ທ້າວ ບູມ ອຸດົມໄຊ ຊະນະເລີດງານປະກວດການແຕ່ງກາຍຊຸດຜ້າໄໝ ລາວ – ໄທ

48

ງານວາງສະແດງສິນຄ້າໂອດ໊ອບ ລາວ – ໄທ ລະຫວ່າງນະຄອນຫຼວງວຽງຈັນ ສປປ ລາວ ແລະ ຈັງຫວັດຕຣາດ ປະເທດໄທ ທີ່ໄດ້ນຳເອົາສິນຄ້າຫັດຖະກຳມາວາງສະແດງເພື່ອແລກປ່ຽນກັນທາງດ້ານວັດທະນະທໍາ ເຊິ່ງໄດ້ມີການສະແດງສິລະປະວັດທະນະທຳ ແລະ ກິດຈະກຳການປະກວດການແຕ່ງກາຍຊຸດຜ້າໄໝ ລາວ – ໄທ ເພື່ອຊີງເອົາລາງວັນຈາກຜູ້ສະໜັບໜູນ ໂດຍໄດ້ຜູ້ຊະນະເລີດຄື ທ້າວ ບູມ ອຸດົມໄຊ ອາຍຸ 22 ປີ.

ກິດຈະກໍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນຄະນະກຳມະການຂອງ ທ່ານ ນາງ ພອນວິໄລ ແສນປະເສີດ ຜູ້ສະໜັບສະໜູນກິດຈະກຳໄວໜຸ່ມ, ທ່ານ ວັນໄຊ ມຸກມະນີ ຮອງປະທານເຄືອຂ່າຍສິນຄ້າ OTOP ຈັງຫວັດຕຣາດ, ທ່ານ ນາງ ນວນສີ ມະຫັດທະນະວີໂຣດ ຮອງຜູ້ອຳນວຍການສູນການຄ້າວຽງຈັນເຊັນເຕີ ພ້ອມດ້ວຍບັນດານາງແບບ, ຊາຍແບບ ແລະ ມວນຊົນເຂົ້າຮ່ວມເຊຍຢ່າງຄຶກຄື້ນ.

ທ່ານ ນາງ ພອນວິໄລ ແສນປະເສີດ ໃຫ້ສຳພາດວ່າ: ການປະກວດການແຕ່ງກາຍຊຸດຜ້າໄໝ ລາວ – ໄທ ແມ່ນເພື່ອສ້າງສາຍພົວພັນທາງດ້ານວັດທະນະທໍາຂອງທັງ 2 ປະເທດ ພ້ອມທັງໃຫ້ໄວໜຸ່ມໄດ້ມີສ່ວນຮ່ວມໃນການແລກປ່ຽນວັດທະນະທໍາຮີດຄອງປະເພນີຂອງແຕ່ລະຊາດ.

ກິດຈະກຳນີ້ມີໄວໜຸ່ມເຂົ້າຮ່ວມທັງໝົດ 26 ຄົນ ຜ່ານການຍ່າງສະແດງຜົນງານຂອງນ້ອງໆທີ່ໄດ້ອອກແບບໃຫ້ບັນດາຄະນະກໍາມະການໄດ້ຕັດສິນ ແລະ ຜູ້ທີ່ໄດ້ຮັບລາງວັນຊະນະເລີດ ໄດ້ແກ່: ທ້າວ ບູມ       ອຸດົມໄຊ ອາຍຸ 22 ປີ ໄດ້ຮັບເງິນສົດ 3 ລ້ານກີບ ພ້ອມດ້ວຍຂັນລາງວັນ ແລະ ສາຍສະພາຍ; ລາງວັນຮອງອັນດັບ 1 ໄດ້ແກ່ ນາງ ທິບພະສອນ ຂັດຕິຍະວົງ ອາຍຸ 17 ປີ ໄດ້ຮັບເງິນສົດ 2 ລ້ານກີບ ພ້ອມດ້ວຍຂັນລາງວັນ ແລະ ສາຍສະພາຍ, ສ່ວນລາງວັນຮອງອັນດັບ 2 ໄດ້ແກ່ ທ້າວ ເອັສມ່ອນ ສຸວັນນະວົງ ອາຍຸ 21 ປີ ໄດ້ຮັບເງິນສົດ 1 ລ້ານກີບ ພ້ອມດ້ວຍຂັນລາງວັນ ແລະ ສາຍສະພາຍ.

ນອກນີ້, ຍັງມີລາງວັນພິເສດ 4 ລາງວັນ ໂດຍໄດ້ລາງວັນລະ 2 ແສນກີບ ພ້ອມຂັນລາງວັນ ແລະ ສາຍສະພາຍ ຄື: ລາງວັນຂວັນໃຈຊ່າງພາບ ນາງ ທິລະຕີ ສໍາລານຊື້ນ ອາຍຸ 20 ປີ, ລາງວັນຂວັນໃຈສື່ມວນຊົນ ທ້າວ ສິທິໄຊ ບໍລິຈັກ ອາຍຸ 18 ປີ, ລາງວັນບຸກຄະລິກກະພາບດີ ນາງ ທິຕິຍາ   ສິລິໂສພາ ອາຍຸ 20 ປີ ແລະ ລາງວັນແຕ່ງກາຍງາມ ນາງ ມິນນີ ມິນລະດາ ອາຍຸ 22 ປີ.

ທ້າວ ບູມ ອຸດົມໄຊ ໃຫ້ສໍາພາດວ່າ: ຖືເປັນອີກໜຶ່ງປະສົບການທີ່ຊ່ວຍໃຫ້ນ້ອງພັດທະນາຄວາມຮູ້ຫຼາຍຂຶ້ນ ຊຸດທີ່ອອກແບບເຂົ້າມາປະກວດແມ່ນເປັນຊຸດລາວດັ້ງເດີມທີ່ນິຍົມໃສ່ໃນສະໄໝກ່ອນຂອງຊາວວັງ ໂດຍໄດ້ແຮງບັນດານໃຈມາຈາກການປັກດິ້ງຂອງຊາວຫຼວງພະບາງ ແລະ ເອົາມາປະຍຸກກັບຜ້າໄໝໄທ ເພື່ອໃຫ້ເບິ່ງເຫັນຄວາມທັນສະໄໝທີ່ງົດງາມ.

( ຂ່າວ: ທິບອຸສາ )