ຊິໄນເດິ ອີເລັກຕຣິກ ສຳມະນາລະບົບສູນຂໍ້ມູນ

41

ວັນທີ 11 ກັນຍາ 2019 ບໍລິສັດ ຊິໄນເດິ ອີເລັກຕຣິກ ສາຂາປະຈຳລາວ ໄດ້ຈັດງານສຳມະນາ ແບ່ງປັນເຕັກໂນໂລຊີ, ສິນຄ້າ ແລະ ໂຊລູຊັນໃໝ່ໆກ່ຽວກັບສູນຂໍ້ມູນ, ການປັບຄວາມເຢັນຂອງລະບົບສູນຂໍ້ມູນ ( Cooling ) ແລະ ເຄື່ອງສຳຮອງໄຟຟ້າ ( UPS ) ຂອງຍີ່ຫໍ້ APC ຂຶ້ນທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພັດພົງ ເພັດແກ້ວໜາ ແລະ ທ່ານ ຣັງສິມັນ ມີສະວັດ ພິທີກອນມາຈາກປະເທດໄທ ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມສຳມະນາທີ່ມາຈາກຫຼາຍບໍລິສັດໃນຂອບເຂດນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ພັດພົງ ເພັດແກ້ວໜາ ໄດ້ກ່າວວ່າ: ບໍລິສັດ ຊິໄນເດິ ອີເລັກຕຣິກ ເປັນຜູ້ນຳໃນການປັບຕົວເຂົ້າສູ່ຍຸກດິຈິຕອລ ດ້ານການຈັດການພະລັງງານ ແລະ ລະບົບອໍໂຕເມຊັນ ສຳລັບສູນຂໍ້ມູນ, ລະບົບໂຄງສ້າງພື້ນຖານ ແລະ ອຸດສາຫະກຳ. ການສ້າງສູນຂໍ້ມູນ ເປັນສິ່ງໜຶ່ງທີ່ມີຄວາມຈຳເປັນ ແລະ ສຳຄັນສຳລັບການດຳເນີນທຸລະກິດທາງທະນາຄານ, ໂທລະຄົມມະນາຄົມ ແລະ ທຸລະກິດທາງອອນລາຍ ເປັນຕົ້ນແມ່ນຄວາມສະດວກໃນການໃຊ້ບໍລິການໃຫ້ໄວຂຶ້ນ ແລະ ປະຢັດການໃຊ້ຈ່າຍ.

ສູນຂໍ້ມູນທີ່ດີຈະຊ່ວຍໃຫ້ອົງກອນສາມາດຈັດການ ແລະ ບໍລິຫານຂໍ້ມູນໄດ້ດີ ແລະ ສະດວກຂຶ້ນ ເປັນຕົ້ນແມ່ນລະບົບຂໍ້ມູນຈະແຈ້ງບັນຫາຕໍ່ເຮົາໂດຍອັດຕະໂນມັດ, ບອກແຈ້ງບັນຫາທີ່ຈະເກີດຂຶ້ນໃຫ້ລ່ວງໜ້າ ແລະ ເຮັດໃຫ້ເຮົາສາມາດຄວບຄຸມການຕັ້ງຄ່າທີ່ເໝາະສົມສຳລັບການຄວບຄຸມ ແລະ ອື່ນໆ.

ງານສຳມະນາໄດ້ຍົກຫຼາຍບັນຫາມາແລກປ່ຽນ ແລະ ຖອດຖອນບົດຮຽນຢ່າງກົງໄປກົງມາ ນຳສະເໜີໂດຍພິທີກອນສອງທ່ານກ່ຽວກັບໂຊລູຊັນສູນຂໍ້ມູນ ແລະ ແນະນຳສິນຄ້າເຄື່ອງໃຊ້ໄຟຟ້າທີ່ກ່ຽວກັບລະບົບສູນຂໍ້ມູນຕ່າງໆ ທັງເກົ່າ ແລະ ໃໝ່ທີ່ກຳລັງຈະມີໃນອະນາຄົດທີ່ມີປະສິດທິພາບກວ່າເກົ່າ ແລະ ໃຊ້ງານໄດ້ດີ ພ້ອມທັງປະຢັດໄຟຟ້າກວ່າເກົ່າ ແລະ ອື່ນໆ.

ທ່ານ ທອງວັນ ບົວລະໄຊ ຮອງຫົວໜ້າພາກສ່ວນ DC Power ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ສຳພາດວ່າ: ການສຳມະນາໃນຄັ້ງນີ້ ຖືວ່າໄດ້ບົດຮຽນຫຼາຍຢ່າງ ເປັນຕົ້ນແມ່ນເຕັກນິກການອອກແບບຂອງສູນຂໍ້ມູນ ( Design Data Center ), ນະວັດຕະກຳໃໝ່ຂອງ UPS, ການອອກແບບ, ການຈ່າຍຟາຍ, ລະບົບການຈ່າຍຄວາມເຢັນຂອງສູນຂໍ້ມູນ ແລະ ສາມາດນຳໄປໃຊ້ຕົວຈິງ. ນອກນັ້ນ, ຍັງເປັນຄວາມຮູ້ທີ່ມີປະໂຫຍດໃນການບໍລິຫານສູນຂໍ້ມູນ ແລະ ຮັບຮູ້ເຖິງລະບົບສູນຂໍ້ມູນທີ່ຈະມາໃໝ່ ພ້ອມວິທີການນຳໃຊ້ ທັງລະບົບອອນລາຍ ແລະ ອັອຟລາຍ ອີກ.

( ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ )