ມາເລເຊຍ ສັ່ງປິດໂຮງຮຽນຫຼາຍຮ້ອຍແຫ່ງໜີບັນຫາຄວັນພິດ

34

ກະຊວງສຶກສາທິການ ມາເລເຊຍ ໄດ້ສັ່ງປິດໂຮງຮຽນຫຼາຍຮ້ອຍແຫ່ງໃນລັດຊາຣາວັກ ເນື່ອງຈາກຄຸນນະພາບອາກາດທີ່ຫຼຸດລົງ ເພາະມາຈາກສະຖານະການໝອກຄວັນທີ່ເກີດຂຶ້ນຢ່າງຕໍ່ເນື່ອງ.

ເມື່ອຕົ້ນອາທິດນີ້ຢູ່ຫຼາຍແຫ່ງຂອງລັດຊາຣາວັກ ທາງຕາເວັນອອກຂອງ ມາເລເຊຍ ເກີດມີໝອກຄວັນມົນລະພິດຢ່າງໜັກໜ່ວງ, ຂະແໜງການສຶກສາທ້ອງຖິ່ນແຈ້ງເຕືອນວ່າບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໝອກຄວັນມົນລະພິດຕ້ອງຍົກເລີກການຮຽນ – ການສອນຕາມຄວາມເໝາະສົມ.

ປັດຈຸບັນ, ໂຮງຮຽນປະຖົມຫຼາຍແຫ່ງຢູ່ນະຄອນກູຈີງ ລັດຊາຣາວັກ ໄດ້ປະກາດຈະຢຸດການຮຽນ – ການສອນນັບແຕ່ວັນທີ 10 ກັນຍານີ້ເປັນຕົ້ນໄປ. ໃນມື້ດຽວກັນ, ດັດຊະນີມົນລະພິດທາງອາກາດຢູ່ນະຄອນດັ່ງກ່າວ ວັດແທກໄດ້ສູງກວ່າ 245 ເຊິ່ງຈະສົ່ງຜົນກະທົບຕໍ່ສຸຂະພາບຢ່າງຮ້າຍແຮງ.

ນອກຈາກນີ້, ດັດຊະນີມົນລະພິດທາງອາກາດຂອງເມືອງສິຣີອະມັນ ລັດຊາຣາວັກ ຍັງວັດແທກໄດ້ 229.

ຂະນະທີ່, ດັດຊະນີມົນລະພິດຈາກໝອກຄວັນຢູ່ນະຄອນຫຼວງກົວລາລຳເປີ ມາເລເຊຍ ເອງກໍມີຄ່າກາຍ 100 ຖືວ່າຢູ່ໃນລະດັບທີ່ບໍ່ເປັນຜົນດີຕໍ່ສຸຂະພາບເຊັ່ນກັນ, ລັດຖະບານມາເລເຊຍ ຊີ້ໃຫ້ເຫັນວ່າໄຟໄໝ້ປ່າຢູ່ອິນໂດເນເຊຍ ເປັນເວລາຫຼາຍວັນພາໃຫ້ເກີດໝອກຄວັນມົນລະພິດໃນມາເລເຊຍ.