ເເຮ່ນນ້າ ສາວໄວໃສເດັກກິດຈະກຳ ໜຶ່ງໃນຜູ້ເຂົ້າປະກວດ ມິສທີນລາວ MTL18

110

ໜຶ່ງສາວທີ່ມີຜົນງານໃນວົງການບັນເທີງມາແລ້ວຫຼາຍຫຼາຍຜົນງານ ໃຜໆກໍຄົງຈື່ໜ້າຈໍາຕາໄດ້ດີ ກັບ ແຮ່ນນ້າ ໂລເຊັ່ນບູ້ມ ຫຼື ແຮ່ນນ້າ ອາຍຸ 18 ປີ ປັດຈຸບັນຢູ່ ບ້ານ ທົ່ງກາງ ເມືອງ ສີສັດຕະນາກ ຮຽນຢູ່ໂຮງຮຽນ ວຽງຈັນພັດທະນາ ນານາຊາດ ມ7 ໜຶ່ງໃນຜູ້ເຂົ້າປະກວດ ມິສທີນລາວ 2019 ໝາຍເລກ MTL18 ເຊິ່ງໄດ້ຜ່ານເຂົ້າຮອບ 20 ຄົນມາແລ້ວໃນວັນທີ 25 ສິງຫາ 2019.

*

*

ຫຼາຍຄົນຄົງເຄີຍເຫັນຜົນງານການສະແດງຂອງແຮ່ນນ້າມາແລ້ວໃນຊີຣີ້ ຮັກນີ້ສີບົວ 1, Dairy love season 1&2, ມິວສິກເພງ ມ 7 …

*

*

*

ແຮ່ນນ້າ ບອກວ່າ ເຫດຜົນທີ່ເລືອກເຂົ້າປະກວດເວທີນີ້ຍ້ອນ ເເຮ່ນນ້າ ຢາກຮຽນຮູ້ສິ່ງໃໝ່ໆ  ເພາະບໍ່ເຄີຍປະກວດເວທີນາງາມ, ຢາກຮຽນຮູ້, ເກັບກ່ຽວປະສົບການ, ຢາກເເບ່ງປັນຄວາມຮູ້ຂອງໂຕເອງ ເເລະ ບໍ່ຢາກພາດໂອກາດ ເພາະປີນີ້ເປັນປີທໍາອິດ ເເລະ ເປັນປີສຸດທ້າຍທີເເຮ່ນນ້າຈະເຂົ້າຮ່ວມເວທີ miss teen ເນື່ອງຈາກອາຍຸຮອດ 18 ປີ ແລ້ວ,

*

*

*

ເເຮ່ນນ້າ ເຄີຍຜ່ານໂຄງການປະກວດຮ້ອງເພງ, ເເລະ ໂຄງການ Sofy contest ໄດ້ຮັບລາງວັນຮອງສະນະເລີດ 4, ຜົນງານດ້ານບັນເທີງມີ ຮັກນີ້ສີບົວ season 1, Dairy love season 1&2, Sofy girl diary …

*

*

*

ເຄັດລັບໃນການຮັກສາສຸຂະພາບ ແລະ ຮ່າງກາຍຂອງເເຮ່ນນ້າຄືດື່ມນໍ້າຫຼາຍໆ, ກິນອາຫານທີ່ມີປະໂຫຍດ ເເລະ ຫຼີ້ນກິລາ.

*

*

*

ເວລາຫວ່າງຂອງເເຮ່ນນ້າຈະບໍ່ຄອຍມີ ເພາະເປັນຄົນຢູ່ລ້າໆບໍ່ໄດ້ ຕ້ອງໄດ້ຊອກເເນວເຮັດຕະຫຼອດ ເຊັ່ນ: ເຕັ້ນ, ຮ້ອງເພງ, ຫຼິ້ນກິລາ,ເເລະ ອີກຫຼາຍຢ່າງ

*

*

*

ຜູ້ຊາຍໃນສະເປັກບໍ່ຄອຍມີ ເເຕ່ຖ້າມີເເຮ່ນນ້າມັກຄົນທີມີຄວາມເປັນຫົວຫນ້າ, ເວົ້າຈາມ່ວນ, ນິໄສດີ ເເຕ່ຖ້າຮູບຮ່າງຈະມັກຄົນບ່າກວ້າງ, ບໍ່ມັກຄົນມີກ້າມ 55!!!

*

*

*

ສໍາລັບເປົ້າໝາຍໃນອະນາຄົດຂອງ ເເຮ່ນນ້າຄືຢາກໃຫ້ຄອບຄົວຢູ່ສະບາຍເເຕ່ຖ້າເເມ່ນຕອນນີ້ເເຮ່ນນ້າຢາກເຮັດຫນ້າທີ່ຜູ້ເຂົ້າປະກວດ Miss Teen Laos 2019 ໃຫ້ດີທີ່ສຸດ ເເລະ ຟາກທຸກຄົນໃຫ້ກຳລັງໃຈເເນ່ເດີ້ ຂອບໃຈ!!

*

*

*