ພະນັກງານ-ລັດຖະກອນກວ່າ 2.000 ຄົນຢູ່ສູນກາງ ມີບັນຫາເລື່ອງຂໍ້ມູນ

136

ການອອກບັດພະນັກງານ-ລັດຖະກອນ ແມ່ນການກວດກາຈຳນວນພົນຂອງແຕ່ລະສຳນັກງານອົງການຈັດຕັ້ງນັບທັງສູນກາງ ແລະ ທ້ອງຖິ່ນ ເພື່ອກວດກາຄືນຄວາມຖືກຕ້ອງລາຍຊື່ຂອງພະນັກງານ-ລັດຖະກອນ, ການອຸດໜູນ ແລະ ນະໂຍບາຍຕ່າງໆ ໃຫ້ຖືກຕາມລະບຽບການ. ຂະນະທີ່ສູນກາງພົບກວ່າ 2.000 ຄົນຕ້ອງປັບປຸງຂໍ້ມູນຄືນໃໝ່.

 

ເປັນພຽງພາບປະກອບຂ່າວ (ບໍ່ມີສ່ວນກ່ຽວຂ້ອງໃດໆກັບເນື້ອໃນ)

 

ອີງຕາມຂ່າວຈາກສຳນັກຂ່າວສານປະເທດລາວ ໂດຍອ້າງອີງຂໍ້ມູນຈາກທ່ານ ສຸວັນນີ ລັດຕະນະວົງ ຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ໄດ້ໃຫ້ຮູ້ວ່າ: ການອອກບັດ ພະນັກງານ-ລັດຖະກອນໃນປີ 2019 ກະຊວງພາຍໃນຈະໃຫ້ສໍາເລັດການອອກບັດພະນັກງານ-ລັດຖະກອນ ຢູ່ຂັ້ນສູນກາງ ໃນຈຳນວນພະນັກງານ 27 ພັນກວ່າຄົນ, 46 ພາກສ່ວນ.

 

 

 

ຂະນະທີ່, ປັດຈຸບັນ ສາມາດອອກບັດພະນັກງານ-ລັດຖະກອນ ໄດ້ແລ້ວ 35 ພາກສ່ວນ ໃນຈໍານວນລັດຖະກອນ 12 ພັນກວ່າຄົນ. ໃນນີ້, ໄດ້ກວດເຫັນຂໍ້ມູນທີ່ບໍ່ຖືກຕ້ອງຕາມລະບຽບ, ຕາມນິຕິກຳຈຳນວນ 2.800 ກວ່າຄົນ, ໝາຍຄວາມວ່າ ໃນຈຳນວນ 12 ພັນກວ່າຄົນ ອອກບັດລັດຖະກອນສໍາເລັດແລ້ວ 9 ພັນກວ່າຄົນ ແລະ ໃນຈໍານວນອີກ 2.800 ກວ່າຄົນນີ້ ຈະຕ້ອງໄດ້ມີການປັບປຸງຂໍ້ມູນ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ໂດຍສະເພາະແມ່ນຊື່, ນາມສະກຸນ, ວັນເດືອນປີເກີດ, ວັນສັງກັດລັດ, ເຊິ່ງໃນໄລຍະຜ່ານມາເຫັນວ່າຂໍ້ມູນດັ່ງກ່າວ ຍັງບໍ່ທັນຖືກຕ້ອງສອດຄ່ອງກັບລະບຽບຫຼັກການ.

 

ເປັນພຽງພາບປະກອບຂ່າວ (ບໍ່ມີສ່ວນກ່ຽວຂ້ອງໃດໆກັບເນື້ອໃນ)

 

ບໍ່ພຽງເທົ່ານັ້ນ ໃນຕົ້ນປີ 2020 ກະຊວງພາຍໃນຍັງມີແຜນທີ່ຈະອອກບັດໃຫ້ພະນັກງານ-ລັດຖະກອນ ຢູ່ຂັ້ນທ້ອງຖິ່ນ ເຊິ່ງກວມເອົາຈຳນວນ 60% ຂອງຈໍານວນລັດຖະກອນຢູ່ຂັ້ນທ້ອງຖິ່ນ ເຊິ່ງໄດ້ກໍານົດເອົາ ນະຄອນຫຼວງວຽງຈັນ, ແຂວງຫຼວງນ້ຳທາ ແລະ ແຂວງຄຳມ່ວນ ເປັນ 3 ແຂວງທໍາອິດ ໃນການອອກບັດພະນັກງານ-ລັດຖະກອນ ແລະ ຄາດວ່າໃນທ້າຍປີ 2020 ຈະໃຫ້ສໍາເລັດໃນການອອກບັດພະນັກງານ-ລັດຖະກອນ ໃນທົ່ວປະເທດຈຳນວນ 184.000 ກວ່າຄົນ.

 

ເປັນພຽງພາບປະກອບຂ່າວ (ບໍ່ມີສ່ວນກ່ຽວຂ້ອງໃດໆກັບເນື້ອໃນ)

 

ທ່ານ ສຸວັນນີ ລັດຕະນະວົງ ໃຫ້ຮູ້ຕື່ມວ່າ: ການອອກບັດພະນັກງານ-ລັດຖະກອນ ແມ່ນເປັນບັນຫາໜຶ່ງທີ່ມີຄວາມສຳຄັນ ແລະ ມີຄວາມຫຍຸ້ງຍາກຫຼາຍສົມຄວນ, ເຊິ່ງພາຍຫຼັງທີ່ໄດ້ກວດຂໍ້ມູນພົບວ່າ ມີຂໍ້ມູນພະນັກງານ-ລັດຖະກອນ ທີ່ບໍ່ຖືກຕ້ອງ, ບໍ່ສອດຄ່ອງກັບລະບຽບການ ແລະ ຕ້ອງໄດ້ໄປດັດປັບໃໝ່ ເຊິ່ງການດັດປັບໃໝ່ຕ້ອງໄດ້ສົ່ງຂໍ້ມູນກັບໄປກົມກອງ, ກັບໄປຫາຜູ້ກ່ຽວ ເພື່ອໃຫ້ຜູ້ກ່ຽວຢັ້ງຢືນວ່າ ຂໍ້ມູນນີ້ຖືກຕ້ອງ, ຖ້າວ່າມີການປ່ຽນແປງຂໍ້ມູນ ຈະຕ້ອງຫາເອກະສານມາຢັ້ງຢືນ ໃຫ້ຖືກຕ້ອງ.

 

ເປັນພຽງພາບປະກອບຂ່າວ (ບໍ່ມີສ່ວນກ່ຽວຂ້ອງໃດໆກັບເນື້ອໃນ)

 

ການອອກບັດລັດຖະກອນ ແມ່ນເພື່ອກວດກາຈຳນວນພົນ, ເຊິ່ງແຕ່ລະກະຊວງຈະຕ້ອງລາຍງານໃຫ້ກະຊວງພາຍໃນຮັບຊາບໃນທຸກໆ 3 ເດືອນ, ເຊິ່ງເປັນການກວດຜ່ານຈຳນວນພົນ ແລະ ເພື່ອກວດກາຄວາມຖືກຕ້ອງລາຍຊື່ຂອງພະນັກງານ-ລັດຖະກອນ, ກວດກາການອຸດໜູນ ແລະ ນະໂຍບາຍຕ່າງໆ ໃຫ້ຖືກຕ້ອງຕາມລະບຽບການ, ພ້ອມທັງເປັນການກວດກາ ຈຳນວນພະນັກງານ-ລັດຖະກອນ ໃນການເພີ່ມຂຶ້ນ ຫລື ຫຼຸດລົງໃນແຕ່ລະງວດ ເຊິ່ງເປັນການກວດກາເບື້ອງຕົ້ນ ເຊິ່ງກະຊວງພາຍໃນຈຶ່ງກວດກາແລ້ວຮັບຮອງເອົາ ແລ້ວສົ່ງຕໍ່ຂໍ້ມູນໃຫ້ກະຊວງການເງິນ ເພື່ອອອກເງິນເດືອນໃຫ້ພະນັກງານ-ລັດຖະກອນ ໃຫ້ຖືກຕ້ອງ.

 

 

 

ແຫຼ່ງຂ່າວ: ຮູບພາບ ຂ່າວສານປະເທດລາວ