານການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອບຕາມຊາຍແດນ ດ້ານການອຳນວຍຄວາມສະດວກ ແລະ ຄວາມປອດໄພໃນການເຂົ້າ-ອອກເມືອງ,ດ້ານການຮ່ວມມືໃນການປ້ອງກັນ ແລະ ປາປາມຢາເສບຕິດ,ດ້ານການຮ່ວມມືໃນການດຳເນີນກິດຈະການຕ່າງໆຕາມແມ່ນໍ້າຂອງ,ດ້ານການສົ່ງເສີມການຮ່ວມມືດ້ານຕ່າງໆ,ດ້ານການປະສານງານຮ່ວມກັນ. ຄະນະຜູ້ແທນກອງປະຊຸມທັງສອງຝ່າຍຍັງປະກອບຄຳເຫັນໃສ່ຮ່າງບົດບັນທຶກດັ່ງກ່າວຮ່ວມກັນ ເພື່ອຈະໄດ້ເປັນເອກະພາບກັນທາງດ້ານເນື້ອໃນ ຄວາມໝາຍດ້ານພາສາລາວ ແລະ ພາສາໄທ ທັງສອງພາສານັ້ນລ້ວນແຕ່ມີຄວາມໝາຍ ແລະ ມີຄຸນຄ່າເທົ່າທຽມກັນ.

ຈາກນັ້ນ, ທັງສອງຝ່າຍໄດ້ລົງນາມເຊັນບົດຮ່ວມກັນ ເຊັນຕາງໜ້າຝ່າຍແຂວງ ບໍລິຄຳໄຊໂດຍ ປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ ແລະຝ່າຍໄທແມ່ນ ທ່ານ ນິລັດ ພົງສິດຖາວອນ ຜູ້ວ່າຣາຊະການຈັງຫວັດ ບຶງການ, ໂດຍມີຄະນະກຳມະການຈາກພາກສ່ວນທີ່ກ່ຽວຂ້ອງ 2 ແຂວງ ເຂົ້າຮ່ວມເປັນສັກຂີພິຍານ.

ຈຸດປະສົງກໍ່ເພື່ອສ້າງໃຫ້ຊາຍແດນຂອງສອງປະເທດລາວ-ໄທເວົ້າລວມ,ເວົ້າສະເພາະແຂວງ ບໍລິຄຳໄຊ-ຈັງຫວັດ ບຶງການ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ,ມິດຕະພາບ,ມີຄວາມສາມັກຄີ ແລະ ຮັກສາໄດ້ຜົນປະໂຫຍດຂອງປະຊາຊົນທັງສອງຝ່າຍ ໃນຖານະທີ່ເປັນປະເທດບ້ານໄກ້ເຮືອນຄຽງທີ່ດີຮ່ວມກັນ.

 

 

ຂ່າວ_ພາບ: ສາຍສະໝອນ