ຝາກເຊຍ ໜຸ່ມຫຼໍ່ອາລີ້ ທະນູພົນ MR03 ຜູ້ເຂົ້າປະກວດ Mr International Laos

68

ອີກໜຶ່ງໜຸ່ມທີ່ບອກເລີຍວ່າບໍ່ທໍາມະດາ ເປັນອາດີດນັກສຶກສາ ສາຂາບໍລິຫານທຸລະກິດສາກົນ ທີ່ຈົບມາຈາກ ສສ ຫວຽດນາມ ໜຸ່ມອາລີ້ ທະນູພົນ ໄຊຖາວອນ ໜຸ່ມໄວ 24 ປີ ໜຶ່ງໃນຜູ້ເຂົ້າປະກວດ Mr International Laos 2019

*

*

*

*

*

*

ປັດຈຸບັນຢູ່ບ້ານ ໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ,

ອາລີ້ ບອກວ່າ: ໄດ້ຈົບການສຶກສາລະດັບປະລິນຍາຕີຈາກ ສ.ສ ຫວຽດນາມ ສາຂາທຸລະກິດສາກົນ ເມື່ອປີ 2018 ທີ່ເຂົ້າມາປະກວດໃນເວທີ Mr International Laos 2019 ນີ້ ກໍເພາະມັນເປັນໂອກາດທີ່ດີ ອາລີ້ເອງ ຢາກຮຽນຮູ້ ແລະ ຫາປະສົບການທາງດ້ານບັນເທີງໃຫ້ຫຼາຍໆ.

*

*

*

*

*

*

ຜ່ານມາເຄີຍເດີນແບບງານ Vientaine wow magazine 2019 ມາ ເພາະມັກຮັກໃນການເປັນນາຍແບບ, ມັກໃນວົງການບັນເທີງ ຈຶ່ງມັກຟິດຫຸ່ນ ດູແລສຸຂະພາບໃຫ້ດີສະເໜີ ໂດຍການອອກກຳລັງກາຍ ພັກຜ່ອນໃຫ້ເປັນເວລາ ແລະ ການກີນອາຫານໃຫ້ຄົບ 5 ໝູ່.

*

*

*

*

*

*

ສໍາລັບເວລາຫວ່າງຂອງ ອາລີ້ ສ່ວນໃຫຍ່ກໍຈະຫຼິ້ນກິລາ, ຫຼີນgym, ເຕະບານ, ແລ່ນ ແລະ ຮ້ອງເພງ….. ສາວໆທີ່ມັກຮັກ ອາລີ້ ມັກຄົນນິໃສດີ, ເຂົ້າກັນໄດ້ງ່າຍ, ເປັນຄົນ friendly ມະນຸດສໍາພັນດີ

*

*

*

*

*

*

ອາລີ້ ເປັນລູກຊາຍຫຼ້າ ມີອ້າຍ 2 ຄົນ ແລະ ເປົ້າໝາຍໃນອະນາຄົດທາງດ້ານການບັນເທິງນ້ອງຄິດໄວ້ວ່າຢາກເປັນດາວດວງໜຶ່ງເພື່ອປະດັບສີສັນທາງດ້ານບັນເທີງ.