ເຄື່ອງຊ່ວຍເຫຼືອຈາກອາຊຽນ ລຳລຽງສູ່ 6 ແຂວງນໍ້າຖ້ວມ

51

ສູນປະສານງານຊ່ວຍເຫຼືອດ້ານມະນຸດສະທຳອາຊຽນ (ອາຮາເຊັນເຕີ) ປະຈຳຢູ່ອິນໂດເນເຊຍ ໄດ້ນຳເຄື່ອງແຮສຸກເສີນສຳລັບຊ່ວຍເຫຼືອໄພພິບັດຂອງອາຊຽນຢູ່ປະເທດມາເລເຊຍມາມອບໃຫ້ ສປປ ລາວ ເພື່ອນຳໄປຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ ເດີນທາງມາຮອດສະໜາມບິນວັດໄຕ ນະຄອນຫຼວງເປັນທີ່ຮຽບຮ້ອຍແລ້ວແລ້ວມື້ນີ້ ທີ 12 ກັນຍາ 2019.

 

ในภาพอาจจะมี ท้องฟ้า, เมฆ และสถานที่กลางแจ้ง

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง

 

ในภาพอาจจะมี ท้องฟ้า, เมฆ, เครื่องบิน และสถานที่กลางแจ้ง

 

ເຊິ່ງເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ: ເຄື່ອງໃຊ້ຄົວເຮືອນຈຳນວນ 330 ແກັດ, ເຄື່ອງສຸຂະອາໄມ 2.596 ແກັດ, ເຄື່ອງເຮືອນຄົວ 1.144 ແກັດ, ມຸ້ງ 1.400 ດາງ ແລະ ກະຕຸກນໍ້າແບບພັບໄດ້ຈຳນວນ 1.400 ຕຸກ.

 

ในภาพอาจจะมี เครื่องบิน และท้องฟ้า

 

ในภาพอาจจะมี เมฆ, เครื่องบิน, ท้องฟ้า และสถานที่กลางแจ้ง

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง

 

ສຳລັບເຄື່ອງທີ່ນຳມາມອບໃຫ້ຜູ້ປະສົບດັ່ງກ່າວ ມາຮອດສະໜາມບິນສາກົນວັດໄຕແລ້ວໃນບ່າຍຂອງມື້ນີ້ ດ້ວຍເຮືອນບິນກອງທັບອາກາດມາເລເຊຍ ໃນເວລາ 13:00 ໂມງ, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນາງ ອາເດລີນາ ກາເມວ (Adelina Kamal) ຫົວໜ້າສູນປະສານງານຊ່ວຍເຫຼືອດ້ານມະນຸດສະທຳອາຊຽນ ແລະ ຕາງໜ້າລັດຖະບານລາວກ່າວຮັບໂດຍ ທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ในภาพอาจจะมี 1 คน, สถานที่กลางแจ้ง

 

ในภาพอาจจะมี 2 คน, ผู้คนกำลังยืน และสถานที่กลางแจ้ง

 

ສຳລັບເຄື່ອງຊ່ວຍເຫຼືອ ແມ່ນຈະໄດ້ນຳໄປມອບໃຫ້ບັນດາແຂວງທີ່ໄດ້ຮັບຜົນກະທົບເຊິ່ງປະກອບມີ: ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.

ในภาพอาจจะมี 2 คน, คนที่ยิ้ม, ผู้คนกำลังยืน และสถานที่กลางแจ้ง

 

ในภาพอาจจะมี 3 คน, คนที่ยิ้ม, ผู้คนกำลังยืน และสถานที่กลางแจ้ง

ในภาพอาจจะมี ท้องฟ้า, เมฆ และสถานที่กลางแจ้ง