ຫຼາຍເມືອງຂອງຝຣັ່ງ ຫ້າມໃຊ້ສານເຄມີຂ້າແມງໄມ້

42

ນະຄອນຫຼວງປາຣີ ແລະ 4 ເມືອງໃນປະເທດຝຣັ່ງ ສັ່ງຫ້າມໃຊ້ສານເຄມີສັງເຄາະໃນການຂ້າແມງໄມ້ໃນພື້ນທີ່ຂອງຕົນເອງ.

ຂະນະທີ່ຄວາມເຄື່ອນໄຫວໃນການຕໍ່ຕ້ານສານເຄມີທີ່ເລີ່ມຕົ້ນໃນເຂດຫ່າງໄກສອກຫຼີກກໍາລັງມີແຮງຂັບເຄື່ອນໃຫ້ຂະຫຍາຍວົງກວ້າງອອກໄປ.

ເມືອງລີນ ທາງເໜືອ, ເມືອງນອງ ທາງຕາເວັນຕົກ, ເມືອງເກຣໂນເບິນ ທາງຕາເວັນອອກສ່ຽງໃຕ້ ແລະ ເມືອງແກມົງ – ແຟຣັອງ ທາງພາກກາງ ເຂົ້າຮ່ວມກັບນະຄອນຫຼວງປາຣີ ໃນການເລີ່ມການຫ້າມໃຊ້ສານເຄມີຂ້າແມງໄມ້ໂດຍໄດ້ໃຫ້ເຫດຜົນໃນເລື່ອງຄວາມຈໍາເປັນໃນການປົກປ້ອງຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ດ້ານສາທາລະນະສຸກ.

ຢ່າງໃດກໍຕາມ, ການປະກາດດັ່ງກ່າວເປັນການດໍາເນີນການແລ້ວໃນທາງສັນຍະລັກ ເນື່ອງຈາກກົດໝາຍໃນປີ 2017 ໄດ້ປະກາດຫ້າມໃຊ້ສານເຄມີຂ້າແມງໄມ້ໃນສວນສາທາລະນະ ແລະ ພື້ນທີ່ຕ່າງໆຢູ່ແລ້ວ ແລະ ນັບຕັ້ງແຕ່ເດືອນມັງກອນທີ່ຜ່ານມາບັນດາຄົນອະນາໄມສວນຕາມເຮືອນທົ່ວປະເທດກໍຖືກສັ່ງຫ້າມໃຊ້ສານເຄມີກໍາຈັດສັດຕູພືດ ແຕ່ສາມາດໃຊ້ສານສະກັດຈາກທໍາມະຊາດເທົ່ານັ້ນ.

ທ່ານ ນາງ ອະລິຊາເບດ ບອນ ລັດຖະມົນຕີກະຊວງສິ່ງແວດລ້ອມຝຣັ່ງ ກ່າວວ່າ: ການປະກາດຂອງ 5 ເມືອງ ດັ່ງກ່າວທີ່ມີພັກການເມືອງຝ່າຍຄ້ານບໍລິຫານວ່າເປັນແຜນການເພືື່ອດຶງດູດ ຄວາມສົນໃຈເທົ່ານັ້ນ.