ເງິນກີບຍັງອ່ອນຄ່າ - Laoedaily

ເງິນກີບຍັງອ່ອນຄ່າ

ໃນເດືອນມິຖຸນາ 2019 ເງິນກີບອ່ອນຄ່າຢູ່ທີ່ 276 ກີບ/1 ບາດ ແລະ 8.659 ກີບ/1 ໂດລາ ມາຮອດວັນທີ 3 ກັນຍາ ເງິນກີບຍັງອ່ອນຄ່າຕໍ່ເນື່ອງຢູ່ໃນລະດັບ 292 ກີບ/1 ບາດ ແລະ 8.796 ກີບ/1 ໂດລາ. ຂະນະທີ່ຫຼາຍຄົນມີຄຳເຫັນວ່າ: ທາງອອກທີ່ດີທີ່ສຸດແມ່ນຫຼຸດຜ່ອນນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ ແລ້ວຫັນມາຊົມໃຊ້ສິນຄ້າທີ່ເຮົາຜະລິດໄດ້ ລວມທັງສົ່ງເສີມການສົ່ງອອກໃຫ້ຫຼາຍ.

ສະເພາະອັດຕາແລກປ່ຽນເງິນກີບທຽບໃສ່ກັບສະກຸນເງິນບາດ ໃນເດືອນສິງຫາ 2019 ຜ່ານມາ ຈາກທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ພົບວ່າ: ນັບແຕ່ວັນທີ 1 ສິງຫາເປັນຕົ້ນມາ ເງິນກີບອ່ອນຄ່າຢູ່ທີ່ 288 ກີບ/1ບາດ ແລະ ຍັງຄົງຮັກສາອັດຕາແລກປ່ຽນດັ່ງກ່າວ ຈົນຮອດວັນທີ 20 ສິງຫາ. ຖັດຈາກນັ້ນ, ເງິນກີບເລີ່ມອ່ອນຄ່າລົງເລື້ອຍໆສັງເກດເຫັນໄດ້ຈາກວັນທີ 21 – 29 ສິງຫາ ເງິນກີບອ່ອນຄ່າໃນລະດັບ 289 ຫາ 290 ກີບ/1 ບາດ, ສ່ວນວັນທີ 30 ສິງຫາ ຈົນເຖິງ 3 ກັນຍາ ເງິນກີບອ່ອນຄ່າລົງອີກອີກຈົນຢູ່ໃນລະດັບ 292 ກີບ/1 ບາດ.

ຂະນະທີ່, ອັດຕາແລກປ່ຽນເງິນກີບທຽບໃສ່ກັບສະກຸນເງິນໂດລາສະຫະລັດ ກໍມີທ່າອ່ຽງອ່ອນຄ່າລົງເຊັ່ນກັນເລີ່ມຈາກ 8.707 ກີບ/1 ໂດລາ ໃນວັນທີ 1 ສິງຫາ. ຈາກນັ້ນ, ກໍສືບຕໍ່ອ່ອນຄ່າລົງເລື້ອຍໆຈົນຮອດວັນທີ 30 ສິງຫາ 2019 ຢູ່ໃນລະດັບ 8.766 ກີບ/1 ໂດລາ ແລະ ມີພຽງແຕ່ວັນທີ 6 ສິງຫາເທົ່ານັ້ນ ເງິນກີບແຂງຄ່າຢູ່ທີ່ 8.700 ກີບ/1 ໂດລາ. ຂະນະທີ່ວັນທີ 3 ກັນຍາ ເງິນກີບຍິ່ງອ່ອນຄ່າລົງອີກຊັກໄຊ້ຢູ່ໃນລະດັບ 8.796 ກີບ/1 ໂດລາ.

ໂອກາດນີ້, ທ່ານ ສຸລິນທອນ ເຮືອງຄຳສິງ ນັກເສດຖະສາດອາວຸໂສ ປະຈໍາທະນາຄານພັດທະນາອາຊີ ຫຼື ( ADB ) ໃຫ້ທັດສະນະວ່າ: ນັບແຕ່ກາງເດືອນສິງຫາເປັນຕົ້ນມາ ຈົນເຖິງປັດຈຸບັນຖືວ່າເງິນກີບອ່ອນຄ່າລົງກວ່າແຕ່ກ່ອນ ທັງໝົດນີ້ກໍຂຶ້ນກັບຫຼາຍປັດໄຈ ໂດຍສະເພາະແມ່ນຄວາມຕ້ອງການ ( Demand ) ແລະ ການສະໜອງ ( Supply ) ທີ່ຍັງບໍ່ດຸນດ່ຽງພໍປະມານ. ຂະນະທີ່ອັດຕາແລກປ່ຽນເງິນຕາຕ່າງປະເທດຈະແບ່ງອອກເປັນ 2 ຕະຫຼາດ ຄື: ຕະຫຼາດຫຼັກກໍຄືທະນາຄານ ແລະ ຕະຫຼາດຊື້ – ຂາຍທົ່ວໄປ. ໃນນີ້, ຕະຫຼາດຫຼັກຍັງສາມາດສະໜອງເງິນຕາຕ່າງປະເທດໃຫ້ກັບຜູ້ນໍາເຂົ້າສິນຄ້າທີ່ຈໍາເປັນຕາມອັດແລກປ່ຽນປະຈໍາວັນໄດ້ປົກກະຕິ ເຊັ່ນ: ນໍ້າມັນ, ຊີມັງ, ເຫຼັກ, ວັດສະດຸກໍ່ສ້າງ ແລະ ອື່ນໆ. ສ່ວນຕະຫຼາດທົ່ວໄປ ເຊິ່ງຄົນຕ້ອງການຊົມໃຊ້ເງິນຕາມີຫຼາຍ ຈຶ່ງເຮັດໃຫ້ອັດຕາແລກປ່ຽນທົ່ວໄປຂ້ອນຂ້າງແພງ ຫາກທຽບໃສ່ກັບທະນາຄານ.

ເຖິງຢ່າງໃດກໍຕາມ, ແຕ່ນີ້ຫາທ້າຍປີເງິນກີບອາດຈະກັບມາແຂງຄ່າດີຂຶ້ນ. ທັງນີ້, ກໍຂຶ້ນກັບອັດຕາເງິນເຟີ້ ຫາກມີການສົ່ງອອກຫຼາຍເຮັດໃຫ້ເຮົາເກີນດຸນການຄ້າ ແລະ ອັດຕາເງິນເຟີ້ຫຼຸດລົງ ກໍສົ່ງຜົນໃຫ້ອັດຕາແລກປ່ຽນກໍຄືເງິນກີບແຂງຄ່າ; ໄລຍະຜ່ານມາພາກລັດກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ແລະ ການສົ່ງອອກໃຫ້ຫຼາຍ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ.

ພະນັກງານຂອງທະນາຄານແຫ່ງໜຶ່ງ ໃຫ້ທັດສະນະວ່າ: ເຫດຜົນທີ່ເຮັດໃຫ້ເງິນກີບອ່ອນຄ່າກໍມີປັດໄຈໃນຕົວ ແລະ ນອກຕົວ ເຊິ່ງພາກລັດເຂົ້າມາແຊກແຊງເປັນບາງຄັ້ງຄາວ ກໍຖືເປັນການດີເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາ ເພາະຫາກເງິນກີບອ່ອນຄ່າຫຼາຍກໍຈະກະທົບຕໍ່ອັດຕາເງິນເຟີ້. ເວົ້າລວມແລ້ວການສະໜອງເງິນຕາຕ່າງປະເທດໃຫ້ກັບຜູ້ນໍາເຂົ້າ – ສົ່ງອອກສິນຄ້າກໍຍັງມີພຽງພໍ ແຕ່ວ່າຕະຫຼາດທົ່ວໄປ ຫຼື ຕະຫຼາດມືດ ການຊົມໃຊ້ເງິນຕາມີຫຼາຍເຮັດໃຫ້ມີການເກງກໍາໄລເພີ່ມຂຶ້ນດັ່ງທີ່ເຮົາເຫັນໃນປັດຈຸບັນ. ສໍາລັບທາງອອກທີ່ດີທີ່ສຸດແມ່ນຫຼຸດຜ່ອນການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ ແລ້ວຫັນມາຊົມໃຊ້ຜະລິດຕະພັນພາຍໃນ ລວມທັງສົ່ງອອກໃຫ້ຫຼາຍ ເພື່ອເຮັດໃຫ້ເງິນກີບກັບມາແຂງຄ່າໃນໄລຍະຍາວ.

ພະນັກງານແລ່ນເອກະສານນໍາເຂົ້າ – ສົ່ງອອກສິນຄ້າ ( Shipping ) ເວົ້າວ່າ: ການນໍາເຂົ້າ – ສົ່ງອອກສິນຄ້າແມ່ນຄິດໄລ່ເປັນເງິນຕາຕ່າງປະເທດຢູ່ແລ້ວ ແຕ່ການຊົມໃຊ້ພາຍໃນກໍຄວນຊື້ – ຂາຍເປັນເງິນກີບຈະດີ ກວ່າ ເພາະທີ່ຜ່ານມາຍັງເຫັນຫຼາຍບ່ອນຕິດປ້າຍລາຄາ ຫຼື ກໍານົດສິນຄ້າເປັນເງິນຕາຕ່າງປະເທດຢູ່. ສະນັ້ນ, ຂະແໜງການກ່ຽວຂ້ອງຕ້ອງເອົາຜິດກັບຜູ້ທີ່ຕິດປ້າຍລາຄາເປັນເງິນຕາຕ່າງປະເທດຢ່າງຈິງຈັງ ພ້ອມທັງສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍ ລວມທັງປຸກລະດົມນໍາໃຊ້ເງິນກີບນັບແຕ່ຂັ້ນປະຖົມເປັນຕົ້ນໄປ.

ແມ່ຄ້າຂາຍເຄື່ອງຢູ່ຕະຫຼາດແຫ່ງໜຶ່ງ ເວົ້າສູ່ຟັງວ່າ: ເຖິງວ່າທະນາຄານໄດ້ກໍານົດອັດຕາແລກປ່ຽນໃນລະດັບ 291 ຫຼື 292 ກໍຕາມ ແຕ່ວ່າຮ້ານແລກປ່ຽນເງິນຕາ ຫຼື ຮ້ານຂາຍເຄື່ອງທົ່ວໄປຄິດໄລ່ແພງກວ່າທະນາຄານ.

ຕົວຢ່າງ: ອັດຕາແລກປ່ຽນຂອງທະນາຄານຢູ່ທີ່ 292 ກີບ/1 ບາດ ແຕ່ຮ້ານແລກປ່ຽນທົ່ວໄປອາດຈະຄິດໄລ່ເປັນ 310 ຫຼື 320 ກີບ/1 ບາດ.

ຜູ້ນໍາເຂົ້າສິນຄ້າຈາກປະເທດເພື່ອນບ້ານ ທ່ານໜຶ່ງກ່າວວ່າ: ປົກກະຕິແລ້ວການຊົມໃຊ້ເງິນຕາຕ່າງປະເທດຄວນໃຫ້ສິດແຕ່ຜູ້ທີ່ນໍາເຂົ້າ ຫຼື ສົ່ງອອກສິນຄ້າເທົ່ານັ້ນ ໂດຍສະເພາະແມ່ນສິນຄ້າທີ່ຈໍາເປັນ ເຊັ່ນ: ນໍ້າມັນ, ວັດສະດຸກໍ່ສ້າງ, ຢາປົວພະຍາດ ແລະ ອື່ນໆ ທີ່ເຫັນວ່າເຮົາບໍ່ມີຕ້ອງໄດ້ນໍາເຂົ້າ. ຄຽງຄູ່ກັນນັ້ນ, ພາກສ່ວນກ່ຽວຂ້ອງບໍ່ຄວນປ່ອຍໃຫ້ບຸກຄົນທົ່ວໄປມີເງິນຕາຕ່າງປະເທດໄວ້ຄອບຄອງເປັນຈໍານວນຫຼາຍ ເພາະການຊື້ – ຂາຍພາຍໃນແມ່ນນໍາໃຊ້ແຕ່ເງິນກີບຢູ່ແລ້ວ. ສະນັ້ນ, ຈຶ່ງບໍ່ມີຄວາມຈໍາເປັນໃດໆໃນການນໍາໃຊ້ເງິນຕາຕ່າງປະເທດເພື່ອຈັບຈ່າຍໃຊ້ສອຍ; ແຕ່ໃນທາງກົງກັນຂ້າມ ບາງປະເພດສິນຄ້າທີ່ມີຢູ່ແມ່ນຕິດປ້າຍລາຄາເປັນເງິນບາດ ຫຼື ເງິນໂດລາ ອັນນີ້ກໍມີສ່ວນເຮັດໃຫ້ສັງຄົມມີຄວາມລຶ້ງເຄີຍ ແລະ ສຸດທ້າຍແມ່ນຢາກໃຫ້ພາກລັດຄຸມເຂັ້ມໃນການບັງຄັບໃຊ້ກົດໝາຍຢ່າງມີປະສິດທິຜົນ.

[ ຂໍ້ມູນສົມທຽບ: ທຄຕລ ]

[ ຂ່າວ: ສົມສະຫວິນ ]

ເວັບໄຊທ໌ ລັດຖະບານ
ເວັບໄຊທ໌ແນະນຳ
ເພຈ໌ແນະນຳ