ແມ່ຄ້າຫົວໃສ ສວຍໂອກາດຂາຍແປ້ງນົວປອມ ເມືອງພູຄູນຢຶດໄດ້ 18 ເປົາ

41

ບັນຫາສິນຄ້າລອກຮຽນແບບບໍ່ພຽງເປັນການລະເມີດລິຂະສິດຂອງຜູ້ຜະລິດເທົ່ານັ້ນ ແຕ່ຍັງສ້າງຄວາມບໍ່ປອດໄພໃຫ້ສຸຂະພາບຂອງຜູ້ບໍລິໂພກອີກ ຖ້າຫາກວ່າສິນຄ້າເຫຼົ່ານັ້ນບໍ່ໄດ້ມີການຮັບຮອງມາດຕະຖານຈາກອາຫານ ແລະ ຢາແລ້ວ ເອົາມາໃຫ້ກັນກິນ ຜົນທີ່ຕາມມາຄືຜົນຂ້າງຄຽງໃນໄລຍະຍາວ ເຊິ່ງບັນຫານີ້ຕົວເມືອງກວດກາຕໍ່ເນື່ອງແມ່ຄ້າຫົວໃສເລີຍສວຍໂອກາດເອົາເຂົ້າເຂດນອກລອກຂາຍໃຫ້ຜູ້ບໍ່ຮູ້ ຫຼ້າສຸດເຈົ້າໜ້າທີ່ເມືອງພູຄູນຈັບໄດ້ 18 ເປົາແປ້ງນົວລ້ວນໆ.

ເພື່ອເປັນການສະກັນກັ້ນຂະບວນການຜະລິດ ແລະ ຈຳໜ່າຍສິນຄ້າ ຫຼື ຜະລິດຕະພັນລອກຮຽນລຽນແບບ, ລະເມີດລິຂະສິດທີ່ຜິດຕໍ່ກົດໝາຍວ່າດ້ວຍຊັບສິນທາງປັນຍາ ໃນສປປ ລາວ ດັ່ງນັ້ນ, ໃນວັນທີ 19 ສິງຫາ 2019 ຜ່ານມາ ເຈົ້າໜ້າທີ່ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງພູຄູນ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂອງເມືອງ ໄດ້ລົງຕິດຕາມ ແລະ ຢຶດສິນຄ້າລອກຮຽນແບບ ປະເພດແປ້ງນົວກາຈອງປອມ ຈາກລົດບັນທຸກທີ່ກຳລັງຂົນສົ່ງເພື່ອຈຳໜ່າຍສົ່ງໃຫ້ຮ້ານຄ້າຕ່າງໆພາຍໃນເມືອງພູຄູນ ຈຳນວນ 5 ເປົາ ມີ 776 ຖົງ ນໍ້າໜັກລວມ 155,2 ກີໂລກຼາມ ລວມມູນຄ່າ 3 ລ້ານກວ່າກີບ ແລະ ໄດ້ທໍາລາຍຖິ້ມໃນວັນທີ 23 ສິງຫາ 2019 ຢູ່ທີ່ເດີ່ນຕະຫຼາດຊຸມຊົນບ້ານສາມແຍກພູຄູນ.

 

ຍັງມີລາຍງານຂ່າວມມາອີກວ່າ ໃນວັນທີ 24 ສິງຫາ 2019 ຜ່ານມາ ເຈົ້າໜ້າທີ່ໄດ້ກວດກາ ແລະ ຢຶດໄດ້ແປ້ງນົວປອມ ທີ່ບັນຈຸໃສ່ເປົາ ( ສີເຫຼືອງ-ສີຂາວ ) ໃນລົດບັນທຸກຄັນໜຶ່ງ ທີ່ກໍາລັງຂົນສົ່ງເພື່ອກຽມຈຳໜ່າຍຕາມຮ້ານຄ້າຕ່າງໆອີກຈໍານວນ 13 ເປົາ ລວມມີ 1.950 ຖົງ ໃນນີ້ ມີຖົງບັນຈຸຂະໜາດ 500 ກຣາມ ແລະ ຖົງບັນຈຸຂະໜາດ 250 ກຣາມ ລວມມູນຄ່າ 9 ລ້ານກວ່າກີບ.

 

 

 

ທີ່ມາ: ຂ່າວສານເມືອງພູຄູນ