ສວນສາທາລະນະມິດຕະພາບ ລາວ-ຍີ່ປຸ່ນ ທີ່ແຂວງໄຊຍະບູລີງາມແທ້ ກຽມເປີດເດືອນໜ້າ

124

ໃນຕອນບ່າຍຂອງວັນທີ 21 ສິງຫາ 2019 ນີ້, ເຈົ້າຂອງໂຄງການ, ບໍລິສັດຜູ້ຮັບເໝົາ ແລະ ຄະນະກໍາມະການຈາກພາກລັດທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມກວດກາປະເມີນຜົນໂຄງການກໍ່ສ້າງສວນສາທາລະນະ ມິດຕະພາບ ລາວ-ຍີ່ປຸ່ນ ທີ່ສ້າງສຳເລັດເກືອບ100%.


ທ່ານ ຫງວນ ວັນ ບົ້ງ ຮອງຫົວໜ້າບໍລິສັດ BM ກໍ່ສ້າງຂົວທາງ, ຊົນລະປະທານ ແລະ ເຄຫາ ຈໍາກັດ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດຜ່ານມາ ໄດ້ດຳເນີນກວດກາຜົນສຳເລັດ, ມາດຕະຖານເຕັກນິກ 2 ຄັ້ງຄື: 30% ແລະ 60%, ໜ້າວຽກຂອງໂຄງການປະກອບມີ: ຝາກັ້ນດິນ, ວຽກໂທມແກ້ວ, ວຽກປະຕິມະກໍານໍ້າພຸ, ວຽກປະຕິມະກໍາຊ້າງ, ລານອາເນກປະສົງເບຕົງພີມລາຍ, ອ່າງເກັບນໍ້າ, ເຮືອນ ແລະ ສວນສະຕາຍຍີ່ປຸ່ນ, ເຮືອນ ແລະ ສວນສະຕາຍລາວ, ຫ້ອງນໍ້າສາທາລະນະ 2 ຫຼັງ, ລານຈອດລົດໃນ ແລະ ນອກ, ຂັ້ນໄດຂຶ້ນແຕ່ລະພັກ 7 ຈຸດ, ລະບົບນໍ້າໃນສວນ, ລະບົບໄຟຟ້າໃນສວນ, ວຽກຕັ້ງອຸປະກອນ, ວຽກປູກຫຍ້າ, ຕົ້ນໄມ້ປະດັບ, ຕົ້ນໄມ້ໃຫຍ່, ດອກໄມ້ໃນສວນ, ຮ່ອງລະບາຍນໍ້າ, ທາງຍ່າງໃນສວນ, ຮົ້ວອ້ອມເຂດແດນ.

ໂຄງການກໍ່ສ້າງ ສວນສາທາລະນະ ມິດຕະພາບ ລາວ-ຍີ່ປຸ່ນ ເປັນໂຄງການທີ່ມີລັກສະນະການຮ່ວມມືຂອງຊາດລາວ-ຍີ່ປຸ່ນ ຕັ້ງຢູ່ບ້ານ ທ່ານາ ເມືອງໄຊຍະບູລີ ທາງທິດເໜືອຂອງເທດສະບານແຂວງໄຊຍະບູລີ, ໃນເນື້ອທີ່ 2,5 ເຮັກຕາ, ຊຶ່ງສະແດງເຖິງສັນຍາລັກ, ເອກະລັກທາງສະຖາປັດ ເຊັ່ນ: ເຮືອນຊົງລາວ ແລະ ຊົງຍີ່ປຸ່ນ ມີສວນເປັນອົງປະກອບຕາມເອກະລັກຂອງໃຜລາວ.

ໂຄງການດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ 16 ຕື້ກວ່າກີບ ແລະ ທຶນສົມທົບຂອງແຂວງ 11 ຕື້ກວ່າກີບ ລວມມູນຄ່າທັງໝົດ 27,6 ຕື້ກວ່າກີບ, ໂດຍເລີ່ມຈັດຕັ້ງປະຕິບັດມາແຕ່ທ້າຍປີ 2017 ເປັນຕົ້ນມາຮອດປະຈຸບັນການກໍ່ສ້າງແມ່ນສໍາເລັດແລ້ວເກືອບ 100%. ໂດຍແມ່ນຫ້ອງວ່າການແຂວງ ໄຊຍະບູລີເປັນເຈົ້າຂອງໂຄງການ ແລະ ແມ່ນບໍລິສັດ BM ກໍ່ສ້າງຂົວທາງ, ຊົນລະປະທານ ແລະ ເຄຫາ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ.

ຂ່າວ: ມະໄລວັນ