ໂສມຫນ້າຂອງຄະນະກຳມະການ 9 ທ່ານ ທີ່ຈະຮ່ວມໃຫ້ຄະແນນ ໃນຮອບຕັດສິນ Miss Teen Laos 2019

141

ເດີນທາງມາໃກ້ຈະຮອດມື້ຕັດສິນແລ້ວ ສໍາລັບ ການປະກວດ ມິສທີນລາວ 2019 Miss Teen Laos 2019 ທີ່ເປັນປີທໍາອິດຂອງລາວ ແລະ ກໍໄດ້ຮັບຜົນຕອບຮັບເປັນຢ່າງດີຢ່າງໄວລຸ້ນ ແລະ ຫຼາຍໆຄົນກໍຕິດຕາມໃຫ້ຄວາມສົນໃນຫຼາຍ

*

*

ເຊິ່ງມື້ອື່ນ ວັນທີ 8 ກັນຍາ 2019 ຈະເປັນຮອບຕັດສິນ ແລະ ເຮົາກໍ່ຮ່ວມລຸ້ນນໍາກັນວ່ານ້ອງໆຄົນໃດຈະໄດ້ເປັນ ມິສທີນ ຄົນທໍາອິດຂອງລາວ ຕັ້ງແຕ່ເວລາ 15:00 ເປັນຕົ້ນໄປ ທີ່ສູນການຄ້າລາວໄອເຕັກ …

ເຊິ່ງທາງກອງປະກວດເພິ່ນກໍໄດ້ເຜີຍໂສມໜ້າກໍາມະການ 9 ທ່ານ ທີ່ຈະໄປຮ່ວມໃຫ້ຄະແນນ ນ້ອງໆ ທັງ 20 ນ້ອງຄື:

1 ທ່ານ ວິກສຳພັນ ຈັນມາວົງ ປະທານ ບໍລິສັດ ລາວສຳພັນ Transportation ຂາອອກ-ຂາເຂົ້າ ຈໍາກັດ ຮ່ວມສະໜັບສະໜູນໂຄງການປະກວດ Miss Teen Laos 2019

*

*

2 ທ່ານນາງ ຕົ້ນຄໍາ ພົນຈັນເຮືອງ ຫຼື Tonkham Phonchanheuang, Miss World Laos ຄົນທຳອິດ, ນາງແບບແຖວໜ້າ, ພິທີກອນ, ນັກສະແດງ, ພຣີເຊັນເຕີ ແລະ ຜູ້ອໍານວຍການ Tonkham modeling

*

*

3 ທ່ານນາງ ອາລິສາ ມາໄລເພັດ ຫຼື ເອື້ອຍນົກ Nok Dokhak Alisa ນັກຈັດດອກໄມ້ມືອາຊີບ ແລະ ເຈົ້າຂອງຮ້ານ ດອກຮັກ Dokhak Wedding Flower ຮ່ວມສະໜັບສະໜູນໂຄງການປະກວດ Miss Teen Laos 2019.

*

*

4 ທ່ານ ອິນປັນ ບໍລິຫານ ຫຼື Touy Overdance ສິລະປິນ ນັກຮ້ອງ ພິທີກອນລະດັບປະເທດ ຜູ້ມີປະສົບການໃນວົງການມາຫຼາຍກວ່າ 15ປີ.

*

*

5 ທ່ານນາງ ກິດສະດາ ວົງໄຊສະຫວາດ ຫຼື Mouk Vongsaisawad, Miss supranational Laos ຄົນທຳອິດ ນາງແບບແຖວໜ້າ ນັກສະແດງ ແລະ Presenter.

*

*

6 ທ່ານນາງ ປິຍະທິດາ ຈະເລີນພັກດີ ຫຼື Barbie Chaluenphakdy, ນັກອອກແບບເຄື່ອງປະດັບ ແລະ ເຈົ້າຂອງຮ້ານ Anda Collection ຜູ້ສະໜັບສະໜູນມຸງກຸດອັນຊົງກຽດ “ດວງດາວແຫ່ງຍຸກສະໄໝ” — กับ Barbie Chaluenphakdy

*

*

7 ທ່ານນາງ ບຸນປະເສີດ ຫຍຸຍວານິດຊະວົງ ຫຼື Nok Nhouyvanisvong ເຈົ້າຂອງຮ້ານຂາຍໂທລະສັບ ກວ່າງ ເທເລຄອມ, ເຈົ້າຂອງ ຮ້ານ ອາເຈ້ ຕິມຊຳ “ A Je Dim Sum ຜູ້ຈັດຈຳໜ່າຍຜະລິດຕະພັນ Moose ລ້າງໜ້າ Perce Moose Cleanser ພຽງຜູ້ດຽວ PERCE Laos ຮ່ວມສະໜັບສະໜູນໂຄງການປະກວດ Miss Teen Laos

*

*

8 ທ່ານ ສອນໝັ້ນ ສັນຍາສັກ Marketing Manager ບໍລິສັດ Lao Coca-Cola Bottling Co.,Ltd ຜູ້ສະໜັບສະໜູນຫຼັກໃນການປະກວດຢ່າງເປັນທາງການ.

*

*

9 ທ່ານ ຄຳເຜົ້າ ຈະເລີນ ຫຼື ຄຳເພົ້າ ສັ່ງໄດ້ ນັກອອກແບບເສື້ອຜ້າຊື່ດັງ ແລະ ເຈົ້າຂອງແບຣນ Khamphao Design – ຄຳເພົ້າສັ່ງໄດ້
ຮ່ວມສະໜັບສະໜູນໂຄງການປະກວດ Miss Teen Laos 2019 — กับ ຄຳເພົ້າ ສັ່ງໄດ້

*

*