ຮອງອຳນວຍການຢືນຢັນເຂື່ອນໄຟຟ້າເຊເສັດ, ເຊລະບໍາ ບໍ່ໄດ້ແຕກ

110

ໃນຍຸກປັດຈຸບັນສື່ສັງຄົມອອນລາຍກໍາລັງມາແຮງ ເຮັດໃຫ້ສາມາດຮັບຮູ້ຂໍ້ມູນ – ຂ່າວສານໄດ້ຢ່າງໄວວາ ແຕ່ໃນທາງກົງກັນຂ້າມຫາກບໍ່ມີສະຕິໃນການເສບຂ່າວກໍອາດຕົກເປັນເຄື່ອງມືຂອງກຸ່ມຄົນບໍ່ດີ; ດັ່ງທີ່ຂ່າວລືເມື່ອ 2 ວັນຜ່ານມາ ມີການລາຍງານຂ່າວວ່າເຂື່ອນໄຟຟ້າເຊລະບໍາແຕກ. ຫຼ້າສຸດ, ຮອງຜູ້ອໍານວຍການເຂື່ອນໄດ້ອອກມາຊີ້ແຈງຕໍ່ບັນຫາດັ່ງກ່າວ ແລະ ຮຽກຮ້ອງໃຫ້ສັງຄົມຈົ່ງມີສະຕິໃນການຕິດຕາມຂ່າວ.

ທ່ານ ອຸດອນ ວົງສັກດາ ຮອງຜູ້ອໍານວຍການເຂື່ອນໄຟຟ້າເຊລະບໍາ ໄດ້ຊີ້ແຈງວ່າ: ເນື່ອງຈາກພາຍຸດີເປຼເຊິນ ໄດ້ເຄື່ອນທີ່ຂຶ້ນຝັ່ງເຂດແຂວງກວາງຈິ  ສສ ຫວຽດນາມ ແລ້ວຜ່ານເຂດແຂວງພາກກາງຂອງ ສປປ ລາວ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຝົນຕົກໜັກເປັນບໍລິເວນກວ້າງ ເຊິ່ງປະລິມານນໍ້າຝົນທີ່ວັດແທກໄດ້ໃນວັນທີ 04 ກັນຍາ 2019 ຢູ່ຈຸດເຂື່ອນເຊເສັດ 1 ເທົ່າກັບ 127 ມິນລີແມັດ; ເຂື່ອນເຊເສັດ 2 ເທົ່າກັບ 282 ມິນລີແມັດ; ເຂື່ອນເຊເສັດ 3 ເທົ່າກັບ 26 ມິນລີແມັດ ແລະ ເຂື່ອນເຊລະບຳ ເທົ່າກັບ 119 ມິນລີແມັດ. ຂະນະດຽວກັນ, ຍັງມີລົມພັດແຮງຢູ່ບາງທ້ອງຖິ່ນຂອງແຂວງເຊກອງ ແລະ ແຂວງໃກ້ຄຽງໃນລະຫວ່າງວັນທີ 3 – 5 ກັນຍາ 2019; ຈາກສະພາບດັ່ງກ່າວຈຶ່ງເກີດສະພາບດິນເຈື່ອນ, ນໍ້າຖ້ວມ, ນໍ້າໄຫຼຊຸ, ຖ້ວມອັ່ງຢ່າງກະທັນຫັນຢູ່ຕາມລຳນໍ້າເຊກອງ ແລະ ແມ່ນໍ້າສາຂາ.

ຈາກກໍລະນີດັ່ງກ່າວ, ໄດ້ເຮັດໃຫ້ບາງກຸ່ມຄົນທີ່ໄດ້ຂຽນຂ່າວຂອງສື່ອອນລາຍຈໍານວນໜຶ່ງລາຍງານຂ່າວທີ່ບໍ່ມູນ ຄວາມຈິງ ວ່າ: ນໍ້າທີ່ໄດ້ໄຫຼມາເປັນຈໍານວນຫຼາຍຈົນຖ້ວມບ້ານເຮືອນ ແລະ ຊັບສິນຂອງປະຊາຊົນນັ້ນແມ່ນເກີດຈາກການປ່ອຍນໍ້າອອກຈາກເຂື່ອນໄຟຟ້າເຊເສັດ 1, ເຊເສັດ 2, ເຊເສັດ 3 ແລະ ເຂື່ອນໄຟຟ້າເຊລະບໍາ; ຂ່າວດັ່ງກ່າວໄດ້ເຮັດໃຫ້ປະຊາຊົນຈໍານວນຫຼາຍເຂົ້າໃຈຜິດ ແລະ ເປັນການສ້າງ ຄວາມເສື່ອມເສຍໃຫ້ແກ່ເຂື່ອນດັ່ງກ່າວ ແຕ່ໃນຄວາມເປັນຈິງແລ້ວເຂື່ອນໄຟຟ້າທັງ 3 ເຂື່ອນນັ້ນເປັນເຂື່ອນຝາຍນໍ້າລົ້ນ ຫຼື Run Off River ເຊິ່ງໂຄງສ້າງຂອງເຂື່ອນໄດ້ຖືກອອກແບບມາໃຫ້ຄ້າຍຄືຝາຍກັັ້ນນໍ້າຕາມສາຍນໍ້າຕ່າງໆ ເພື່ອເພີ່ມລະດັບນໍ້າຂຶ້ນໃນລະດັບໃດໜຶ່ງ ແຕ່ບໍ່ໄດ້ມີການເກັບກັກນໍ້າແບບອ່າງເກັບນໍ້າ​ ເມື່ອເວລາມີນໍ້າໄຫຼຜ່ານ ນໍ້າດັ່ງກ່າວກໍໄຫຼເປັນປົກກະຕິຕາມຮູບແບບການໄຫຼຂອງທຳມະຊາດ, ຖ້າມີປະລິມານນໍ້າມາຫຼາຍກໍຈະໄຫຼຜ່ານຝາຍຕາມປະລິມານນໍ້າແບບປົກກະຕິລົງຕາມຫ້ວຍ ຫຼື ສາຍນໍ້າເດີມ.

ທ່ານຍັງອະທິບາຍຕື່ມວ່າ: ເຂື່ອນດັ່ງກ່າວບໍ່ໄດ້ມີການກັກເກັບນໍ້າ ແລະ ລະບາຍນໍ້າຕາມທີ່ເປັນຂ່າວທີ່ສັງຄົມອອນລາຍໄດ້ສະເໜີຂ່າວແຕ່ຢ່າງໃດ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນລາວທຸກຄົນໃຫ້ເສບຂ່າວຢ່າງມີສະຕິ ແລະ ຕິດຕາມການລາຍງານຂ່າວ – ແຈ້ງການຈາກທາງອຳນາດການປົກຄອງທຸກຂັ້ນເພື່ອຄວາມປອດໄພຂອງຕົວທ່ານເອງ ພ້ອມຂໍໃຫ້ລະມັດລະວັງເພື່ອບໍ່ໃຫ້ຕົກເປັນເຄື່ອງມືຂອງຜູ້ບໍ່ຫວັງດີໃນການໃຫ້ຂ່າວທີ່ຜິດພາດ ເພື່ອຈຸດປະສົງທີ່ເຂົາຈະໄດ້ຍອດກົດ Like & Share ເທົ່ານັ້ນ.

ໃນນາມເປັນບໍລິສັດມະຫາຊົນ ແລະ ພາຍໃຕ້ການຊີ້ນຳໆພາຂອງພັກ ແລະ ລັດຖະບານ ກໍຄືກະຊວງພະລັງງານ ແລະ ບໍ່ແຮ່ ຂໍສະແດງຄວາມເສຍໃຈກັບເຫດການໄພທຳມະຊາດໃນຄັ້ງນີ້ ແລະ ຂໍແບ່ງເບົາເອົາຄວາມທຸກໂສກຂອງພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ແລະ ຂໍໃຫ້ເຫດການຮ້າຍໆນີ້ຜ່ານໄປໃນເວລາອັນໃກ້ນີ້ດ້ວຍ.

ຂໍ້ມູນຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງເຊກອງ ໄດ້ອອກແຈ້ງການເຕືອນໄພ ເລກທີ 58/ພຊສ ລົງວັນທີ 03/9/2019 ຜ່ານມາ ວ່າ: ລະດັບນໍ້າເຊກອງຍັງຢູ່ໃນລະດັບເຕືອນໄພໃນລະຫວ່າງວັນທີ 3 – 5 ກັນຍາ 2019 ລະດັບນໍ້າຍັງຄົງຢູ່ໃນລະດັບອັນຕະລາຍ, ຂໍໃຫ້ທຸກທ່ານຕິດຕາມຂ່າວສານ, ມີສະຕິ ແລະ ເຄື່ອນຍ້າຍໄປຢູ່ໃນບ່ອນທີ່ປອດໄພຕະຫຼອດໄລຍະແຈ້ງເຕືອນ.

( ຂ່າວ: ສົມສະຫວິນ, ຮູບ: EDL – Gen )