ນ້ອງ ຟ້າ ທະວີພອນ ກັບເພງຫຼ້າສຸດ “ ເມົາແລ້ວໄຫ້ ”

92

ຫຼາຍຄົນອາດໄດ້ຟັງຫຼາຍໆຜົນງານຂອງສາວນ້ອຍສຽງໃສຄົນນີ້ ຟ້າ ທະວີພອນ ສັງກັດຄ້າຍເພງ ຈໍາປາສະຕູດີໂອ ໃນຜົນງານເພງທໍາອິດແມ່ນເພງ “ ເລືອກໃຜໃຈກໍ່ເຈັບ ” ຮ້ອງຄູ່ກັບ 3 ສິລະປິນ ຄື: ຄົມ ຄົງຊະນະ, ແມນ ມິ່ງເມືອງລາວ ແລະ ຟ້າ ທະວີພອນ ເຊິ່ງແຕ່ງໂດຍ ຄົມ ຄົງຊະນະ ເຊິ່ງໄດ້ອອກຜົນງານເລື້ອຍໆຈົນຮອດເພງໃໝ່ຫຼ້າສຸດຄືເພງ “ ເມົາແລ້ວໄຫ້ ”.

ນາງ ຟ້າ ທະວີພອນ ຫຼື ນ້ອງ ຟ້າ ໃຫ້ສໍາພາດວ່າ: ນ້ອງໄດ້ສັງກັດຢູ່ຄ້າຍເພງ ຈໍາປາສະຕູດີໂອ ເຊິ່ງອ້າຍ ແມນ ມິ່ງເມືອງລາວ ໄດ້ເຫັນເຖິງສັກກະຍະພາບໃນການຮ້ອງເພງຂອງນ້ອງຈຶ່ງໄດ້ຮ່ວມຮ້ອງເພງທໍາອິດຊື່ວ່າ: ເພງ “ ເລືອກໃຜໃຈກໍ່ເຈັບ ” ເພງນີ້ໄດ້ຮ້ອງຄູ່ກັບ 3 ສິລະປິນ ຄື: ຄົມ ຄົງຊະນະ, ແມນ      ມິ່ງເມືອງລາວ ແລະ ຟ້າ ທະວີພອນ ເຊິ່ງແຕ່ງໂດຍ ຄົມ ຄົງຊະນະ​ ເຊິ່ງໄດ້ມີຜົນງານຕາມມາເລື້ອຍໆຄືເພງ “ ຢ່າອອກເຮືອນດຸຫຼາຍ ” ແຕ່ງໂດຍ ອາຈານ ບຸນຍູ້ ລູກແມ່ຂອງ, ເພງ “ ນຸ່ງເຂີນເບື່ອໄວ ” ແຕ່ງໂດຍ ອາຈານ ບຸນຍູ້ ລູກແມ່ຂອງ, ເພງ “ ແຟນບໍ່ຊັດເຈນ ” ແຕ່ງໂດຍ ຄົມ ຄົງຊະນະ, ເພງ “ ແຟນໃໝ່ເປັນເຂົາ ແຟນເກົ່າເປັນນ້ອງ ” ແຕ່ງໂດຍ ຈິມມີ້ ສິດທິພົນ ແລະ ແມນ ມິ່ງເມືອງລາວ, ເພງ “ ສິລ້ຽງລູກຊ່ວຍ ” ແຕ່ງໂດຍ      ຄໍາຫຼ້າ ວິໄລພອນ ແລະ ເພງຫຼ້າສຸດ “ ເມົາແລ້ວໄຫ້ ” ແຕ່ງໂດຍ ຄໍາຫຼ້າ ວິໄລພອນ ແລະ ແມນ ມິ່ງເມືອງລາວ.

ເນື້ອຫາຂອງເພງ “ ເມົາແລ້ວໄຫ້ ” ເປັນເພງສະທ້ອນສັງຄົມປັດຈຸບັນທີ່ເວົ້າເຖິງສາວບ້ານໆຄົນໜຶ່ງໄດ້ມາຮັກກັບຊາຍຄົນໜຶ່ງ ເຊິ່ງຊາຍຄົນນັ້ນເຂົາເປັນພິທີກອນດ້ວຍ ຄວາມບໍ່ເຂົ້າໃຈກັນເຮັດໃຫ້ອີກຝ່າຍມີ 2 ໃຈ ແລະ ຕົວະຜູ້ຍິງບ້ານໆຄົນນີ້ວ່າມັນເປັນພຽງວຽກງານໜ້າທີ່ຕ້ອງຕິດພັນກັບຜູ້ຍິງຄົນນັ້ນ ແຕ່ຜູ້ຍິງບ້ານໆຮູ້ຄວາມຈິງວ່າຝ່າຍຊາຍບໍ່ຊື່ສັດຕໍ່ກັນແລ້ວເຂົາມີຄົນອື່ນແລ້ວຈຶ່ງທໍາໃຈ ໂດຍອາໄສເຫຼົ້າຂາວແກ້ບັນຫາດັ່ງກ່າວໃຫ້ຈົບສິ້ນ ເຊິ່ງເພງນີ້ສະໜັບສະໜູນໂດຍ ບໍລິສັດ SC Automations.

ສຸດທ້າຍ, ນ້ອງຂໍຝາກທັງຜົນງານເພງເກົ່າ ແລະ ໃໝ່ໃຫ້ແຟນເພງທຸກຄົນສະໜັບສະໜູນ ຫຼື ຕິດຕາມຜົນງານໃໝ່ໆໄດ້ທາງຊ່ອງຢູທູບ: Champa Studio, Facebook: Champa Satudio ຫຼື ຕິດຕາມຂໍ້ມູນ – ຂ່າວສານຂອງນ້ອງໄດ້ທາງ    ເຟສບຸ໊ກສ່ວນຕົວ: ຟ້າ ທະວີພອນ.

( ຂ່າວ: ນຸ້ມນິ້ມ )

( ຮູບ: ຟ້າ ທະວີພອນ )