ທະນາຄານ ICBC ມອບຄອມພິວເຕີ ໃຫ້ແກ່ພະແນກ ສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ

161

ວັນທີ 27 ສິງຫາ 2019 ທະນາຄານອຸດສາຫະກຳ – ການຄ້າ ສປ ຈີນ ( ICBC ) ສາຂານະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ – ຮັບເຄື່ອງຄອມພິວເຕີໃຫ້ແກ່ພະແນກສຶກສາທິການ ແລະ ກີລາ ( ສສກ ນວ ) ໂດຍການເຂົ້າຮ່ວມຂອງ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ຊຸນເຟິ້ງ ເລິ໋ຍ ຜູ້ອຳນວຍການທະນາຄານ ICBC, ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກ ສສກ ນວ ພ້ອມດ້ວຍບັນດາຜູ້ອຳນວຍການໂຮງຮຽນ 11 ແຫ່ງ ພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການມອບເຄື່ອງຄອມພິວເຕີໃນຄັ້ງນີ້ ປະກອບມີເຄື່ອງຄອມພິວເຕີຕັ້ງໂຕະຈຳນວນ 30 ເຄື່ອງ ແລະ ໂນ໊ດບຸ໊ກ 3 ເຄື່ອງ ໃຫ້ແກ່ໂຮງຮຽນ 11 ແຫ່ງ ພາຍໃນນະຄອນຫຼວງວຽງຈັນ ເພື່ອສ້າງແຮງຊຸກຍູ້ເປັນສ່ວນໜຶ່ງໃນການປະກອບສ່ວນສ້າງເງື່ອນໄຂດ້ານການສຶກສາຂອງໂຮງຮຽນແຕ່ລະແຫ່ງໃຫ້ໄດ້ມີການປ່ຽນແປງທີ່ດີຂຶ້ນ.

ໂອກາດນີ້, ທ່ານ ບົວລານ ສິລິປັນຍາ ໄດ້ສະແດງຄວາມຂອບໃຈມາຍັງ ທະນາຄານ ICBC ພ້ອມທັງກ່າວວ່າ: ການຊ່ວຍເຫຼືອໃນຄັ້ງນີ້ຖືເປັນການສືບຕໍ່
ສ້າງສາຍພົວພັນອັນແໜ້ນແຟ້ນຂອງສອງຊາດ ລາວ – ຈີນ, ເປັນການສົ່ງເສີມການພັດທະນາເສດຖະກິດ – ສັງຄົມຂອງລາວ ກໍຄືພັດທະນາບຸກຄະລາກອນໃນຂົງເຂດການສຶກສາຂອງ ສປປ ລາວ ໃຫ້ນັບມື້ດີຂຶ້ນ ເຊິ່ງຫວັງວ່າໃນອະນາຄົດຕໍ່ໜ້າຂົງເຂດການສຶກສາທິການ ແລະ ກີລາ ຈະໄດ້ຮັບການຊ່ວຍເຫຼືອຈາກ ທະນາຄານ ICBC ຕື່ມອີກ.