ຊົມເຊີຍ 3 ພາກສ່ວນ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

152

ໃນຕອນເຊົ້າ ຂອງວັນທີ 10 ກັນຍາ 2019 ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ຮັບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຈາກກຸ່ມບໍລິສັດ ເອັສທີ ຈຳນວນ 2,5 ຕື້ກີບ, ຈາກກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ຈຳນວນ 2 ຕື້ກີບ ແລະ ຈາກບໍລິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ (IHC) ຈຳນວນ 2 ຕື້ກີບ, ໂດຍມີພະນັກງານທີ່ກ່ຽວຂ້ອງ ຂອງແຕ່ລະພາກສ່ວນ ເຂົ້າຮ່ວມ.


ການມອບເງິນໃນຄັ້ງນີ້, ຕາງໜ້າກຸ່ມບໍລິສັດ ເອັສທີ ກ່າວມອບເງິນຈຳນວນ 2,5 ຕື້ກີບໂດຍທ່ານ ສີທັດ ໄຊສຸລິວົງ ປະທານກຸ່ມບໍລິສັດ ເອັສທີ;

ຕາງໜ້າກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ກ່າວມອບເງິນຈຳນວນ 2 ຕື້ກີບໂດຍທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ


ຕາງໜ້າບໍລິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ມອບເງິນຈຳນວນ 2 ຕື້ກີບໂດຍທ່ານ ປີຊາ ແກ້ວໄຊຍະຈັກ ປະທານບໍລິສັດບໍລິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ກ່າວຂອບໃຈ ຕໍ່ສາມພາກສ່ວນດັ່ງກ່າວ ທີ່ໄດ້ນຳເອົາເງິນມາມອບ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນປີນີ້ ເພື່ອບັນເທົາທຸກ ແລະ ສາ ມາດແກ້ໄຂບັນຫາຕ່າງໆ ທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍຈາກໄພພິບັດນໍ້າຖ້ວມຄັ້ງນີ້ ໃຫ້ສາມາດຜ່ານພົ້ນໄປໄດ້ດ້ວຍດີ.