ສະຫະພາບເອີຣົບສະໜັບສະໜູນທຶນ 50 ລ້ານເອີໂຣ ແຜນງານປັບປຸງໂພຊະນາການຢູ່ລາວ

48

Lao National Radio, ໃນວັນທີ 9 ກັນຍາ 2019 ທີ່ນະຄອນຫລວງວຽງຈັນ, ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຮ່ວມກັນເປີດໂຄງການ ໃໝ່ ມູນຄ່າ 50 ລ້ານເອີໂຣ ຫລື 480 ຕື້ກີບ ຊຶ່ງເປັນໂຄງການສະໜັບສະໜຸນຍຸດທະສາດດ້ານໂພຊະນາການແຫ່ງຊາດຂອງ ສປປ ລາວ ແລະ ແຜນປະຕິບັດງານ ໂດຍມີໄລຍະເວລາຈັດຕັ້ງປະຕິບັດໂຄງການ 4 ປີ (2019-2022).

ຈຸດປະສົງຂອງແຜນງານນີ້ ແມ່ນເພື່ອປັບປຸງຄຸນນະພາບຂອງການໄດ້ຮັບສານອາຫານ, ເພີ່ມການເຂົ້າເຖິງ ແລະ ຄຸນນະພາບການບໍລິການທີ່ກ່ຽວຂ້ອງກັບໂພຊະນາການ ແລະ ເພື່ອປັບປຸງການບໍລິຫານທີ່ກ່ຽວຂ້ອງກັບໂພຊະນາການໃນປະເທດລາວ ເພາະວ່າຕະຫລອດໄລຍະ 4 ປີຂອງແຜນງານນີ້ ຈະໃຫ້ການສະໜັບສະໜູນໂດຍກົງຕໍ່ພົນລະເມືອງລາວເພື່ອແກ້ໄຂບັນຫາຄວາມແຕກຕ່າງກັນຂອງການຂາດສານອາຫານໃນຊົນນະບົດ ແລະ ເຂດຫ່າງໄກສອກຫລີກ, ໂດຍສຸມໃສ່ສະເພາະກ່ຽວກັບບົດບາດຍິງຊາຍ ແລະ ກຸ່ມຄົນທີ່ດ້ອຍໂອກາດເປັນຕົ້ນຕໍ.

ການປະກອບສ່ວນດ້ານການເງິນຄັ້ງໃໝ່ຂອງສະຫະພາບເອີຣົບໃນເທື່ອນີ້ ໄດ້ຢັ້ງຢືນເຖີງຄວາມມຸ້ງໝັ້ນຂອງສະຫະພາບເອີຣົບທີ່ຈະເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ຍາວນານຂອງ ສປປ ລາວ ໂດຍຜ່ານຮູບແບບການສະໜັບສະໜູນດ້ານງົບປະມານ ແລະ ສອດຄ່ອງກັບຄວາມເຫັນດີເຫັນພ້ອມຂອງສະຫະພາບເອີຣົບກ່ຽວກັບການພັດທະນາ ແລະ ຖະແຫລງການວຽງຈັນວ່າດ້ວຍການຮ່ວມມື ເພື່ອການຮ່ວມມືດ້ານພັດທະນາທີ່ມີປະສິດທິຜົນ.

ເຂົ້າຮ່ວມພິທີເປີດແຜນງານສະຫະພາບເອີຣົບ ເພື່ອສະໜັບສະໜູນຍຸດທະສາດແຫ່ງຊາດ ດ້ານໂພຊະນາການ ຂອງ ສປປ ລາວ ໃນຄັ້ງນີ້ ມີ ທ່ານຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເນເວັນ ມິມິຊາ ຜູ້ຕາງໜ້າຂອງຄະນະກໍາມາທິການເພື່ອການຮ່ວມມື ແລະ ພັດທະນາສາກົນຂອງສະຫະພາບເອີຣົບ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ໂດຍ: ບຸນຕຽງ ຈັນທະວົງ