ນໍ້າຖ້ວມ ຍົມມະລາດກະທົບ 16 ບ້ານ, ນາເສຍຫາຍກວ່າ 1.000 ເຮັກຕາ

134

ແຂວງຄຳມ່ວນ ກຳລັງປະເຊີນກັບໄພພິບັດທຳມະຊາດຄຸມຄາມ ອີງຕາມການລາຍງານຂອງເລຂາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງຍົມມະລາດໃນວັນທີ 8 ກັນຍາ 2019 ໃຫ້ຮູ້ວ່າ: ລະດັບນ້ຳໄດ້ສືບຕໍ່ຖ້ວມນາປະຊາຊົນ ແລະ ປະຊາຊົນໄດ້ຮັບຜົນກະທົບໃນຈຳນວນ 16 ບ້ານ, ມີຈຳນວນ 2.046 ຄອບຄົວ, ຈໍານວນພົນ 9.484 ຄົນ

ໃນນີ້, ນາປີມີເນື້ອທີ່ປັກດຳທັງໝົດ 2.274 ເຮັກຕາ ຖືກຖ້ວມ 1.601 ເຮັກຕາ; ສວນ ມີເນື້ອທີ່ ປູກທັງໝົດ 100 ເຮັກຕາ ຖືກຖ້ວມ 98 ເຮັກຕາ; ໜອງປາຖືກນໍ້າຖ້ວມ 40 ໜອງ ແລະ ສັດລ້ຽງປະເພດ: ຄວາຍທັງໝົດ 2.016 ໂຕ ຕາຍ 2 ໂຕ, ງົວທັງໝົດ 4.359 ຕາຍ 5 ໂຕ, ໝູທັງໝົດ 395 ໂຕ ຕາຍ 116 ໂຕ, ແບ້ທັງໝົດ 1.943 ຕາຍ 12 ໂຕ ແລະ ສັດປີກຈຳນວນ 14.584 ໂຕ ຕາຍ 1.298 ໂຕ.

ສຳລັບໂຮງຮຽນແມ່ນໂຈະການຮຽນ – ການສອນຊົ່ວຄາວມີ 14 ແຫ່ງໃນນັ້ນ, ມີໂຮງຮຽນປະຖົມ 12 ແຫ່ງ ແລະ ມັດທະຍົມ 2 ແຫ່ງ ແລະ ອາຄານຮຽນຖືກນ້ຳຖ້ວມຈຳນວນ 6 ຫຼັງ ສະພາບເສັ້ນທາງ ແລະ ການສັນຈອນ ມີເສັ້ນທາງດິນແດງຖືກຖ້ວມ 2 ເສັ້ນຄື: ທາງເລກທີ 6158 ( ບ້ານໄຮ່ – ບ້ານທ່າໂຈນ ) ເລິກປະມານ 2,5 ແມັດ ແລະ ເສັ້ນທາງ ເລກທີ 5656 ( ບ້ານນາໂຊກ – ບ້ານ ໂພນແສດ ) ເລິກປະມານ 1,3 ແມັດ ຖືກຖ້ວມເຊິ່ງບໍ່ສາມາດໃຊ້ພາຫະນະສັນຈອນໄປມາໄດ້ ແລະ ທາງປູຢາງເລກທີ 12 ຖືກຖວ້ມມີ 3 ຈຸດຄື: ຈຸດໂພນໜອງເຢັນຍາວປະມານ 1 ກິໂລແມັດ ລະດັບນ້ຳເລິກປະມານ 1 ແມັດ, ຈຸດໜອງສະໜາມຍາວປະມານ 850 ແມັດ ລະດັບນ້ຳເລິກປະມານ 1,2 ແມັດ, ແລະ ຈຸດໜອງລ້ຽງຄວາຍຍາວປະມານ 2 ກິໂລແມັດ ລະດັບນ້ຳເລິກປະມານ 1,4 ແມັດ ນອນໃນຂອບເຂດບ້ານນາໂຊກ ( ລົດບໍ່ສາມາດສັນ ຈອນໄປ – ມາໄດ້ )

ສ່ວນໄຟຟ້າໄດ້ຖືກຕັດການຊົມໃຊ້ໃນຄົວເຮືອນທັງໝົດ ຈຳນວນ 10 ບ້ານຄື: ບ້ານທ່າໂຈນ, ຈະກ້ວນ, ຫາດຊອນ, ແກ້ງມ້ວງ, ໂພນແກ້ວ, ນາແດນ, ໄຮ່ຜາວຽງ, ໂພນແສດ, ນາກະຕັງ, ແລະ ບ້ານນາໂຊກ ( ຄຸ້ມນາແຫວ່ງ ). ນອກນນີ້, ໂຮງໝໍນ້ອຍຖືກນ້ຳຖ້ວມຈຳນວນ 1 ແຫ່ງ ( ບ້ານນາກະຕັງ ) ເຊິ່ງທາງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງຍົມມະລາດໄດ້ລົງສົມທົບກັບຄະນະພັກຮາກຖານກຸ່ມບ້ານ ແລະ ອຳນາດການປົກຄອງຂັ້ນບ້ານໄດ້ສຳຫຼວດ, ກວດກາພື້ນທີ່ສູນລີ້ໄພ ແລະ ຕິດຕາມຊີວິດການເປັນຢູ່, ສິ່ງຂອງທີ່ຈຳເປັນ ແລະ ສິ່ງທີ່ຍັງຂາດເຂີນ. ປະຊາຊົນໄດ້ໄປອາໄສຢູ່ສູນພັກຊົ່ວຄາວທີ່ກໍານົດໄວ້ ໃນຈໍານວນ 8 ຈຸດມີທັງໝົດ 8 ບ້ານ, ມີ 686 ຄອບຄົວ, ຈໍານວນພົນ 3.378 ຄົນ.

ພ້ອມດຽວກັນນີ້, ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ໄດ້ມອບເຂົ້າຊ່ວຍເຫຼືອປະຊາຊົນໃນເບື້ອງຕົ້ນແລ້ວຈຳນວນ 5 ໂຕນ ມູນຄ່າ 35.000.000 ກີບ, ໄດ້ແຕ່ງຕັ້ງກໍາລັງແຮງງານຊາວໜຸ່ມອາສາພັດທະນາ, ກໍາລັງສະຫງົບສຸກ, ກອງຫຼອນບ້ານ ແລະ ພະນັກງານເມືອງ ລົງຊ່ວຍເຫຼືອຍາມສຸກເສີນປະຈຳຢູ່ຂັ້ນເມືອງ ແລະ ປະຈຳຢູ່ແຕ່ລະບ້ານໂດຍສະເພາະຈຸດບ້ານໄຮ່ຜາວຽງ. ເຊິ່ງປັດຈຸບັນຍັງຂາດແຄນເຄື່ອງອຸປະໂພກ ແລະ ບໍລິໂພກເປັນຕົ້ນແມ່ນ: ຈັກປັ່ນໄຟ, ເຮືອຈັກ, ເສື້ອຊູຊີບ, ຜ້າຢາງ, ເຕັ້ນ, ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຮົ່ມ, ນ້ຳດື່ມ, ຢາປົວພະຍາດ ແລະ ອຸ ປະກອນອື່ນໆ.