ຮອງນາຍົກ ເນັ້ນໃຫ້ແຂວງຫຼວງນ້ຳທາ ຊຸກຍູ້ການຜະລິດທົດແທນການນຳເຂົ້າ

93

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຊຸກຍູ້ວຽກງານເກັບລາຍຮັບຢູ່ແຂວງຫຼວງນ້ຳທາ ໃນວັນທີ 3 ກັນຍາຜ່ານມາ ເຊິ່ງທ່ານໄດ້ເນັ້ນໃຫ້ແຂວງເອົາໃຈໃສ່ໃນການປະຕິບັດໜ້າວຽກການຈັດເກັບລາຍຮັບໃຫ້ບັນລຸແຜນ ຄຽງຄູ່ກັບຊຸກຍູ້ປະຊາຊົນໃນການຜະລິດສິນຄ້າຢູ່ພາຍໃນເພື່ອທົດແທນການນຳເຂົ້າ.

ໂອກາດດັ່ງກ່າວ, ທ່ານ ອ່ອນຈັນ ຄຳພາວົງ ຫົວໜ້າພະແນກການເງິນ ແຂວງຫຼວງນ້ຳທາ ໄດ້ລາຍງານສະພາບລວມໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງການເງິນ ໃນ 7 ເດືອນ ປີ 2019 ແລະ ທິດທາງແຜນການ 5 ເດືອນ ທ້າຍປີ 2019 ເຊິ່ງຄະນະພັກຮາກຖານພະແນກການເງິນແຂວງ ປະກອບມີບັນດາໜ່ວຍພັກທີ່ຂຶ້ນກັບໜ່ວຍພັກພະແນກການເງິນແຂວງ, ໜ່ວຍພັກສ່ວຍສາອາກອນ, ໜ່ວຍພັກຄັງເງິນແຫ່ງຊາດປະຈຳແຂວງ ແລະ ໜ່ວຍພັກກອງຄຸ້ມຄອງພາສີ I.

ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 7 ເດືອນ ປີ 2019 ລາຍຮັບພູດສູນກາງແຜນລາຍຮັບທັງໝົດ 309 ຕື້ ກວ່າກີບ ປະຕິບັດໄດ້ 186,4 ຕື້ກີບ ເທົ່າກັບ 60,32% ຂອງແຜນການປີ ຖ້າທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 27,64%. ໃນນີ້, ລາຍຮັບພາສີປະຕິບັດໄດ້ 152,5 ຕື້ກວ່າກີບ, ລາຍຮັບສ່ວຍສາອາກອນປະຕິບັດໄດ້ 26,6 ຕື້ກວ່າກີບ, ລາຍຮັບຄຸ້ມຄອງຊັບສິນຂອງລັດ ປະຕິບັດໄດ້ 7,2 ຕື້ກີບ, ລາຍຮັບຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພປະຕິບັດໄດ້ 20 ລ້ານກີບ.

ສ່ວນລາຍຮັບພູດທ້ອງຖິ່ນ ແຜນການເກັບລາຍຮັບທັງໝົດ 104 ຕື້ກວ່າກີບ ປະຕິບັດໄດ້ 73,9 ຕື້ກວ່າກີບ ເທົ່າກັບ 71,10% ຂອງແຜນການປີເພີ່ມຂຶ້ນ 21,54%. ໃນນີ້, ລາຍຮັບສ່ວຍສາອາກອນປະຕິບັດໄດ້ 68,1 ຕື້ກວ່າກີບ ເທົ່າກັບ 70,37% ຂອງແຜນການປີ ເພີ່ມຂຶ້ນ 23,55%, ລາຍຮັບຄຸ້ມຄອງຊັບສິນຂອງລັດປະຕິບັດໄດ້ 5,8 ຕື້ກວ່າກີບ ເທົ່າກັບ 80,41 % ຂອງແຜນການປີເພີ່ມຂຶ້ນ 1,8% ແລະ ໄດ້ສໍາເລັດຝຶກອົບຮົມດ້ານວິຊາການໃຫ້ແກ່ພະນັກງານການເງິນຂັ້ນບ້ານສາມສ້າງ ໃນ 5 ເມືອງ ມີ 362 ບ້ານ, ໄດ້ຕັ້ງການເງິນຂັ້ນບ້ານແລ້ວ 278 ບ້ານ ເທົ່າກັບ 76,80% ຂອງບ້ານທັງໝົດ.

ໂອກາດນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ທິດຊີ້ນໍາ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາ, ຄະນະພະແນກ, ພະນັກງານພາຍໃນພະແນກການເງິນແຂວງ ທີ່ມີຜົນງານໃນໄລຍະຜ່ານມາ ແລະ ຍັງໄດ້ເນັ້ນໃຫ້ຄະນະພະແນກຕະຫຼອດຮອດພະນັກງານທຸກຂັ້ນ, ພ້ອມກັນເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ສໍາເລັດ ເຖິງແມ່ນວ່າສະພາບເສດຖະກິດຝືດເຄືອງ, ສະພາບການເງິນມີຄວາມຫຍຸ້ງຍາກ ໂດຍສະເພາະແມ່ນຂະແໜງການເງິນ ຈົ່ງເພີ່ມທະວີສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການເກັບລາຍຮັບຂອງແຕ່ລະຂະແໜງໃຫ້ໄດ້ຕາມແຜນການຂອງແຂວງວາງໄວ້.

ພ້ອມດຽວກັນນີ້, ຕ້ອງໄດ້ເພີ່ມຄວາມຮັບຜິດຊອບ, ເອົາໃຈໃສ່ປະຢັດມັດທະຍັດ, ປຸກລະດົມຊຸກຍູ້ການຜະລິດພາຍໃນນໍາໃຊ້ໃນສິ່ງທີ່ເຮົາມີ, ສາມາດຜະລິດໄດ້ເພື່ອທົດແທນການນໍາເຂົ້າ ເມື່ອມີເຄື່ອງມືນໍາໃຊ້ເກັບລາຍຮັບກ້າວໄປສູ່ທັນສະໄໝ, ຍິ່ງມີຄວາມສໍາຄັນທີ່ຈະຕ້ອງໄດ້ຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານ, ເພີ່ມຄວາມຮັບຜິດຊອບໃຫ້ສູງຂຶ້ນໃນການເຮັດວຽກງານຈຶ່ງຈະເຮັດໃຫ້ການພັດທະນາເສດຖະກິດ – ສັງຄົມຂອງແຂວງມີປະສິດທິພາບ ແລະ ໄດ້ຜົນສໍາເລັດດ້ວຍດີ.

[ ຂ່າວ – ຮູບ: ກະຊວງການເງິນ ]