ທົ່ວປະເທດປັກດໍາເຂົ້ານາປີສໍາເລັດແລ້ວ 60%

58

ມາຮອດປັດຈຸບັນ ການປັກດໍາເຂົ້ານາປີຂອງຊາວກະສິກອນໃນທົ່ວປະເທດສໍາເລັດແລ້ວ 60% ຂອງເນື້ອທີ່ແຜນການ, ສ່ວນການປູກພືດລະດູຝົນ ກວມ 49,19%  ຂອງແຜນການ, ດ້ານການຜະລິດເຂົ້າໄຮ່ ສໍາເລັດເກືອບ 90%.

ອີງຕາມບົດສະຫຼຸບປະຈໍາເດືອນສິງຫາຂອງກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ປັດຈຸບັນທົ່ວປະເທດສາມາດປັກດໍາເຂົ້ານາປີສໍາເລັດແລ້ວ 506.148 ເຮັກຕາ.

ໃນນີ້, ນາຢອດ 14.496 ເຮັກຕາ, ນາຫວ່ານ 91.654 ເຮັກຕາ ເທົ່າກັບ 60% ຂອງແຜນການ. ຄຽງຄູ່ກັນນັ້ນ, ກໍມີເນື້ອທີ່ທີ່ຖືກຜົນກະທົບຈາກໄພແຫ້ງແລ້ງໃນໄລຍະຜ່ານມາ ຈໍານວນ 15.973 ເຮັກຕາ ເສຍຫາຍ 1.337 ເຮັກຕາ. ເຖິງຢ່າງໃດກໍຕາມ, ປັດຈຸບັນທົ່ວທຸກພາກຂອງປະເທດເລີ່ມໄດ້ຮັບນໍ້າຝົນຢ່າງພຽງພໍ ແລະ ພວມຂຸ້ນຂ້ຽວປັກດໍາ ເຊັ່ນ: ພາກເໜືອສະເລ່ຍໄດ້ 71%, ພາກກາງສະເລ່ຍໄດ້ 61% ແລະ ພາກໃຕ້ສະເລ່ຍໄດ້ 50%. ສ່ວນການປູກພືດລະດູຝົນ ໃນເນື້ອທີ່ 681.300 ເຮັກຕາ, ມາຮອດປັດຈຸບັນສາມາດປູກໄດ້ແລ້ວປະມານ 335.151 ເຮັກຕາ ເທົ່າກັບ 49,19% ຂອງແຜນການ. ໃນນີ້, ຜົນກະທົບຈາກໄພແຫ້ງແລ້ງ 1.516 ເຮັກຕາ ສໍາລັບພືດອາຍຸສັ້ນກໍສືບຕໍ່ປູກຕາມຮອບວຽນຂອງພືດ, ດ້ານເຂົ້າໄຮ່ ປູກໄດ້ແລ້ວ 88.569 ເທົ່າກັບ 89% ຂອງເນື້ອທີ່ແຜນການ. ນອກຈາກນີ້, ກໍໄດ້ລົງຕິດຕາມການຜະລິດເຂົ້າຄຸນນະພາບເປັນສິນຄ້າເພື່ອສົ່ງອອກໄປ ຈີນ ຈໍານວນ 50.000 ໂຕນ ໃນປີ 2019 – 2020 ນີ້ ເຊິ່ງຈະສືບຕໍ່ຊຸກຍູ້ໃຫ້ບັນລຸຕາມແຜນການວາງໄວ້.

ພ້ອມດຽວກັນນັ້ນ, ວຽກງານຕ້ານແລ້ງຕ້ານຖ້ວມ ໃນໄລຍະຜ່ານມາກໍໄດ້ອອກແຈ້ງການໃຫ້ແຕ່ລະແຂວງກະກຽມຄວາມພ້ອມ ໂດຍເນັ້ນໃສ່ການກັກເກັບນໍ້າ ແລະ ອະນາໄມຄອງເໝືອງໃຫ້ສາມາດລະບາຍນໍ້າໄດ້ໄວຂຶ້ນ. ພ້ອມນີ້, ບັນດາໂຄງການກໍ່ສ້າງຊົນລະປະທານກໍຂຸ້ນຂ້ຽວດຳເນີນການເພື່ອໃຫ້ສໍາເລັດໂດຍໄວ ເພື່ອຮັບປະກັນວຽກງານຕ້ານແລ້ງຕ້ານຖ້ວມ, ສ່ວນກຸ່ມຜູ້ໃຊ້ນໍ້າກໍໄດ້ມີການແນະນໍາໃຫ້ມີການບໍລິຫານຈັດການນໍ້າໃຫ້ທົ່ວເຖິງ ແລະ ປະຢັດ ພ້ອມທັງກະກຽມຈັກສູບນໍ້າ ແລະ ລະດົມການນໍາໃຊ້ຈັກສູບນໍ້າຂອງຊາວກະສິກອນ.

ນອກຈາກນີ້, ຍັງໄດ້ລົງກວດກາໂຄງການກໍ່ສ້າງຊົນລະປະທານທີ່ກໍ່ສ້າງສໍາເລັດ 100% 4 ໂຄງການ ຄື: ດົງຄວາຍ 1, ດົງຄວາຍ 2, ໝາກຮຽວ, ນາລ້ອງ ແລະ ຕິດຕາມ 5 ຫົວງານຂອງໂຄງການພັດທະນາຊົນລະປະທານເຂດວຽງຈັນໃຕ້ ພາຍໃຕ້ໂຄງການ    ( ຄຖລ ), ໄດ້ລົງສົມທົບກັບຂະແໜງຊົນລະປະທານແຂວງສາລະວັນ,  ແຂວງຈໍາປາສັກ ເພື່ອລົງກວດກາສຶກສາຄວາມເປັນໄປໄດ້ຂອງໂຄງການລະບົບຄູກັນນໍ້າ ແລະ ປ້ອງກັນນໍ້າຖ້ວມລຽບຕາມຝັ່ງນໍ້າເຊໂດນ ເມືອງສາລະວັນ, ວາປີ, ຄົງເຊໂດນ ແຂວງສາລະວັນ ແລະ ເມືອງຊະນະສົມບູນ ແຂວງຈໍາປາສັກ. ພ້ອມນີ້, ກໍໄດ້ລົງກວດກາໄຟເຍືອງທາງຫຼັງກໍ່ສ້າງສໍາເລັດ 100% ຂອງໂຄງການກໍ່ສ້າງຄູປ້ອງກັນນໍ້າຖ້ວມ ທີ່ຂົວມິດຕະພາບແຫ່ງທີ 1 ຫາ ປາກຫ້ວຍໝາກຮຽວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

 

( ຂ່າວ: ເອຢິບ )