ຊາວບ້ານຫາດຊາຍສູງ ເມືອງໄຊບູລີ ສາມັກຄີກັນຂົນກະສອບດິນ-ຊາຍ ປ້ານຄູກັນນ້ຳ, ຂະນະທີ່ລະດັບນໍ້າຍັງສືບຕໍ່ສູງຂຶ້ນ

290

ຊາວບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ ສາມັກຄີກັນຂົນກະສອບດິນ-ຊາຍ ປ້ານຄູກັນນ້ຳ ເນື່ອງຈາກນ້ຳເຊບັ້ງໄຟຍື່ງຂຶ້ນຖ້ວມບ້ານເຮືອນທີ່ຕັ້ງຢູ່ເບື້ອງລຽບແຄມເຊບັ້ງໄຟ ແລະ ໃກ້ຈະລົ້ນຄູກັນນ້ຳແລ້ວ ຍັງເຫຼືອບໍ່ເຖິງ 10 ຊັງຕີແມັດ. ຫາກບໍ່ດັ່ງນັ້ນ ນ້ຳຈະໄຫຼເຂົ້າຖ້ວມເນື້ອທີ່ນາ ເໝືອນກັບປີຜ່ານມາ.

ພໍ່ຕູ້ ໂລນ ອາຍຸ 67 ປີ ຊາວບ້ານຫາດຊາຍສູງ ໃຫ້ຮູ້ໃນວັນທີ 7 ກັນຍານີ້ວ່າ: ນ້ຳເຊບັ້ງໄຟໄດ້ຍື່ງຂຶ້ນຖ້ວມບ້ານຫາດຊາຍສູງນັບແຕ່ວັນທີ 4 ກັນຍາເປັນຕົ້ນມາ ແລະ ນ້ຳໄດ້ຖ້ວມສູງຂຶ້ນນັບມື້. ດັ່ງນັ້ນ ຈຶ່ງໄດ້ນຳພາລູກຫຼານພາຍໃນບ້ານ ສາມັກຄີກັນ ຂົນກະສອບດິນ-ຊາຍປ້ານຄູກັນນ້ຳ ເພື່ອບໍ່ໃຫ້ນ້ຳໄຫຼເຂົ້າຖ້ວມເນື້ອທີ່ນາ, ພ້ອມທັງຈັດແບ່ງເປັນຈຸ ເພື່ອເຝົ້າລະວັງຕິດຕາມນ້ຳຕະຫຼອດ 24 ຊົ່ວໂມງ, ຫາກເກີດເຫດສຸກເສີນຂຶ້ນມາ ຈະໄດ້ພ້ອມກັນຍົກຍ້າຍທັນ.
ທັງນີ້ ເຮືອນປະຊາຊົນທີ່ຕັ້ງຢູ່ລຽບຕາມແຄມເຊບັ້ງໄຟໄດ້ຖືກນ້ຳຖ້ວມທັງ 300 ຫຼັງຄາແລ້ວ, ຍັງເຫຼືອແຕ່ບໍ່ພໍເທົ່າໃດຫຼັງຄາເຮືອນທີ່ຕັ້ງຢູ່ລຸ່ມຄູກັນນ້ຳ ແຕ່ກໍນິ້ງນອນໃຈບໍ່ໄດ້, ສ່ວນປະຊາຊົນກໍໄດ້ເກັບເຄື່ອງຂອງ ເພື່ອກຽມພ້ອມຍົກຍ້າຍ ຫາກເກີດເຫດສຸກເສີນ, ໃນຂະນະທີ່ສັດລ້ຽງ, ພາຫະນະແມ່ນໄດ້ນຳໄປໄວ້ທີ່ປອດໄພແລ້ວ.

ແນວໃດກໍຕາມ ປະຊາຊົນເກືອບທັງໝົດຍັງອາໄສຢູ່ເຮືອນ ເນື່ອງຈາກວ່າ ຊາວບ້ານເຂດນີ້ເຄີຍຊິນກັບນ້ຳຢູ່ແລ້ວ ເຖິງວ່ານ້ຳຈະຖ້ວມສູງ ແຕ່ກໍບໍ່ທັນຈຸພື້ນເຮືອນ ເພາະເປັນເຮືອນຮ້ານ ແລະ ອີກຢ່າງໜຶ່ງທຸກຫຼັງຄາເຮືອນມີເຮືອຈັກຫາງຍາວຢູ່ແລ້ວ, ຫາກນ້ຳຖ້ວມສູງຈຸພື້ນເຮືອນກໍຂຶ້ນເຮືອອອກຈາກເຮືອນທັນທີ, ປັດຈຸບັນຊາວບ້ານທີ່ຖືກນ້ຳຖ້ວມຕ້ອງໄດ້ໃຊ້ເຮືອຫາກຈະອອກຈາກເຮືອນ.

ທ່ານ ວັນໄຊ ສີປັດໃຈ ຮອງຫົວໜ້າຫ້ອງການ ຍທຂ ເມືອງໄຊບູລີ ກ່າວວ່າ: ເມື່ອທ້າຍເດືອນກໍລະກົດ 2108 ຜ່ານມາ, ນ້ຳເຊບັ້ງໄຟໄດ້ໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນ ແລະ ເຮັດໃຫ້ຄູກັນນ້ຳແຫ່ງນີ້ ຂາດຢູ່ຈຸດບ້ານຫາດຊາຍສູງມີຄວາມຍາວເກືອບ 400 ແມັດ, ເຮັດໃຫ້ນ້ຳໄຫຼຊຸເຮືອນປະຊາຊົນ 4 ຫຼັງ ແຕ່ໂຊກດີບໍ່ມີຜູ້ເສຍຊີວິດ. ໃນຂະນະນັ້ນ ທ່ານ ນາຍົກລັດຖະມົນຕີໄດ້ເດີນທາງມາຢ້ຽມຢາມ ແລ້ວສັ່ງໃຫ້ຍົກລະດັບຄູກັນນ້ຳສູງຂຶ້ນອີກ, ດັ່ງນັ້ນ ຍທຂ ແຂວງ ແລະ ເມືອງຈຶ່ງໄດ້ສຸມທຶນຮອນໃສ່ຍົກລະດັບຄູກັນນ້ຳແຫ່ງນີ້ສູງຂຶ້ນອີກປະມານ 1 ແມັດ ແຕ່ມາປີນີ້ ນ້ຳເຊບັ້ງໄຟໄດ້ຍື່ງຂຶ້ນເກືອບລົ້ນຄູກັນນ້ຳແລ້ວ, ການນຳຂອງເມືອງ ຈຶ່ງລະດົມໃຫ້ປະຊາຊົນຂົນກະສອບຊາຍ-ດິນມາໃສ່ຄູກັນນ້ຳແຫ່ງນີ້ ເພື່ອໃຫ້ສູງຂຶ້ນ, ໃນຂະນະທີ່ລະດັບນ້ຳເຊບັ້ງໄຟເມື່ອ 6 ໂມງ 00 ຂອງວັນທີ 8 ກັນຍາຈຸດວັດແທກທີ່ບ້ານຕົ້ນແຫນ ເມືອງໄຊບູລີຢູ່ໃນລະດັບ 15,05 ແມັດ ກາຍເຂດອັນຕະລາຍແລ້ວ (ເຂດອັນຕະລາຍ13ແມັດ)ເພີ່ມຂຶ້ນຈາກວັນທີ 7 ກັນຍາ 5 ຊັງຕີແມັດ ມາວັນທີ 9 ກັນຍາ ລະດັບນໍ້າເພີ່ມຂຶ້ນເປັນ 15,10ແມັດ(ເພີ່ມຂຶ້ນ5ຊັງຕີແມັດ ຈາກວັນທີ8)
ທ່ານ ກ່າວອີກວ່າ: ຄູກັນນ້ຳແຫ່ງນີ້ ເປັນທັງເສັ້ນທາງຄົມມະນາຄົມ, ເປັນທັງຄອງຊົນລະປະທານ, ເປັນທັງບ່ອນລົບໄພຂອງປະຊາຊົນເຂດບ້ານບຶງເຊ ແລະ ຫາດຊາຍສູງ.

ທ່ານ ສີວິໄລຈະ ອິນທະລືໄຊ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊບູລີ ແຂວງສະຫວັນນະເຂດ ກ່າວວ່າ: ຫາກນ້ຳຖ້ວມຄູກັນນ້ຳແຫ່ງນີ້ ຈະເຮັດໃຫ້ນ້ຳໄຫຼເຂົ້າຖ້ວມເນື້ອທີ່ນາຂອງປະຊາຊົນຫຼາຍເຖິງ 6 ພັນເຮັກຕາ. ປີຜ່ານມາ, ຄູກັນນ້ຳແຕກ ກໍເຮັດໃຫ້ເຂົ້ານາປະຊາຊົນເສຍຫາຍເປັນຈຳນວນຫຼວງຫຼາຍ, ດັ່ງນັ້ນ ເພື່ອບໍ່ໃຫ້ປະຫວັດສາດຊ້ຳຮອຍ, ຊາວບ້ານຈຶ່ງສາມັກຄີກັນຂົນກະສອບດິນ-ຊາຍໃສ່ ປ້ານຄູກັນນ້ຳແຫ່ງນີ້ ໃຫ້ສູງຂຶ້ນ.

ທັງນີ້ ມາຮອດວັນທີ 8 ກັນຍານີ້ ເມືອງໄຊບູລີ ແຂວງສະຫວັນນະເຂດມີບ້ານຖືກນ້ຳຖ້ວມທັງໝົດ 6 ບ້ານ, ໃນຂະນະທີ່ເນື້ອທີ່ການຜະລິດໄດ້ຮັບຜົນກະທົບກວ່າ 4 ພັນເຮັກຕາ, ກວມເອົາ 29 ບ້ານ.