ອຸຕຸແຈ້ງ!! ພາກກາງ-ໃຕ້ ຈະມີຝົນຕົກໜັກ, ສ່ວນລະດັບນໍ້າເຊບັ້ງໄຟຍັງຈະສູງຂຶ້ນອີກ

108

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດປະຈໍາວັນທີ 26 ສິງຫາ 2019ວ່າ: ບໍລິເວນຄວາມກົດດັນອາກາດຕໍ່າໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງປານກາງຍັງພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງລັກສະນະເຊັ່ນນີ້ ຍັງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ຕື່ມອີກ.

 

 

ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກ ໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 19-29 ອົງສາ.

ไม่มีคำอธิบายรูปภาพ

ພາກເໜືອດ້ານຕາເວັນຕົກ: ມີເຝື້ອປົກຄຸມເປັນບາງສ່ວນ, ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 20-32 ອົງສາ.

 

 

ພາກກາງ: ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍບໍລິເວນກວ້າງ ແລະ ຕົກປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດຕື່ມອີກ. ອຸນຫະພູມໃນລະຫວ່າງ 21-32 ອົງສາ.

ນະຄອນຫຼວງວຽງຈັນ ມີເຝື້ອປົກຄຸມໜາແໜ້ນ, ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 24-32 ອົງສາ.

ແຂວງ ໄຊສົມບູນ: ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 17-26 ອົງສາ.

 

 

ພາກໃຕ້: ຈະມີຝົນຕົກ, ຟ້າຮ້ອງ. ຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຢູ່ບາງທ້ອງຖິ່ນຕື່ມອີກ. ອຸນຫະພູມໃນລະຫວ່າງ 22-29 ອົງສາ. ສໍາລັບພູພຽງບໍລິເວນ ຍັງຈະມີຝົນຕົກ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 14-25 ອົງສາ.

 

 

ຂະນະທີ່ ລະດັບນໍ້າຢູ່ເຂດຂົວເຊບັ້ງໄຟ ແຂວງ ຄຳມ່ວນ, ໃນເວລາ 7 ໂມງ ຂອງວັນທີ 26 ສິງຫາ 2019 ແທກໄດ້ 19,14 ແມັດ ຂຶ້ນສູງກາຍເຂດອັນຕະລາຍ (ເຂດອັນຕະລາຍ: 18,50 ແມັດ) ແລະ ຈະສູງຂຶ້ນ 19,17 ແມັດ ໃນວັນທີ 28 ສິງຫາ 2019 ແລະ ທ່າອ່ຽງລະດັບນໍ້າເຊບັ້ງໄຟຍັງຈະສືບຕໍ່ຂຶ້ນສູງຕື່ມອີກ. ສ່ວນລະດັບນໍ້າຢູ່ເຂດໜ້າເຂື່ອນ (ນໍ້າງື່ມ) ວັດແທກໄດ້ 202,59 ແມັດ, ເຂດລະວັງໄພແມ່ນ 212 ແມັດ ແລະ ເຂດອັນຕະລາຍຢູ່ທີ່ 212,31 ແມັດ.

 

 

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທີ່ອາໄສຢູ່ລຽບຕາມນໍ້າເຊບັ້ງໄຟ ແລະ ເຂດ ນໍ້າເຊຈຳພອນ, ໃຫ້ຍົກຍ້າຍ ແລະ ໃຫ້ເກັບມ້ຽນວັດຖຸສິ່ງຂອງພ້ອມສັດລຽ້ງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມສະພາບອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.