ປະມວນພາບຊາວໜຸ່ມຕະລຸມບອນຊ່ວຍເຫລືອຜູ້ປະສົບໄພ ນໍາໂດຍເລຂາສູນກາງຊາວໜຸ່ມ

103

ປະມວນພາບຊາວໜຸ່ມຕະລຸມບອນຮ່ວມໃຈຊ່ວຍປະຊາຊົນຜູ້ປະສົບໄພນ້ຳຖ້ວມ ນຳພາໂດຍສະຫາຍ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງໄດ້ອອກເດີນທາງແຕ່ວັນທີ 7 ກັນຍາ ຜ່ານມາ ໂດຍໄດ້ນໍາເອົາວັດຖຸປັດໄຈລົງຊ່ວຍຜູ້ປະສົບໄພນໍ້າຖ້ວມເຊັ່ນ: ເຂົ້າກິນ6ໂຕນ, ເຮືອ6ລໍາ,ນໍ້າດື່ມ, ໝີ່,ປອງປາ, ເຄື່ອງຫນຸ່ງຫົ່ມຈໍານວນໜຶ່ງລວມມູນຄ່າທັງໝົດ 108ລ້ານກີບ ( ໃນນີ້ມີເງິນສົດ 18ລ້ານກີບ )


ກ່ອນໜ້ານີ້ຄະນະຕ້ານໄພພິບັດຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມອັນຮີບດ່ວນຂຶ້ນໃນອາທິດຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງ ສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຈຸດປະສົງເພື່ອປຶກສາຫາລື, ວາງແຜນ ລົງຊ່ວຍອຸທົກລະໄພຢູ່ ພາກກາງ ແລະ ພາກໃຕ້ ເມື່ອທ້າຍອາທິດຜ່ານມາ.

ກອງປະຊຸມໄດ້ວາງແຜນແບ່ງອອກເປັນ 3ໄລຍະ ເຊິ່ງໄລຍະທຳອິດແມ່ນຈັດຫາເອົາເຄື່ອງອຸປະໂພກ, ບໍລິໂພກ ແລະ ອຸປະກອນທີ່ຈຳເປັນເຊັ່ນເຮືອລົງຊ່ວຍໂດຍດ່ວນ ແລະ ນຳພາໂດຍ ທ່ານອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ.

ໄລຍະທີ2 ພາຍຫລັງຄະນະນຳລົງໄປເບິ່ງຄວາມເປັນຈິງສິ່ງທີ່ຕ້ອງການຂອງປະຊາຊົນທີ່ຖືກໄພພິບັດ ຈິ່ງຈັດເອົາທີມອາສາສະໝັກ, ພ້ອມດ້ວຍວັດຖຸ, ສະບຽງອາຫານ ແລະສິ່ງບັນເທົາທຸກ ໃນເບື້ອງຕົ້ນ. ຈາກນັ້ນ ໄລຍະທີ3ຟື້ນຟູ ແມ່ນຈັດທີມອາສາຊາວໜຸ່ມຕະລຸມບອນເພື່ອລົງຟື້ນຟູພື້ນທີ່,ເຮືອນຊານບ້ານຊອງຊ່ວຍປະຊາຊົນ,ພ້ອມຟື້ນຟູຈິດໃຈ, ນຳພາເຮັດກິດຈະກຳ.

ພ້ອມດຽວກັນນີ້ຄະນະເລຂາທິການຍັງໄດ້ມອບແບ່ງຄວາມຮັບຜິດຊອບ ເພື່ອເຮັດໃຫ້ຜູ້ປະຈຳການໄດ້ສືບຕໍ່ປຸກລະດົມທຶນຮອນການປະກອບສ່ວນພ້ອມທັງນັດປະຊຸມ, ຊາວໜຸ່ມກະຊວງອ້ອມຂ້າງເພື່ອປຸກລະດົມຂະບວນການ ພ້ອມທັງອອກແຈ້ງການໃຫ້ຊາວໜຸ່ມຕະລຸມເພື່ອອາສາສະໜັກເຂົ້າໃນການຊ່ວຍເຫລືອໃຫ້ບັນລຸໃນລະດັບດີພໍສົມຄວນ.