ຍອດສົ່ງອອກສາລີອາດບໍ່ບັນລຸເປົ້າ

156

ເນື້ອທີ່ປູກສາລີເສຍຫາຍ 40 ພັນກວ່າເຮັກຕາຢູ່ແຂວງໄຊຍະບູລີ ແລະ ແຂວງ ອຸດົມໄຊ ເຊິ່ງມີຕະຫຼາດສົ່ງອອກໄປໄທ ແລະ ຈີນ ປັດໄຈດັ່ງກ່າວອາດສົ່ງຜົນໃຫ້ການສົ່ງອອກບໍ່ບັນລຸເປົ້າ. ຄຽງຄູ່ກັນນັ້ນ, ລາຄາອາດຈະສູງຂຶ້ນກວ່າປີຜ່ານມາ, ດ້ານພາກສ່ວນກ່ຽວຂ້ອງໄດ້ຊຸກຍູ້ປະຊາຊົນປູກພືດປະເພດອື່ນເພື່ອຍູ້ການສົ່ງອອກ.

ທ່ານ ສຸລາພອນ ອິນທະວົງ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ມາຮອດປັດຈຸບັນບັນດາແຂວງທີ່ມີການລະບາດຂອງບົ້ງຝູງສາລີແມ່ນ 12 ແຂວງ, ມີເນື້ອທີ່ໄດ້ຮັບຄວາມເສຍຫາຍຈໍານວນ 40.934 ເຮັກຕາ, ສ່ວນພື້ນທີ່ທີ່ມີການລະບາດແຕ່ຍັງບໍ່ໄດ້ຮັບຄວາມເສຍຫາຍມີ 104.909 ເຮັກຕາ ຂອງເນື້ອທີ່ປູກສາລີ 126.936 ເຮັກຕາ ໃນ 12 ແຂວງ, ໜັກສຸດແມ່ນແຂວງໄຊຍະບູລີ ເສຍຫາຍ 15.461 ເຮັກຕາ ຂອງເນື້ອທີ່ປູກ 40.500 ເຮັກຕາ ແລະ ແຂວງອຸດົມໄຊ ເສຍຫາຍ 13.026 ເຮັກຕາ ຂອງເນື້ອທີ່ປູກ 33.933 ເຮັກຕາ, ແຕ່ປັດຈຸບັນກໍມີບາງແຂວງທີ່ມີການລະບາດກວ້າງອອກ ເປັນຕົ້ນແມ່ນແຂວງຜົ້ງສາລີ ຈາກພື້ນທີ່ລະບາດ 279 ເຮັກຕາ ມາເປັນ 480 ເຮັກຕາ ໃນເນື້ອທີ່ປູກສາລີ 1.999 ເຮັກຕາ. ຈາກສະພາບການລະບາດຂອງສັດຕູພືດດັ່ງກ່າວ ແນ່ນອນວ່າມັນຈະກະທົບເຖິງການສົ່ງອອກສາລີໃນປີນີ້ອາດຈະບໍ່ໄດ້ຕາມເປົ້າ. ດັ່ງນັ້ນ, ຕ້ອງໄດ້ສຸມໃສ່ປູກພືດອື່ນສົ່ງອອກທົດແທນ ເພື່ອດຸນດ່ຽງເສດຖະກິດ ເນື່ອງຈາກວ່າສາລີແມ່ນ 1 ໃນ 5 ຜະລິດຕະພັນຂອງລາວ ທີ່ສົ່ງອອກຫຼາຍທີ່ສຸດ.

ທ່ານ ບຸນຊູ ວິໄລສັກ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ຈາກສະພາບການລະບາດຂອງສັດຕູພືດກໍຄືບົ້ງຝູງສາລີທີ່ເຂົ້າມາທໍາລາຍ ເຮັດໃຫ້ການສົ່ງອອກສາລີປີນີ້ອາດບໍ່ໄດ້ຕາມເປົ້າ ແລະ ລາຄາກໍອາດຈະສູງຂຶ້ນຈາກປີຜ່ານມາ ລາຄາເກັບຊື້ຢູ່ທີ່ 7,6 ບາດຕໍ່ກິໂລ ປະມານ 2.173 ກີບ, ລາຄາຂາຍອອກ 7,8 ບາດຕໍ່ກິໂລ ປະມານ 2.246 ກີບ. ສ່ວນລາຄາຂາຍປັດຈຸບັນທີ່ເປັນການເກັບຊື້ສາລີເກົ່າຢູ່ທີ່ 7,2 ບາດຕໍ່ກິໂລ ປະມານ 2.059 ກີບ ( ຄິດໄລ່ຕາມອັດຕາແລກປ່ຽນວັນທີ 13 ສິງຫາ 2019 ) ເຊິ່ງນັກທຸລະກິດຈໍານວນໜຶ່ງຢູ່ພາຍໃນແຂວງແມ່ນຍັງເກັບຮັກສາສາລີປີ 2018 ໄວ້ ຈໍານວນ 8 ພັນກວ່າໂຕນ ເພື່ອລໍຖ້າລາຄາສົ່ງອອກສູງຂຶ້ນ ແລະ ຄາດວ່າເມື່ອເກັບກູ້ຜົນຜະລິດໃນປີນີ້ ລາຄາສາລີຈະສູງຂຶ້ນອີກແນ່ນອນ.

ທ່ານ ນາງ ພວງພິດ ແກ້ວອຸດົມເພັດ  ວິຊາການເຈົ້າໜ້າທີ່ການຄ້າ ປົກປ້ອງຜູ້ຊົມໃຊ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຕະຫຼາດຫຼັກທີ່ແຂວງອຸດົມໄຊ ສົ່ງອອກສາລີແມ່ນປະເທດຈີນ ເຊິ່ງລາຄາເກັບຊື້ປີຜ່ານມາຢູ່ທີ່ 1.200 ກີບຕໍ່ກິໂລ, ສົ່ງອອກ 1.500 ກີບຕໍ່ກິໂລ, ສ່ວນລາຄາປັດຈຸບັນເກັບຊື້ຢູ່ທີ່ 1.800 ກີບຕໍ່ກິໂລ, ສົ່ງອອກ 2.300 ກີບຕໍ່ກິໂລ ແລະ ຄາດວ່າລາຄາອາດຈະສູງຂຶ້ນອີກ ເນື່ອງຈາກຜົນຜະລິດຈະມີໜ້ອຍເພາະເສຍຫາຍຈາກບົ້ງຝູງທໍາລາຍ.

ເຊັ່ນດຽວກັບ ທ່ານ ຄໍາເພົາ ບຸນດາລາ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ປີຜ່ານມາແຂວງອຸດົມໄຊ ສາມາດສົ່ງອອກສິນຄ້າກະສິກໍາ ເປັນຕົ້ນ: ໝາກກ້ວຍ, ໝາກໂມ, ໝາກອຶ, ສາລີ ແລະ ໝາກເດືອຍ ໄດ້ 5 ຕື້ ກວ່າກີບ. ແຕ່ປີນີ້ສາລີແມ່ນໄດ້ຮັບຄວາມເສຍຫາຍຈາກບົ້ງຝູງສາລີລະບາດຢ່າງໜັກ ອາດຈະສົ່ງຜົນເຮັດໃຫ້ການສົ່ງອອກສາລີຫຼຸດລົງ. ດັ່ງນັ້ນ, ຈຶ່ງຕ້ອງສົ່ງອອກພືດຊະນິດອື່ນເພື່ອທົດແທນ ເປັນຕົ້ນແມ່ນ: ໝາກຖົ່ວເບີ, ຖົ່ວເຫຼືອງ, ໝາກໂມ ແລະ ມັນດ້າງ ເຫຼົ່ານີ້ເປັນຕົ້ນ.

ແຕ່ເຖິງຢ່າງໃດກໍຕາມ, ຈາກຂໍ້ມູນຂ້າງເທິງເຫັນໄດ້ວ່າສະພາບການລະບາດຂອງບົ້ງຝູງສາລີແມ່ນເພີ່ມຂຶ້ນເລື້ອຍໆ ເຊິ່ງອາດຈະສົ່ງຜົນກະທົບຕໍ່ຜົນຜະລິດທີ່ໄດ້ອາດຈະບໍ່ເຕັມເມັດເຕັມໜ່ວຍ, ບໍ່ສາມາດສະໜອງໄດ້ຕາມຄວາມຕ້ອງການ ບວກກັບອັດຕາແລກປ່ຽນເງິນຕາຂອງປະເທດເພື່ອນບ້ານທີ່ຍັງສູງຂຶ້ນ ຈະເຮັດໃຫ້ລາຄາສາລີສູງຂຶ້ນຕາມ ໂດຍສະເພາະແຂວງໄຊຍະບູລີ ທີ່ສົ່ງອອກສາລີໃຫ້ກັບປະເທດໄທ ທີ່ປັດຈຸບັນອັດຕາແລກປ່ຽນປັບຕົວຂຶ້ນສູງຫຼາຍ. ພ້ອມດຽວກັນນັ້ນ, ລາຄາສາລີ ກໍຄິດໄລ່ເປັນສະກຸນເງິນບາດນໍາອີກ. ຢ່າງໃດກໍດີ, ລາຄາສາລີມັນມີການເໜັງຕີງຢູ່ຕະຫຼອດ ໂດຍສະເພາະຖ້າຄິດໄລ່ຕາມອັດຕາແລກປ່ຽນ. ສະນັ້ນ, ຜູ້ທີ່ມີສາລີຂາຍໃນໄລຍະນີ້ກໍຖືວ່າຈະໄດ້ຂາຍໃນລາຄາທີ່ດີ ແຕ່ໃນຕໍ່ໜ້າໄລຍະການເກັບກ່ຽວຜົນຜະລິດ ດັ່ງທີ່ຮູ້ກັນແລ້ວວ່າບົ້ງຝູງສາລີສ້າງຄວາມເສຍຫາຍໄວ້ຢ່າງໜັກໜ່ວງ. ດັ່ງນັ້ນ, ການສະໜອງຜົນຜະລິດອາດບໍ່ພຽງພໍ ເມື່ອຜົນຜະລິດໜ້ອຍ ແຕ່ ຄວາມຕ້ອງການມີຫຼາຍລາຄາກໍສາມາດສູງຂຶ້ນໄດ້ອີກເຊັ່ນກັນ.

( ຂ່າວ: ເອຢິບ + ສັນຕິ )