ໝາຍເລກ 14 ຜູ້ເຂົ້າປະກວດ Miss World Laos ປີໃໝ່ ຊະນິຕ້າ ສະແຫວງໂຊກ ສາວບ້ານໝາກນາວ

109

ມາທີ່ກອງປະກວດ ມິສເວີລາວ 2019 Miss World Laos 2019 ທີ່ໄດ້ສາວງາມ 20 ຄົນສຸດທ້າຍ ແລະ ກໍາລັງຢູ່ໃນຊ່ວງທີ່ສາວໆເກັບໂຕ ເຄື່ອນໄຫວກິດຈະກໍາຕ່າງໆຮ່ວມກັນ ເພື່ອເກັບຄະແນນໃນແຕ່ລະກິດຈະກໍາ…

*

*

*

*

*

*

ມື້ນີ້ ຂໍແນະນໍາສາວງາມ ຈາກ ບ້ານໝາກນາວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ບອກເລີຍວ່າ ງາມໜ້າຮັກຫຼາຍສົມຄໍາລໍ່າລືອີຫຼີ ເປັນຫມາຍເລກ 14 ປີໃໝ່ ຊະນິຕ້າ ສະແຫວງໂຊກ ອາຍຸ 19 ປີ ຫາກໍ່ຈົບມໍ 7 ຈາກໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ.

*

*

*

*

*

*

ປີໃໝ່ ບອກວ່າ: ເຫດຜົນທີ່ເລືອກມາປະກວດກໍຍ້ອນນີ້ເປັນວີທີທີ່ໃຫຍ່ ແລະ ຊົງກຽດຫລາຍໃນໃຈຂອງນ້ອງ, ນ້ອງເອງມີຄວາມມັກຮັກໃນດ້ານນີ້ແນ່ “ນາງງາມ” ເປັນຄວາມໄຝ່ຝັນມາແຕ່ນ້ອຍ ເມື່ອມີໂອກາດຕ້ອງບໍ່ພາດຢູ່ແລ້ວ ຢາກໃຊ້ໂອກາດນີ້ພັດທະນາໂຕເອງ.

*

*

*

*

*

*

ມາຮອດມື້ນີ້ກໍເປັນຄວາມຝັນຂອງໂຕເອງແລ້ວສະນັ້ນນ້ອງຈະເຮັດໃຫ້ເຕັມທີ ແລະດີທີ່ສຸດນ້ອງເອງຄາດຫວັງກັບເວທີນີ້ຫຼາຍ ເພາະເຊື່ອວ່າເວທີນີ້ຈະປ່ຽນຊິວິດນ້ອງໃນຫຼາຍໆດ້ານ ນ້ອງຈະເອົາຄວາມເປັນລາວເອົາວັດທະນາທຳອອກມາເຜີຍແຜ່ໃຫ້ທຸກຄົນໄດ້ຮູ້ວິຖີຊີວິດລາວຫຼາຍຂຶ້ນ.

*

*

*

*

ຜ່ານມາ ປີໃໝ່ ກໍເຄີຍປະກວດໃນເວທີ Laos Supermodel ຕິດ Top30 (ຮອບ 30 ຄົນ) ຕໍ່ມາໃນ ຕົ້ນປີ 2019 ໄດ້ປະກວດສາວໜ້າໃສ Miss Lamare ໄດ້ຮອງອັນດັບ 2, ເຄີຍຖ່າຍວາລະສານຢູ່ກຸງເທບ “ອ່ານແລ້ວລວຍ” ກັບ ດາລາພະເອກໄທ ໄມ ພັດທະລະເດດ ແລະ ກໍເປັນພີເຊັນເຕີ ໃຫ້ຄຣີນິກເສີມຄວາມງາມ ລາແມ.

*

*

*

*

ສໍາລັບເຄັດລັບໃນການຮັກສາສຸຂະພາບຂອງ ປີໃໝ່ ແມ່ນ ກິນອາຫານໃຫ້ຄົບ 5 ໝູ່ ພັກຜ່ອນໃຫ້ພຽງພໍ ໝັ່ນອອກກໍາລັງກາຍຢ່າງສະໝໍ່າສະເໝີ…

*

ແລະ ຊາຍໜຸ່ມໃນສະເປັກ ປີໃໝ່ບໍ່ເໜັ້ນໜັກຫຍັງຫຼາຍ ຂໍແຕ່ເປັນຄົນທີ່ຮັກເຮົາ ສາມາດເຂົ້າກັບຄອບຄົວເຮົາໄດ້ ແລະ ຍອມຮັບໃນສິ່ງທີ່ເຮົາເປັນ.

*

*

*

ເວລາວ່າງຂອງ ນ້ອງ ແມ່ນຊ້ອມເດີນແບບ, ຟ້ອນ ແລະ ອ່ານຫນັງສືເພື່ອສືກສາຫາຄວາມຮູ້ໃຫ່ມໆຕື່ມອີກ …
ສ່ວນອະນາຄົດນອກຈາກການເປັນນາງງາມ ໃນວົງການບັນເທີງ ກໍຢາກມີທຸລະກິດເປັນຂອງຕົນເອງ.